ເກີດເຫດດິນເຈືຶ່ອນທັບລົດໂດຍສານ ໃນປະເທດໂກລົມບີ ເສຍຊີວິດຫລາຍກວ່າ 30 ຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດດິນເຈື່ອນຈາກພູລົງມາສູ່ຖະໜົນທັບລົດໂດຍສານ ທີ່ມີຄົນຢູ່ໃນລົດຫລາຍສິບຄົນ ແລະ ລົດອີກຫລາຍຄັນ ມີຄົນເສຍຊີວິດແລ້ວຢ່າງໜ້ອຍ 34 ຄົນ ບາດເຈັບອີກຫລາຍສິບຄົນ ແລະ ຍັງມີຜູ້ສູນຫາຍອີກຫລາຍຄົນ.
ເຈົ້າໜ້າທີ່ກູ້ໄພ ເລັ່ງຄົ້ນຫາຜູ້ລອດຊີວິດທີ່ຕິດຢູ່ພາຍໃນ ໂດຍໃຊ້ລົດຈົກ ແລະ ອຸປະກອນຂຸດເຈາະຕ່າງໆ ,ຫລັງຈາກທີ່ຝົນຕົກໜັກເຮັດໃຫ້ດິນເຈື່ອນລົງມາທັບ ຖະໜົນໄຮເວຍ ແຂວງ ຮີຊາລັດດາ ປະເທດ ໂກລົມບີ ດິນດັ່ງກ່າວຍັງໄດ້ປິດກັ້ນເສັ້ນທາງ ເຮັດໃຫ້ການຈະລາຈອນມີຄວາມຫຍຸ້ງຍາກພໍສົມຄວນ.

