ຟີລິບປິນ ສົ່ງທ້າຍ ທີມຊາດລາວ ກັບບ້ານ 3-1

ທີມຊາດລາວ ລົງສະໜາມຄັ້ງທີ 2 ເສຍໃຫ້ແກ່ ທີມຊາດຟີລິບປິນ 3-1 ໃນວັນທີ 3 ຕຸລາຜ່ານມານີ້ ຂອງການແຂ່ງຂັນບານເຕະລາຍການ Bangabandhu Gold Cup International Tournament 2018 ຄູ່ເປີດສະໜາມການແຂ່ງຂັນຢູ່ທີ່ SYLHET ZILA STADIUM ສົ່ງຜົນໃຫ້ ທີມຊາດລາວ ຕ້ອງຕົກຮອບກັບບ້ານທັນທີ.
ການແຂ່ງຂັນຄັ້ງນີ້ ທີມຊາດລາວ ລົງສະໜາມ 2 ຄັ້ງ, ຜົນປາກົດວ່າ: ລົງສະໜາມຄັ້ງທໍາອິດເສຍໃຫ້ ທີມຊາດບັງກາລະເທດ 1-0 ໃນວັນທີ 1 ຕຸລາຜ່ານມາ ແລະ ຄັ້ງທີ 2 ເສຍໃຫ້ ທີມຊາດຟີລິບປິນ 3-1 ສົ່ງຜົນໃຫ້ ທີມຊາດລາວ ຕົກຮອບແບ່ງກຸ່ມ.
ການແຂ່ງຂັນ Bangabandhu Gold Cup International Tournament 2018 ຈັດຂຶ້ນລະຫວ່າງວັນທີ 1-12 ຕຸລາ 2018 ເຊິ່ງມີ 6 ປະເທດ ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ ເອ ປະກອບມີ: ເນປານ, ປາແລສຕິນ ແລະ ທາຈິກິດສະຖານ, ກຸ່ມ ບີ ປະກອບມີ: ບັງກະລາເທດ, ລາວ, ຟີລິບປິນ.

