ຜູ້ຕິດເຊື້ອໂຄວິດ-19 ຢູ່ມຽນມາເພີ່ມຂຶ້ນ 3 ເທົ່າໃນໄລຍະ 2 ອາທິດ

ວັນທີ 15 ກັນຍານີ້, ຫລາຍປະເທດໃນອາຊຽນກຳລັງຜະເຊີນສະຖານະການການແຜ່ລະບາດຂອງໂຄວິດ-19 ຢ່າງໜັກ ໂດຍສະເພາະມຽນມາທີ່ມີຈຳນວນຜູ້ຕິດເຊື້ອສະສົມເພີ່ມສູງຂຶ້ນເຖິງ 3 ເທົ່າໃນໄລຍະ 2 ອາທິດຜ່ານມາ ຈາກຈຳນວນຜູ້ຕິດເຊື້ອສະສົມ 882 ຄົນໃນວັນທີ 31 ສິງຫາຜ່ານມາ ເພີ່ມເປັນ 3.195 ຄົນ ຫລັງພົບການລະບາດຮຸນແຮງພາຍໃນປະເທດ ໂດຍສະເພາະລັດຣະຄາຍ.
ຂະນະທີ່ຟີລິບປິນ ປະເທດທີ່ມີຈຳນວນຜູ້ຕິດເຊື້ອສະສົມຫລາຍທີ່ສຸດໃນອາຊຽນ (265.888 ຄົນ) ມີຜູ້ຕິດເຊື້ອໃໝ່ເພີ່ມ 4.699 ຄົນ ແລະ ສ້າງສະຖິຕິໃໝ່ ມີຜູ້ເສຍຊີວິດຈາກໂຄວິດ-19 ສູງເຖິງ 259 ຄົນໃນມື້ດຽວ ຖືເປັນສະຖິຕິສູງທີ່ສຸດຂອງອາຊຽນ ໂດຍທາງການຟີລິບປິນປະກາດໃຊ້ມາດຕະການເວັ້ນໄລຍະຫ່າງທາງສັງຄົມ, ແນະນຳໃຫ້ປະຊາຊົນຢຸດສົນທະນາທາງໂທລະສັບມືຖື ແລະ ສົນທະນາຂະນະໃຊ້ລະບົບຂົນສົ່ງສາທາລະນະ ເພື່ອຫລຸດໂອກາດສ່ຽງໃນການຕິດເຊື້ອ.
ອິນໂດເນເຊຍເປັນປະເທດທີ່ມີຈຳນວນຜູ້ເສຍຊີວິດສະສົມຫລາຍທີ່ສຸດໃນອາຊຽນ 8.841 ຄົນ ແລະ ເປັນປະເທດທີ່ມີຜູ້ຕິດເຊື້ອສະສົມຫລາຍເປັນອັນດັບ 2 ຂອງເຂດນີ້ (221.523 ຄົນ), ຮອງລົງມາແມ່ນສິງກະໂປ (57.454 ຄົນ), ມາເລເຊຍ (9.946 ຄົນ), ໄທ (3.475 ຄົນ), ມຽນມາ (3.195 ຄົນ), ຫວຽດນາມ 1.063 ຄົນ), ກຳປູເຈຍ (275 ຄົນ), ບຣູໄນ (145 ຄົນ) ແລະ ລາວ (23 ຄົນ).

