ອາເຊນອລ ປະກາດເຊັນສັນຍາຄວ້າໂຕ ດີແຄນ ໄຣຊ ຮ່ວມທີມຢ່າງເປັນທາງການ

ຫລັງຈາກທີ່ແຟນບານຂອງ ປືນໃຫຍ່ ລໍຄອຍຄຳວ່າ “ຢ່າງເປັນທາງການ” ໃນຂໍ້ຕົກລົງຂອງ ເດີແຄນ ໄຣຊ ມາເປັນເວລາດົນ, ໃນທີ່ສຸດກໍ່ສົມຫວັງແລ້ວເມື່ອ ອາເຊນອລ ປະກາດຕົກລົງຊື້ ກອງກາງຕົວເກັ່ງຂອງທີມຊາດອັງກິດມາຮ່ວມທີມ ໃນວັນເສົາທີ 15 ກໍລະກົດ 2023 ນີ້.
ການຍ້າຍທີມຂອງອະດີດກັບຕັນທີມ ເວັສແຮມ ຢູໄນເຕັດ ໄດ້ຖືກຈັບຕາເປັນວົງກວ້າງ. ເພາະເຈົ້າໂຕເປັນຫນຶ່ງໃນນັກເຕະທີ່ເນື້ອຫອມທີ່ສຸດໃນວົງການບານເຕະເອີຣົບ.
ພາຍໃຕ້ການເປັນສ່ວນໜຶ່ງຂອງຂຸນຄ້ອນ ໄຣຊ ໄດ້ຜ່ານຫລາຍເຫດການນ້ອຍ ໃຫຍ່, ກັບສະໂມສອນ. ໄລ່ຈາກທີມເຍົາວະຊົນມາເປັນຊຸດທໍາອິດຂອງສະໂມສອນໃນປີ 2017 ແລະ ຈາກນັ້ນສອງປີຕໍ່ມາ ລາວໄດ້ພາຕົວເອງມີຊື່ຕິດທີມຊາດຂອງອັງກິດຊຸດໃຫຍ່ເປັນຄັ້ງທໍາອິດ.

