ກອງປະຊຸມໄດ້ສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວໃນປີ 2023

ວັນທີ 23 ກຸມພາ 2023 ຜ່ານມານີ້ ກວດກາສູນກາງພັກ  ສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2022  ໂດຍການເປັນປະທານຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ.

ກອງປະຊຸມໄດ້ສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວໃນປີ 2023  ຜ່ານມນີ້ວ່າ: ໄດ້ລົງກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຈໍານວນ 18 ໂຄງການ ຜ່ານການກວດກາພົບເຫັນ ໂຄງການຈໍານວນໜຶ່ງ ຍັງບໍ່ປະຕິບັດຄົບຖ້ວນຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້;  ກວດກາຕາມຄໍາສັ່ງໄດ້ທັງໜົດ 12 ເປົ້າໝາຍ, ກວດກາສໍາເລັດແລ້ວ 5 ເປົ້າໝາຍ. ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ມີ 416 ໂຄງການ ໃນນີ້ໄດ້ກວດກາສໍາເລັດ 280 ໂຄງການ, ຍັງບໍ່ທັນກວດກາ 136 ໂຄງການ ແລະ ໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາມີ 2.850 ໂຄງການ, ໃນນີ້ໄດ້ກວດກາສໍາເລັດ 616 ໂຄງການ ແລະ ຍັງບໍ່ທັນໄດ້ກວດກາ 2.234 ໂຄງການ.

ຜ່ານການກວດກາເຫັນມູນຄ່າທີ່ຄິດໄລ່ບໍ່ຖືກລະບຽບ ເປັນຕົ້ນ: ໜ້າວຽກບໍ່ໄດ້ຈັດຕັ້ງປະຕິບັດ, ຊໍາລະເກີນໜ້າວຽກປະຕິບັດໄດ້ຕົວຈິງຊຶ່ງຕ້ອງເກັບກູ້ຄືນ, ລວມທັງພັນທະອາກອນທີ່ຍັງຄ້າງມອບໃຫ້ລັດ ຈໍານວນ 2.012,55 ຕື້ກີບ ແລະ 750.801,94 ໂດລາ.

ພ້ອມນັ້ນໄດ້ເອົາໃຈໃສ່ ກວດກາຕາມມະຕິສະພາແຫ່ງຊາດ ສະບັບເລກທີ 14/ສພຊ, 24/ສພຊ ແລະ ຕາມການສະໜອງຂໍ້ມູນ ຂອງອົງການກວດສອບແຫ່ງລັດ ສະໜອງໃຫ້ໃນປີ 2019-2020 (ທີ່ຍັງຄ້າງ) ຄື:

(1). ການໃຫ້ເຊົ່າ-ສຳປະທານທີ່ດິນຂອງລັດ ຈໍານວນ 30 ໂຄງການ ເນື້ອທີ່ 318,89 ເຮັກຕາ ຢູ່ແຂວງຜົ້ງສາລີ, ຫຼວງພະບາງ ແລະ ບໍລິຄໍາໄຊ;

(2). ເກັບກູ້ໜີ້ຕ້ອງຮັບທີ່ຄ້າງມອບ ຂອງຫົວໜ່ວຍງົບປະມານໃນ 09 ກະຊວງ, ມູນຄ່າທັງໝົດ 1.173,39 ຕື້ກີບ;

(3). ກວດກາ 09 ຫົວໜ່ວຍທຸລະກິດ ທີ່ກູ້ຢືມເງິນຈາກກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເກັບຊື້ເຂົ້າແຮແຊກແຊງລາຄາເຂົ້າ ແລະ ດັດສົມຕະຫຼາດ ທີ່ຍັງຄ້າງຊຳລະຕົ້ນທຶນ ແລະ ດອກເບ້ຍ 124,24 ຕື້ກີບ ແມ່ນຢູ່ຂັ້ນຕອນການດຳເນີນການກວດກາຍັງບໍ່ທັນສຳເລັດ;

(4). ການແກ້ໄຂຜົນການກວດກາຢູ່ 5 ກົມຂອງກະຊວງການເງິນ, ອົງການກວດກາແຫ່ງລັດໄດ້ມອບໃຫ້ກະຊວງ ການເງິນ ເປັນຜູ້ດຳເນີນການແກ້ໄຂຜົນການກວດກາ ແຕ່ຮອດປະຈຸບັນຍັງບໍ່ມີຄວາມຄືບໜ້າ;

(5). ໂຄງການລົງທຶນຂອງລັດ ທີ່ບໍ່ຜ່ານການປະເມີນ, ໂຄງການຈ່າຍນອກແຜນງົບປະມານ, ໂຄງການບໍ່ຜ່ານການປະມູນ, ໂຄງການບໍ່ໄດ້ຄໍ້າປະກັນສັນຍາ-ໂຄງການ ແລະ ໂຄງການນອກແຜນ ທັງໝົດຈໍານວນ 160 ໂຄງການ ໃນນີ້ ກວດກາສໍາເລັດແລ້ວ 85 ໂຄງການ ແລະ ຍັງຄ້າງກວດກາ 75 ໂຄງການ.

ໄດ້ດໍາເນີນການສືບສວນ-ສອບສວນ ຄະດີທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງ ໃນຂອບເຂດທົ່ວປະເທດ 19 ລາຍຄະດີ, ເປົ້າໝາຍພົວພັນທັງໝົດ 187 ຄົນ, ພະນັກງານລັດ 134 ຄົນ, ພະນັກງານລັດວິສາຫະກິດ 33 ຄົນ, ພະນັກງານບໍລິສັດ 16 ຄົນ ແລະ ປະຊາຊົນ 04 ຄົນ; ໃນເປົ້າໝາຍພົວພັນທັງໝົດແກ້ໄຂທາງດ້ານບໍລິຫານທັງໝົດ 169 ຄົນ ແລະ ດຳເນີນຄະດີ 18 ຄົນ ໃນການດຳເນີນຄະດີໄດ້ສະຫຼຸບຄະດີສົ່ງໃຫ້ໄອຍະການ 11 ຄົນ ໃນນີ້ ພະນັກງານລັດ 7 ຄົນ, ພະນັກງານລັດວິສາຫະກິດ 02 ຄົນ; ພະນັກງານບໍລິສັດ 1 ຄົນ ແລະ ປະຊາຊົນ 1 ຄົນ; ສານຕັດສິນແລ້ວ 02 ຄົນ; ພົບເຫັນຜົນເສຍຫາຍທັງໝົດ 95,61 ຕື້ກວ່າກີບ, 65,85 ລ້ານກວ່າບາດ, 100.000 ໂດລາ; ໃນເບື້ອງຕົ້ນສາມາດເກັບກູ້ຄືນໄດ້ 9,56 ຕື້ກວ່າກີບ, 4,63 ລ້ານກວ່າບາດ.

ຂໍ້ມູນ: ວາລະສານກວດກາ