ການແກ້ໄຂບັນຫາເງິນເຟີ້, ເງິນກີບອ່ອນຄ່າ ຍັງເປັນສິ່ງທ້າທ້າຍ ແຕ່ເຊື່ອວ່າຈະບັນລຸຄາດໝາຍໄດ້ຢ່າງແນ່ນອນດ້ວຍມາດຕະການຕ່າງໆທີ່ວາງອອກ
ປີ 2022 ຜ່ານມາ ເສດຖະກິດສປປ ລາວ ປະເຊີນກັບສິ່ງທ້າທ້າຍຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນ ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນລະດັບທີ່ສູງໃນຮອບຫຼາຍສິບປີບວກໃສ່ກັບຂໍ້ຂັດແຍ່ງທາງດ້ານການເມືອງ ແລະ ການທະຫານໃນຂົງເຂດເອີຣົບ, ເຊິ່ງເຮັດໃຫ້ລາຄາພະລັງງານ ແລະ ລາຄາສະບຽງອາຫານເພີ່ມຂຶ້ນຫຼາຍເທົ່າຕົວສົ່ງຜົນກະທົບຫຼາຍປະເທດໃນໂລກປະເຊີນກັບພາວະເງິນເຟີ້ຢູ່ໃນລະດັບສອງຕົວເລກ. ນອກຈາກນີ້, ການເພີ່ມຂຶ້ນຂອງລາຄານໍ້າມັນ ແລະ ລາຄາສິນຄ້ານໍາເຂົ້າ ຢູ່ໃນຕະຫຼາດສາກົນ ໄດ້ເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອຊຳລະການນຳເຂົ້າເພີ່ມສູງແບບກ້າວກະໂດດ…










