ປິດເທີມຍາວ! ເຊວຊີ ເຜີຍ ໂຟຟານາ ເຂົ້າຜ່າຕັດເອັນໄຂ່ວໜ້າເຂົ່າ
ເຊວຊີ ໄດ້ເປີດເຜີຍອັບເດດກ່ຽວກັບການບາດເຈັບຂອງ ເວສລີ່ ໂຟຟານາ ໄດ້ຮັບບາດເຈັບເອັນໄຂ່ວໜ້າເຂົ່າ (ACL) ແລະ ໄດ້ເຂົ້າຮັບການຜ່າຕັດໄປແລ້ວຮຽບຮ້ອຍ. ກອງຫລັງໄວ 22 ປີ ໂຊກຮ້າຍໄດ້ຮັບບາດເຈັບໃນຂະນະທີ່ກຽມຕົວກັບທີມໃນຊ່ວງກ່ອນເປີດລະດູການ. ກ່ອນຖືກຢືນຢັນວ່າລາວໄດ້ຮັບການຜ່າຕັດ ACL ແລະ ຈະບໍ່ເດີນທາງຮ່ວມທີມງານໃນການທົວທີ່ສະຫະລັດອາເມລິກາ. ໂດຍຈະຢູ່ໃນການຟື້ນຟູທີ່ ຄອບແຮມ ສະໜາມຝຶກຊ້ອມຂອງ ສິງໂຕຟ້າ….









