​​ກໍລະກົດ​ນີ້​ຈະ​ຮູ້​ຜົນ​​ໂຄງການ​ປະ​ກວດ​ແຕ້ມຮູບລົດ​ໂຕ​ໂຍຕາ​ໃນ​ຝັນ​ທີ່​ປະ​ເທດ​ຍີ່ປຸ່ນ

           ວັນ​ທີ 1 ​​ເມສາ​ນີ້, ບໍ​ລິ​ສັດ ​ໂຕ​ໂຍຕາ ມໍ​ເຕີ້ ປະ​ເທດ​ໄທ ຈຳກັດ, ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ລະດັບ​ປະ​ເທດຈາກ​ໂຄງການ​ປະ​ກວດ​ແຕ້ມ​ຮູບ​ໃນ​ຫົວ​ຂໍ້ ລົດ​ໂຕ​ໂຍຕາ ​ໃນ​ຝັນ​ຂອງ​ຂ້ອຍ ຄັ້ງ​ທີ 7 ປະຈຳ​ປີ 2017, ຂຶ້ນ​ທີ່​ນະຄອນຫລວງວຽງ​ຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ  ຄຳ​ຜ່ານ ສີສະ​ຫວັນ…

ສັງຄົມເປັນຫວ່ງການບໍລິການໂດຍສານໄລຍະປີໃໝ່

ຄືດັ່ງຮູ້ນໍາກັນວ່າ, ເມື່ອຮອດໄລຍະບຸນປີໃໝ່ລາວມັກຈະມີສະພາບການສວຍໂອກາດຂອງຜູ້ປະກອບການ ຫລື ຊາວຄ້າຂາຍຈໍານວນໜຶ່ງທີ່ສະແຫວງຫາຜົນກໍາໄລໂດຍການຂຶ້ນຄ່າບໍລິການ ແລະ ລາຄາສີນຄ້າຕາມລໍາພັງໃຈ ແລະ ບັນຫາໜຶ່ງທີ່ສັງຄົມມີຄວາມເປັນຫວ່ງກໍແມ່ນຄ່າລົດໂດຍສານກໍມັກມີສະພາບດັ່ງກ່າວເຊັ່ນກັນໃນໄລຍະປີໃໝ່ນີ້. ພາຍຫລັງລັດຖະບານໄດ້ມີແຈ້ງການກ່ຽວກັບການສະຫລອງບຸນປີໃໝ່ລາວ ພສ 2560 ອອກມາເມື່ອບໍ່ດົນນີ້ວ່າ: ປີໃໝ່ລາວປີນີ້ແມ່ນເລີ່ມແຕ່ວັນທີ 14-16 ເມສາກົງກັບວັນສຸກ, ວັນເສົາ ແລະ ວັນອາທິດ, ແຕ່ເນື່ອງຈາກວັນທີ 15-16…

ກອງທຶນປະກັນສັງຄົມ ແລະ ໂຮງໝໍຕ່າງໆທົ່ວປະເທດເປັນເອກະພາບຍົກສູງຄຸນນະພາບການປິ່ນປົວ

  ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ຮ່ວມກັບ ໂຮງໝໍທົ່ວປະເທດ, ຈັດກອງ ປະຊຸມຖອດຖອນບົດຮຽນ ແລະ ເຊັນສັນຍາການບໍລິການປິ່ນປົວສຸຂະພາບ, ພາຍໃຕ້ ລະບົບປະກັນສັງຄົມ, ຂື້ນໃນວັນທີ 29 ມີນານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ…

ປກສ ນະຄອນຫລວງທຳລາຍລົດຈັກຜິດລະບຽບເປັນຈໍານວນຫລາຍ

ໃນວັນທີ 29 ມີນານີ້, ເຈົ້າໜ້າທີ່ກອງພັນເຄື່ອນທີ່ ປກສ ນະຄອນຫລວງວຽງຈັນໄດ້ນໍາລົດຈັກທີ່ຜິດລະບຽບ ເຊັ່ນ: ດັດແປງສະພາບເປັນລົດແຂ່ງ, ດັດແປງທໍ່ເຮັດໃຫ້ເກີດສຽງດັງ, ບໍ່ມີເອກະສານ ແລະ ອື່ນໆຈໍານວນ 60 ຄັນໄປທຳລາຍຖີ້ມ ເພື່ອບໍ່ໃຫ້ກຸ່ມຄົນທີ່ເຄີຍກະທຳຜິດສາມາດນຳເອົາລົດດັ່ງກ່າວໄປນຳໃຊ້ໃນທາງບໍ່ຖືກຕ້ອງອີກ, ເຊິ່ງລົດຈັກເຫລົ່ານີ້ແມ່ນຢຶດໄດ້ຈາກແກ໋ງກວນເມືອງໃນໄລຍະຜ່ານມາ. ທ່ານພັນໂທ ຄຳຜິວ ວັດທະນາພອນ ຫົວໜ້າກອງພັນເຄື່ອນທີ່…

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລົງຊີ້ນຳວຽກງານຢູ່ທ້ອງຖິ່ນ

  ເຊົ້າວັນທີ 29 ມີນານີ້, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ຄຳແພງ ໄຊສົມແພງ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳວຽກງານແຮງງານ ແລະ ສະຫວັດດີການສັງຄົມຢູ່ແຂວງໄຊສົມບູນ, ໂດຍໄດ້ເຂົ້າພົບການນຳຂອງແຂວງ ແລະ ບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງ, ໂດຍສະເພາະພະແນກແຮງງານສະຫວັດດີການສັງຄົມ ເພື່ອໃຫ້ເອົາໃຈໃສ່ສຶກ…

ຈະເຮັດແນວໃດໃຫ້ທັນເກມຄົນໂກງ ?

ບໍລິສັດທີ່ດຳເນີນທຸລະກິດລັກສະນະເຊີນຊວນມວນຊົນຮ່ວມລົງທຶນ ແລະ ທຸລະກິດແບບຕ່ອງໂສ້ໂດຍມີການເລັງເປົ້າໝາຍໃສ່ກຸ່ມບຸກຄົນໃດໜຶ່ງ ເພື່ອໃຫ້ພະຍາຍາມສ້າງກຸ່ມ ແລະ ຊອກຫາສະມາຊິກກຸ່ມຂອງຕົນມາຮ່ວມລົງທຶນກັບບໍລິສັດໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້ເພື່ອແລກກັບຜົນຕອບແທນທີ່ສູງກວ່າຄວາມເປັນຈິງຍັງມີແຜ່ຫລາຍ ແລະ ສືບຕໍ່ສ້າງຄວາມເສຍຫາຍຕໍ່ສະຖຽນລະພາບທາງດ້ານເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ສ້າງຄວາມສູນເສຍຢ່າງມະຫາສານຕໍ່ຊັບສີນຂອງປະຊາຊົນທີ່ຕົກເປັນເຫຍື່ອ, ມີບາງຄັ້ງຂະໜາດພີ້ນ້ອງຮ່ວມສາຍເລືອດດຽວກໍເກີດຜິດຖຽງອາລະວາດຕີກັນ, ຍ້ອນພາກັນຫລົງເຊື່ອຄົນໄກ້ຊິດຊັກຊວນໃຫ້ໄປເສຍຊັບ. ຕໍ່ສະພາບແບບນີ້, ມີຫລາຍຄົນຕັ້ງຄໍາຖາມວ່າ: ພວກເຮົາຍັງຈະສືບຕໍ່ປິດຫູບັງຕາປ່ອຍໃຫ້ກຸ່ມນັກລົງທຶນຫລື ນັກທຸລະກິດທີ່ມີແນວຄິດສະແຫວງຫາຜົນປະໂຫຍດຢ່າງບໍ່ຊບທໍາຈາກຄວາມຮູ້ເທົ່າບໍ່ເຖິງການຂອງປະຊາຊົນອີກຕໍ່ໄປບໍ? ແລະ ບົດຮຽນທີ່ເຈັບແສບຜ່ານມາມັນບໍ່ໄດ້ຊ່ວຍໃຫ້ຄົນລາວຈໍານວນໜຶ່ງຫູແຈ້ງຕາສະຫວ່າງຂຶ້ນແດ່ບໍ?. ຊຶ່ງກໍລະນີລ້າສຸດທີ່ເຈົ້າຂອງບໍລິສັດເອຊຽນເຟັດສຈຳກັດ (ASIANFACE…

ໂຮງໝໍມະໂຫສົດຍອມຮັບວ່າບໍລິການບໍ່ທົ່ວເຖິງ ຍ້ອນຄົນເຈັບມີປະລິມານຫລາຍ

  ຕໍ່ກັບຫາງສຽງຂອງສັງຄົມກ່ຽວກັບການບໍລິການຂອງບັນດາໂຮງໝໍຕ່າງໆ, ໂດຍສະເພາະ ຕໍ່ຜູ້ນຳໃຊ້ບັດປະກັນສັງຄົມ ເຫັນວ່າການບໍລິການນັ້ນບໍ່ທັນເໝາະສົມກັບເງິນປະກັນທີ່ເສຍໄປໃນແຕ່ລະເດືອນ, ຊຶ່ງທ່ານ ບຸນທະພານີ ບຸນຊ່ວຍ ອຳນວຍການໂຮງໝໍມະໂຫສົດ ໄດ້ໃຫ້ສຳພາດຕໍ່ນັກຂ່າວລາວພັດທະນາ ໃນໂອກາດເຂົ້າຮ່ວມກອງປະຊຸມຖອດຖອນບົດ ຮຽນລະຫວ່າງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ແລະ ບັນດາໂຮງໝໍທົ່ວປະເທດ ໃນວັນທີ 29 ມີນານີ້ວ່າ: ໃນສົກປີ 2015-2016 ຜ່ານມານີ້,…

ເຈົ້າໜ້າທີ່ແຂວງບໍລິຄຳໄຊ ແລະ ບໍ່ແກ້ວມ້າງຄະດີຢາເສບຕິດລາຍໃຫຍ່

     ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ໃນວັນທີ 21 ມີນານີ້, ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄຳໄຊ ໄດ້ລົງສົມທົບອຳນາດການປົກຄອງ ແລະ ເຈົ້າໜ້າທີ່ເມືອງທ່າພະບາດ ພາຍໃນແຂວງຂອງຕົນ ເຂົ້າກວດຄົ້ນເຮືອນເປົ້າໝາຍຫລັງໜຶ່ງຢູ່ເມືອງດັ່ງກ່າວ ສາມາດຢຶດຂອງກາງປະເພດຢາບ້າຈຳນວນ 12.000 ເມັດ, ກັນຊາອັດແທ່ງ 2…

ຟາມໝູໄຜ່ຄໍາພວມເລັ່ງແກ້ໄຂບັນຫາກິ່ນເໝັນ    

  ພາຍຫລັງໄດ້ມີບົດບັນທຶກການແກ້ໄຂຜົນກະທົບດ້ານສິ່ງແວດລ້ອມ (ມີກິ່ນເໝັນ) ຢູ່ຟາມລ້ຽງໝູໄຜ່ຄໍາ,ທີ່ຄຸ້ມບ້ານໂພນກອກເຂດບໍ່ໂອເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນລະຫວ່າງເຈົ້າຂອງຟາມດັ່ງກ່າວ ແລະ ນາຍບ້ານ 6 ບ້ານເປັນຕົວແທນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກກີ່ນເໝັນຂອງຂີ້ໝູ, ໂດຍມີທ່ານເຈົ້າເມືອງຫາດຊາຍຟອງເຂົ້າຮ່ວມເປັນສັກຂີພິຍານເມື່ອທ້າຍເດືອນກຸມພາຜ່ານມານີ້, ໂດຍໄດ້ຕົກລົງບັນຫາສໍາຄັນຄື: ບໍ່ໃຫ້ຈໍານວນໝູຢູ່ຟາມເກີນ 900 ໂຕຕໍ່ຊຸດ, ໃຫ້ຮີບຮ້ອນແກ້ໄຂກີ່ນເໝັນບໍ່ໃຫ້ເກີນປີ 2018 ແລະ ຖ້າກາຍກໍານົດຍັງບໍ່ສາມາດແກ້ໄຂໄດ້ແມ່ນຕ້ອງຢຸດເຊົາ ແລະ ຍ້າຍອອກຈາກພື້ນທີ່ຢ່າງສີ້ນເຊິງ…

ຕຣີເພັດອີຊູຊຸ ເຊວສ໌ ກຽມຄວາມພ້ອມບຸກຕະຫຼາດໃນ ສປປ ລາວ

ທ່ານ  ອາຄິຣະ ໂອດາງາກິ ຜູ້ຈັດກາງທົ່ວໄປບໍລິສັດຕຣີເພັດ ອີຊູຊຸ ເຊວສ໌ ຈຳກັດ ເປີດເຜີຍຕໍ່ສື່ມວນຊົນລາວໃນໂອກາດໄປຢ້ຽມຢາມບໍລິສັດດັ່ງກ່າວເມື່ອມໍ່ໆມານີ້ວ່າ: ປີຜ່ານມາ ບໍລິສັດຂອງຕົນໄດ້ສິດໃນການສ້າງຕະຫຼາດສຳລັບລົດ ອີຊູຊຸ ໃນ ສປປ ລາວ  ແລະ ກຳປູເຈຍ ແລະ ສາມາດຄອງສ່ວນແບ່ງຕະຫຼາດລົດໃນລາວໄດ້ 5% ແລະ…