ຄຳສັ່ງເລກທີ 15/ນຍ ເຮັດໃຫ້ການຄຸ້ມຄອງປ່າໄມ້ຂອງປະເທດມີປະສິດທິພາບດີຂຶ້ນ
ກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປ່າໄມ້ເປັນແຫລ່ງຊັບພະຍາກອນທີ່ມີຄຸນຄ່າ ແລະ ນຳຜົນປະໂຫຍດອັນຫລວງຫລາຍມາໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຊ່ວຍຫລຸດຜ່ອນການປ່ຽນແປງຂອງສະພາບດິນຟ້າອາກາດ, ປົກປັກຮັກສາສັດປ່າ ແລະ ເສີມສ້າງຄວາມໝັ້ນຄົງຂອງການດຳລົງຊີວິດຂອງປະຊາຊົນ ແລະ ໃນຜ່ານມາສາເຫດຕົ້ນຕໍຂອງການສູນເສຍແຫລ່ງຊັບພະຍາກອນປ່າໄມ້ແມ່ນມາຈາກການລັກລອບຕັດໄມ້ທີ່ຜິດກົດໝາຍ, ການຖາງປ່າເຮັດໄຮ່ແບບເລື່ອນລອຍ, ການປັບປ່ຽນເນື້ອທີ່ປ່າຍ້ອນການພັດທະນາດ້ານພື້ນຖານໂຄງລ່າງ, ການຂະຫຍາຍເນື້ອທີ່ຂຸດຄົ້ນບໍ່ແຮ່, ກະສິກຳ ແລະ ການຕັ້ງຖິ່ນຖານຕ່າງໆຂອງປະຊາຊົນ, ເຖິງວ່າໄລຍະຜ່ານມາ,…
