ເຢຍລະມັນ ຊະນະ ຕວກກີ ຄວ້າສິດເປັນເຈົ້າພາບບານເຕະຢູໂຣ 2024

ຄະນະບໍລິຫານສະຫະພັນບານເຕະເອີຣົບ ຫຼື ຢູຟາ ລົງຄະແນນເລືອກເຈົ້າພາບຈັດການແຂ່ງຂັນຊີງແຊ້ມທະວີບເອີຣົບ ຫຼື ຢູໂຣ ຄັ້ງທີ 17 ປີ 2024. ການລົງຄະແນນຄັ້ງນີ້ ຈັດຂຶ້ນຢູ່ສຳນັກງານໃຫຍ່ຢູຟາ ເມືອງນິຢົງ ປະເທດສະວິດ ໃນຄືນວັນທີ 28 ກັນຍາຜ່ານມາ ໂດຍມີ 2 ປະເທດສະເໜີຕົວເປັນເຈົ້າພາບໃນຄັ້ງນີ້ຄື: ເຢຍລະມັນ ແລະ ຕວກກີ.
Aleksander Ceferin ປະທານສະຫະພັນບານເຕະເອີຣົບ ຫຼື ຢູຟາ ປະກາດຄະແນນໂຫວດເລືອກເຈົ້າພາບໃນຄັ້ງນີ້ ເປັນທາງເຢຍລະມັນ ຊະນະ ຕວກກີ 12 ຕໍ່ 4 ສຽງ ເນື່ອງຈາກວ່າ ຢູຟາ ເຫັນວ່າ ເຢຍລະມັນ ມີຄວາມພ້ອມ ແລະ ຄວາມປອດໄພຫຼາຍກວ່າ ຕວກກີ. ເຢຍລະມັນ ສະເໜີໃຊ້ສະໜາມແຂ່ງຂັນໃນ 10 ເມືອງຄື: ນະຄອນຫຼວງແບກແລງ (ເບີລິນ) ເປັນເຈົ້າພາບນັດຊິງ, ໂຄໂລນ, ດອດມູນ, ດຸສເຊີດອຟ, ແຟັງເຟິດ, ເກວເຊນເຄຍເຊນ, ຮຳບຸກ, ໄລຊິກ, ມິວນິກ ແລະ ຊະຕຸດກາດ ເຊິ່ງທຸກສະໜາມບໍ່ຈຳເປັນຕ້ອງສ້າງໃໝ່. ເຢຍລະມັນ ຈະເປັນເຈົ້າພາບຈັດການແຂ່ງຂັນລະດັບເມເຈີທີ 4 ຕໍ່ຈາກເຈົ້າພາບບານໂລກ 1974, ຢູໂຣ 1988 ແລະ ບານໂລກ 2006 ລວມເຖິງເຈົ້າພາບບານໂລກຍິງ 2011.
ສ່ວນຕວກກີ ທາງ ຢູຟາ ເຫັນວ່າບໍ່ມີຄວາມພ້ອມທັງ 2 ດ້ານຄື: ການຂາດແຜນປະຕິບັດດ້ານສິດທິມະນຸດ ເຊິ່ງເປັນຄັ້ງທຳອິດທີ່ຂໍ້ກຳນົດນີ້ ໄດ້ນຳມາພິຈາລະນາໃນການສະເໜີໂຕເປັນເຈົ້າພາບ; ການຂະຫຍາຍໂຄງສ້າງພື້ນຖານດ້ານການຄົມມະນາຄົມ ລວມເຖິງບາງເມືອງຍັງມີທີ່ພັກສຳລັບແຟນບານຈຳນວນຈຳກັດ. ເປັນຄັ້ງທີ 4 ທີ່ ຕວກກີ ສະເໜີໂຕເປັນເຈົ້າພາບຈັດການແຂ່ງຂັນມະຫາກຳກິລາໃຫຍ່ໆບໍ່ເຄີຍສຳເລັດຕໍ່ຈາກ 2012, 2016 ແລະ ໂອລິມປີກເກມ 2020.

