ກໍາປູເຈຍຂໍເຈລະຈາກັບອາເມລິກາ ສະເໜີຫລຸດພາສີສິນຄ້າຫລາຍລາຍການ

        ລັດຖະບານກໍາປູເຈຍຍື່ນຂໍ້ສະເໜີຫລຸດພາສີສິນຄ້າອາເມລິກາຫລາຍລາຍການ ເຫລືອອັດຕາ 5% ແລະ ຂໍເຈລະຈາກັບອີກຝ່າຍ ເພື່ອບັນເທົາຜົນກະທົບຈາກມາດຕະການພາສີຕອບໂຕ້ຂອງລັດຖະບານວໍຊິງຕັນ.

        ກະຊວງການຄ້າກໍາປູເຈຍອອກຖະແຫລງການວ່າ: ທ່ານ ຈອມ ນິມົນ ລັດຖະມົນຕີກະຊວງການຄ້າກໍາປູເຈຍ ສົ່ງໜັງສືເຖິງທ່ານ ເຈມີສັນ ເກຣີ ຜູ້ແທນການຄ້າອາເມລິກາ ມີເນື້ອໃນສໍາຄັນກ່ຽວກັບການຂໍເຈລະຈາກ່ຽວກັບການທີ່ລັດຖະບານວໍຊິງຕັນຂອງປະທານາທິບໍດີ ໂດນັລ ທຣໍາ ຂຶ້ນພາສີຕ່າງຕອບແທນກັບສິນຄ້າທີ່ສົ່ງອອກຈາກກໍາປູເຈຍ ໃນອັດຕາສູງເຖິງ 49%.

        ຂະນະດຽວກັນ, ລັດຖະບານກໍາປູເຈຍຍື່ນຂໍ້ສະເໜີເປັນການກຽມຫລຸດພາສີສິນຄ້າ 19 ລາຍການຂອງອາເມລິກາ ເຊິ່ງປັດຈຸບັນຜະເຊີນອັດຕາພາສີລະຫວ່າງ 7-35% ໃຫ້ລົງມາຢູ່ 5% ທຸກລາຍການ.

        ກ່ອນໜ້ານີ້, ກະຊວງການຄ້າກໍາປູເຈຍວິຈານພາສີອັດຕາໃໝ່ຂອງອາເມລິກາບໍ່ສົມເຫດສົມຜົນ ແລະ ບໍ່ສົ່ງຜົນດີຕໍ່ພາບພົດຂອງອຸດສາຫະກໍາຢູ່ກໍາປູເຈຍ. ອີກທັງການດຶງດູດນັກລົງທຶນຕ່າງປະເທດ ແລະ ເຕືອນວ່າ: ຜູ້ບໍລິໂພກຢູ່ອາເມລິກາຈະໄດ້ຮັບຜົນກະທົບຈາກມາດຕະການພາສີຮອບນີ້ ກ່ອນປະຊາຊົນຢູ່ກໍາປູເຈຍ.

        ກໍາປູເຈຍ ສົ່ງອອກສິນຄ້າໄປອາເມລິກາ ມູນຄ່າປະມານ 10,000 ລ້ານໂດລາສະຫະລັດ ໃນປີຜ່ານມາ ໂດຍນໍາເຂົ້າສິນຄ້າຈາກອີກຝ່າຍມູນຄ່າພຽງ 264 ລ້ານໂດລາສະຫະລັດ ແລະ ເກັບພາສີສະເລ່ຍໃນອັດຕາ 29.4%.