ລາວ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນລົງນາມໃນແຜນງານປະຈຳປີ 2017

ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບຄູ່ຮ່ວມງານ ແລະ ແຜນງານປະຈຳປີ 2017 ລະ ຫວ່າງກະຊວງສຶກສາທິການ ແລະ ກິລາ ແລະອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນປະຈຳລາວ ( UNFPA ) ໄດ້ມີຂຶ້ໃນວັນທີ 28 ມີນານີ້, ທີ່ນະຄອນຫຼວງວຽງຈັນລະຫວ່າງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ…

ລັດວິສາຫະກິດສະບຽງອາຫານນະຄອນຫລວງຮັບປະກັນການສະໜອງຊີ້ນຊ່ວງໄລຍະປີໃໝ່ໄດ້ພຽງພໍ

ທ່ານອໍານວຍການລັດວິສາຫະກິດສະບຽງອາຫານນະຄອນຫລວງວຽງຈັນ ໃຫ້ຮູ້ເມື່ອມໍ່ໆນີ້ວ່າ: ເພື່ອຮັບປະກັນການສະໜອງຊີ້ນ ແລະ ສະບຽງອາຫານຕ່າງໆໃຫ້ສັງຄົມໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວໄດ້ພຽງພໍນັ້ນ, ລັດວິສາຫະກິດຂອງຕົນໄດ້ແຈ້ງໃຫ້ບັນດາຜູ້ປະກອບການລ້ຽງສັດໃນນະຄອນຫລວງວຽງຈັນໄດ້ກະກຽມສັດລ້ຽງປະເພດໝູ, ງົວ, ຄວາຍ ແລະ ສັດປີກແຮໄວ້ເພື່ອສະໜອງໃຫ້ໂຮງງານຂ້າສັດ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດຕ່າງໆທີ່ຈະເພີ່ມສູງຂຶ້ນໃນໄລຍະດັ່ງກ່າວໄດ້ພຽງພໍ ແລະ ສໍາລັບໂຮງງານຂ້າສັດດອນດູ່ເມືອງຫາດຊາຍຟອງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງລັດວິສາຫະກິດສະບຽງອາຫານກໍຈະໄດ້ເພີ່ມປະລິມານການສະໜອງຊີ້ນປະເພດຕ່າງໆໃຫ້ພຽງພໍ ຕາມຄວາມຕ້ອງການຂອງລູກຄ້າດ້ວຍລາຄາຂາຍສົ່ງຊີ້ນໝູ 19.000 ກີບ, ຊີ້ນງົວ-ຄວາຍ 68.000 ກີບ ແລະ…

ນະຄອນຫລວງວຽງຈັນຫາລືການແກ້ໄຂບັນຫານໍ້າເປື້ອນໃນຕົວເມືອງ

ກົມຊັບພະຍາກອນນໍ້າ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫລວງວຽງຈັນໄດ້ຮ່ວມກັນປຶກສາຫາລືກ່ຽວກັບວິທີການແກ້ໄຂບັນຫານໍ້າເປື້ອນ ແລະ ສິ່ງເສດເຫລືອໃນຕົວເມືອງ, ພາຍຫລັງເຫັນວ່າບັນຫາດັ່ງກ່າວມີລັກສະນະຮ້າຍແຮງເພີ່ມຂຶ້ນທຸກມື້, ອັນໄດ້ສົ່ງຜົນກະທົບບໍ່ດີຕໍ່ສະພາບແວດລ້ອມ ແລະ ສັງຄົມ. ກອງປະຊຸມໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງແມ່ນໍ້າທີ່ເປັນປັດໄຈພື້ນຖານຕໍ່ການດຳລົງຊິວິດຂອງມວນມະນຸດ, ລະບົບນິເວດວິທະຍາ, ສິ່ງທີ່ມີຊີວິດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສປປ ລາວ ກໍເປັນປະເທດໜຶ່ງທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນນ້ຳ, ອັນໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການດຳລົງຊິວິດຂອງປະຊາຊົນບັນດາເຜົ່າ ແລະ…

ບ້ານແທ່ນຄຳຕົວແບບທະນາຄານບ້ານຂອງເມືອງຫົງສາ

ທະນາຄານບ້ານແທ່ນຄໍາ ເປັນທະນາຄານບ້ານຕົວແບບ ໃນການ ບໍລິຫານ, ການຄຸ້ມຄອງ ແລະການກວດກາທີ່ດີ ເຊິ່ງປັດ ຈຸບັນມີ 580 ສະມາຊິກ, ມີເງິນ ຝາກທັງໝົດ 2,5 ຕື້ກີບ ອັນໄດ້ ຊ່ວຍໃຫ້ຊັບສິນ ແລະ ກອງທຶນ ຂອງບ້ານເພີ່ມຂຶ້ນ 2,67…

ສູນເສຍອົງຄະພິເສດ 790 ລະນຶກວັນເສຍອົງຄະຄົບຮອບ 21 ປີ

ເພື່ອເປັນການຫວນຄືນ ຂອງວັນຜູ້ເສຍອົງຄະ ກໍຄືຜູ້ທີ່ອຸ ທິດຊີວິດເລືອດເນື້ອເຫື່ອ ແຮງ ເພື່ອປົກປ້ອງປະເທດຊາດໃນ ປາງສົງຄາມ ແລະ ອາທິດຜ່ານ ມານີ້, ສູນເສຍອົງຄະພິເສດ 790, ໄດ້ຈັດປາຖະກະຖາ ເພື່ອລະນຶກ ວັນດັ່ງກ່າວ ທີ່ໄດ້ໝູນວຽນມາ ບັນຈົບຄົບຮອບ 21 ປີ (21…

60 ປີ ບໍລິສັດ ຕຣີເພັດ ອີຊູຊຸ ເຊວສ໌ ຈຳກັດເຕີບໃຫຍ່ເຂັ້ມແຂງ

ໃນລະຫວ່າງວັນທີ 23-26 ມີນານີ້, ຄະນະສື່ມວນຊົນລາວຊຶ່ງປະກອບມີ: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວາລະສານຕ່າງໆຫລາຍກວ່າ 25 ພາກສ່ວນ, ໄດ້ເດີນທາງໄປຢ້ຽມຊົມການດຳເນີນທຸລະກິດຂອງບໍລິສັດ ຕຣີເພັດ ອີຊູຊຸເຊວສ໌ ຈຳກັດ ທີ່ບາງກອກປະເທດໄທ, ເພື່ອເປັນການຢ້ຳເຖິງການດຳເນີນທຸລະກິດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດດັ່ງກ່າວຕະຫລອດ 60…

ໄຟໄໝ້ເຮືອນປະຊາຊົນບ້ານບໍ່ເຕັນຫລາຍຫລັງ ຍ້ອນຂາດສະຕິໃນການນຳໃຊ້ຟືນໄຟແຕ່ງຢູ່ຄົວກິນ

ໃນອາທິດຜ່ານມາ, ຫລາຍຄົນຄົງໄດ້ເຫັນຄລິບວີດີໂອພາບເຫດການໄຟໃໝ້ເຮືອນປະຊາຊົນບ້ານບໍ່ເຕນ, ເມືອງ ແລະ ແຂວງຫລວງນໍ້າທາ ທີ່ໄດ້ເຜີຍແຜ່ໃນສື່ສັງຄົມອອນລາຍຢ່າງໄວວາເມື່ອເວລາ 15:00 ໂມງຂອງວັນທີ 21 ມີນາຜ່ານມາ, ຊຶ່ງຖືວ່າເປັນເຫດການໄຟໃໝ້ທີ່ຮ້າຍແຮງສົມຄວນ, ໂດຍມີເຮືອນ 5 ຫລັງ ແລະ ຕູ້ຄວບຄຸມສັນຍານເຄືືອຂ່າຍໂທລະສັບຂອງບໍລິສັດອີທີແອລ 2 ໜ່ວຍຖືກໄຟໃໝ້ລວມມີມູນຄ່າຄວາມເສຍຫາຍຫລາຍກວ່າ 1 ຕື້ກີບ….

ຕໍາຫລວດເລັ່ງຕິດຕາມຕົວຊາວຕ່າງຊາດ 2 ຄົນເຄື່ອນໄຫວໃຊ້ບັດເອທີເອັມປອມຖອນເອົາເງິນຂອງທະນາຄານຢູ່ລາວ

ຕໍາຫລວດເສດຖະກິດລາວພວມເລັ່ງຕິດຕາມຕົວຊາວຕ່າງຊາດ 2 ຄົນທີ່ໄດ້ເຄື່ອນໄຫວກໍ່ອາດຊະຍາກຳດ້ວຍການນໍາໃຊ້ບັດເອທີເອັມ (ATM) ປອມຖອນເອົາເງິນຢູ່ຕູ້ ATM ຂອງທະນາຄານຕ່າງໆໃນສປປ ລາວ ເປັນຈໍານວນຫລາຍ. ກົມຕໍາຫລວດເສດຖະກິດ ໃຫ້ຮູ້ວ່າ: ທ່າມກາງສະພາບສັງຄົມທີ່ພວມຜັນແປໄປຢ່າງສັບສົນໃນປັດຈຸບັນ, ບັນຫາການເຄື່ອນໄຫວຂອງບັນດາກຸ່ມກໍ່ອາດຊະຍາກຳປະເທດຕ່າງໆແມ່ນໄດ້ໃຊ້ຫລາຍເລ່ຫລ່ຽມທີ່ເລິກແລບແນບນຽນ ແລະ ວັດຖຸເຕັກນິກທີ່ທັນສະໄໝເຂົ້າໃນການກໍ່ອາດຊະຍາກຳເຊັ່ນ: ການນຳໃຊ້ບັດ ATM ປອມ ເພື່ອລັກລອບຖອນເອົາເງິນຢູ່ຕາມຕູ້ ATM…

ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາອຸດສາຫະກຳຄົນໃໝ່ຢືນຢັນຈະສືບຕໍ່ສະໜັບສະໜູນການຮ່ວມມືສອງຝ່າຍໃຫ້ຫລາຍຂຶ້ນ

ໃນໂອກາດເຂົ້າພົບປະທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໃນວັນທີ 27 ມີນານີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຕນ ອາ ແຮນເຊັນ (Stein R. HANSEN) ຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາອຸດສາຫະກຳຄົນໃໝ່ປະຈຳພາກພື້ນ ໄດ້ຢືນຢັນ ແລະ ໃຫ້ຄຳໝັ້ນສັນຍາວ່າ:…

ສະຫະລັດອາເມລິກາສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ

    ສູນວິເຄາະ ແລະ ລະບາດວິທະຍາ (ສວລ) ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຈາກລັດຖະບານສະຫະລັດ ໄດ້ເປີດໂຄງການໃໝ່: ສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ ແລະ ລະບາດວິທະຍາໃນລາວ ທີ່ນະຄອນຫລວງວຽງຈັນ ໃນວັນທີ 21 ມີນາເພື່ອແນໃສ່ສ້າງຄວາມເຂັ້ມແຂງລະບົບຫ້ອງວິເຄາະການແພດແຫ່ງຊາດໃນລາວ ໂດຍການສະໜັບສະໜູນງົບປະມານ 3 ລ້ານໂດລາສະຫະລັດ ຈາກລັດຖະບານສະຫະລັດ ໃນໄລຍະເວລາ…