ການຈັດອັນດັບໂລກ ບານສົ່ງໃນຮົ່ມຍິງຫລ້າສຸດ ຫລັງຈົບການແຂ່ງຂັນລາຍການ ເນຊັ່ນລີກ 2023 ທ້າຍອາທິດຜ່ານມາ, ປະກົດວ່າ: ຕວກກີ້ ທີ່ສ້າງປະຫວັດສາດໄດ້ແຊ້ມຄັ້ງທຳອິດ ອັນດັບໂລກຫຍັບຂຶ້ນ 4 ອັນດັບ ມາເປັນເບີ 1 ຂອງໂລກ ມີຄະແນນສະເລ່ຍ 365.64, ຂະນະທີ່ ສປ ຈີນ ຮອງແຊ້ມ ຢູ່ອັນດັບ 6 ມີ 345.20 ຄະແນນ.
ອັນດັບທີ 2 ຂອງໂລກແມ່ນ ສະຫະລັດ ອາເມຣິກາ ທີມອັນດັບ 4 ເນຊັ່ນລີກ 2023 ມີ 358.45 ຄະແນນ, ອັນດັບທີ 3 ອີຕາລີ ມີ 354.41 ຄະແນນ, ອັນດັບທີ 4 ເບຣຊິນ ມີ 346.21 ຄະແນນ, ອັນດັບທີ 5 ເຊີເບຍ ມີ 345.74 ຄະແນນ.
ອັນດັບທີ 7 ໂປແລນ ທີມອັນດັບ 3 ເນຊັ່ນລີກ ປີນີ້, ອັນດັບທີ 8 ຍີ່ປຸ່ນ, ອັນດັບທີ 9 ສາທາລະນະລັດ ໂດມີນີກັນ ແລະ ອັນດັບທີ 10 ເນເທີແລນ, ຂະນະທີ່ ໄທ ຢູ່ອັນດັບທີ 15 ຂອງໂລກ, ສາທາລະນະລັດເກົາຫລີ ອັນດັບທີ 35 ຂອງໂລກ.