ຢຸດໃຊ້ແຮງງານເດັກຍິງເສີບສິ່ງມຶນເມົາໃນພາເຂົ້າສາມັກຄີ

ຢຸດໃຊ້ແຮງງານເດັກຍິງເສີບສິ່ງມຶນເມົາໃນພາເຂົ້າສາມັກຄີ

ເຊື່ອວ່າຫລາຍໆຄົນລວມເຖິງຕົວຂ້າພະເຈົ້າມັກຈະໄດ້ເຫັນພຶດຕິກຳຂອງຜູ້ປົກຄອງ, ຫົວໜ່ວຍແຮງງານ ແລະ ສະຖານທີ່ບໍລິການບາງແຫ່ງ ຍັງມີການໃຊ້ແຮງງານເດັກ ໂດຍສະເພາະໄວໜຸ່ມຍິງສາວ ເຂົ້າໃນການໃຫ້ບໍລິການເສີບສິ່ງມຶນເມົາໃນວົງພາເຂົ້າສາມັກຄີ, ການສັງສັນຄຳນັບຮັບຕ້ອນພາກສ່ວນໃດໜຶ່ງທີ່ລົງຢ້ຽມຢາມຂົງເຂດກຸ່ມບ້ານທີ່ຫ່າງໄກສອກຫລີກ ສິ່ງນີ້ທ່ານຄິດວ່າມັນເປັນການໃຊ້ແຮງງານເດັກແບບເໝາະສົມບໍ? ຄັ້ງໜຶ່ງຂ້າພະເຈົ້າມີໂອກາດໄດ້ຮ່ວມເຮັດວຽກນຳໂຄງການໜຶ່ງ ແລະ ຕ້ອງໄດ້ມີການລົງຕິດຕາມວຽກງານ ແລະ ໃກ້ຊິດຕິດແທດກັບຊຸມຊົນເຂດພື້ນທີ່ຮັບຜິດຊອບ, ມີໂອກາດຮ່ວມພາເຂົ້າສາມັກຄີເພື່ອຕ້ອນຮັບ ໃນພາເຂົ້າສາມັກຄີຂ້າພະເຈົ້າເຫັນວ່າມີການໃຊ້ແຮງງານໄວໜຸ່ມຍິງສາວມາຊ່ວຍເສີບອາຫານແລະສິ່ງມຶນເມົາ ໂຊກດີທີ່ທີມງານສາມາດແກ້ໄຂສະຖານະການໄດ້ແບບນຸ້ມນວນໂດຍການເວົ້າຂຶ້ນມາວ່າ: ຂອບໃຈຫຼາຍທີ່ໄດ້ມີການຕ້ອນຮັບເປັນຢ່າງດີ ລວມເຖິງອາຫານທ່ຽງໃນມື້ນີ້ແມ່ນແຊບຫລາຍ ເພື່ອບໍ່ເປັນການລົບກວນຊົ່ວໂມງຮຽນຂອງໄວໜຸ່ມຍິງສາວທີມງານພວກເຮົາສະດວກທີ່ຈະຫ້າງຫາກະກຽມອາຫານ…

ຈົບຕົວຜູ້ ຫຼອກລວງຂາຍລົດໃຫຍ່ ມີຜູ້ຫຼົງເຊື່ອໂອນເງິນມັດຈຳໃຫ້ຈຳນວນຫຼາຍ

ຈົບຕົວຜູ້ ຫຼອກລວງຂາຍລົດໃຫຍ່ ມີຜູ້ຫຼົງເຊື່ອໂອນເງິນມັດຈຳໃຫ້ຈຳນວນຫຼາຍ

ຂ່າວໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 13 ພຶດສະພາ 2022 ຜ່ານມານີ້ ສາມາດ ກັກຕົວ ທ້າວ ດອນ ຕົວະຂາຍລົດໃຫຍ່ ມີຜູ້ຫຼົງເຊື່ອໂອນເງິນມັດຈຳໃຫ້ຈຳນວນຫຼາຍ. ເຫດການເກີດຂຶ້ນເລີ່ມແຕ່ວັນທີ 27 ມີນາ 2022, ໄດ້ມີ ທ້າວ ດອນ ໄດ້ໂພສຂາຍລົດໃຫຍຜ່ານສືສັງຄົມອອນລາຍ…

ເຜີຍແຜ່ວຽກງານກວດກາຫຼັງການຈ່າຍງົບປະມານຂອງລັດ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ

ເຜີຍແຜ່ວຽກງານກວດກາຫຼັງການຈ່າຍງົບປະມານຂອງລັດ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ

ວັນທີ 27 ພຶດສະພາ 2022 ທີ່ກະຊວງການເງິນ ກົມງົບປະມານແຫ່ງລັດ ໄດ້ຈັດກອງປະຊຸມ ເຜີຍແຜ່ວຽກງານກວດກາຫຼັງການຈ່າຍ ງົບປະມານຂອງລັດ ແລະ ຄວາມຮູ້ພື້ນຖານ ກ່ຽວກັບວຽກງານກວດກາລັດ ໃຫ້ພະນັກງານພາຍໃນກົມງົບປະມານແຫ່ງລັດ ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງກົມງົບປະມານແຫ່ງລັດເຂົ້າຮ່ວມ….

ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ

ເງິນຢູໂຣແຂງຄ່າຂຶ້ນ 1,05% ຮັບທ່າອ່ຽງການປັບເພີ່ມອັດຕາດອກເບ້ຍ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 23 ພຶດສະພາ 2022 ທີ່ຜ່ານມາ, ເງິນຢູໂຣປັບໂຕເພີ່ມຂຶ້ນ ຮັບທ່າອ່ຽງທີ່ທະນາຄານກາງເອີຣົບ (ECB) ຈະປັບຂຶ້ນອັດຕາດອກເບ້ຍໃນກອງປະຊຸມນະໂຍບາຍການເງິນໃນເດືອນກໍລະກົດ ແລະ ກັນຍາ. ເງິນຢູໂຣແຂງຄ່າຂຶ້ນ 1,05% ສູ່ລະດັບ 136,43 ເຢນ ແລະ ປັບໂຕເພີ່ມຂຶ້ນ 1,09%…

ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ

ປະຢັດ ບໍ່ຟຸມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ

ຕົ້ນທຶນຊີວິດຂອງຄົນບໍ່ຄືກັນ ການດຳລົງຊີວິດຍ່ອມປະສົບທັງຫຍຸ້ງຍາກ ຫລື ອ່າວສະດວກໜ້ອຍຫລາຍຕ່າງກັນ, ແຕ່ທີ່ຍົກບັນຫານີ້ຂຶ້ນມາໃນທ່າມຄວາມຫຍຸ້ງຍາກ, ທຸກການໃຊ້ຈ່າຍຕ້ອງຄໍານຶງເຖິງການປະຢັດ ບໍ່ຟຸມເຟືອຍ ແລະ ພະຍາຍາມຫາລາຍຮັ ທີ່ປອດໃສຂາວສະອາດມາຕື່ມ (ຫລາຍຄົນອາດຄັນແຂ້ວວ່າ“ຈະເອົາຫຍັງມາປະຢັດ ມັນມີຈໍາກັດຢູ່ແລ້ວ(ເວົ້າເລື່ອງເງິນ)ຫລື ຈະປະຢັດແນວໃດ ມັນບໍ່ມີຮອດຈະຈ່າຍຊໍ້າ). ຄວາມຈິງແລ້ວ, ການປະຢັດ ບໍ່ແມ່ນຂີ້ຖີ່, ແຕ່ເປັນການໃຊ້ຈ່າຍ ທີ່ກຸ້ມຄ່າມີປະໂຫຍດ. ຄວາມຄຶກຄັກເກີດຂຶ້ນພາຍຫລັງເປີດປະເທດ…

ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ

ສານຕັດສິນລົງໂທດປະຫານຊີວິດຊາຍໜຸ່ມ ອາຍຸ 40 ປີ ຖານຂົນສົ່ງຢາເສບຕິດ ແລະ ມີໄວ້ໃນຄອບຄອງ

ໃນວັນທີ 6 ພຶດສະພາ 2022, ຄະນະສານອາຍາຂັ້ນຕົ້ນສານປະຊາຊົນ ແຂວງອຸດົມໄຊ ໄດ້ເປີດກອງປະຊຸມ ເພື່ອຄົ້ນຄວ້າພິຈາລະນາສໍານວນຄະດີໃນຖານຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດ (ປະເພດຢາບ້າ ) ໄວ້ໃນຄອບຄອງໂດຍມີຈໍາເລີຍຊື່ ທ້າວ ຢາເຊັງ ອາຍຸ 40 ປີ ຢູ່ບ້ານທອງສີ ເມືອງໂພນທອງ…

ລັດຖະບານ  ຈັດສັນລົດລັດໃຫ້ສອດຄ່ອງ, ຫັນໃຊ້ລົດໄຟຟ້າ ແລະ ຍົກເລີກລົດປະຈຳຕຳແໜ່ງຂັ້ນກົມລົງມາ

ລັດຖະບານ ຈັດສັນລົດລັດໃຫ້ສອດຄ່ອງ, ຫັນໃຊ້ລົດໄຟຟ້າ ແລະ ຍົກເລີກລົດປະຈຳຕຳແໜ່ງຂັ້ນກົມລົງມາ

ວັນທີ 17 ພຶດສະພາ 2022 ນີ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮ່ວມກັບ ກະຊວງການເງິນ ໄດ້ຈັດກອງປະຊຸມ ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ພາຍຫຼັງທີ່ີໄດ້ເຜີຍແຜ່ດຳລັດດັ່ງກ່າວ ໃນທ້າຍເດືອນມີນາ 2022 ທີ່ຜ່ານມາ ໂດຍການເປັນປະທານຮ່ວມ…

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2022 ບັນລຸໄດ້ປະມານ 950 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2022 ບັນລຸໄດ້ປະມານ 950 ລ້ານໂດລາສະຫະລັດ

ວັນທີ 18 ພຶດສະພາ 2022 ນີ້ສູນຂໍ້ມູນຂ່າວສານການຄ້າ ສປປ ລາວ ລາຍງານ ມູນຄ່າການຄ້າປະຈຳເດືອນ ເມສາ ໃຫ້ຮູ້ວ່າ:ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2022…

ທະນາຄານໂລກປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ  ສປປ ລາວ ຕະຫລອດໄລຍະ 60ປີ

ທະນາຄານໂລກປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ສປປ ລາວ ຕະຫລອດໄລຍະ 60ປີ

ວັນທີ 13 ພຶດສະພາ 2022 ຜ່ານມານີ້, ທ່ານ ຕິ່ງ ສຸກສັນຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານນາງ ມາຣຽມ ເຊີແມນ (Ms. Mariam Sherman), ຜູ້ອຳນວນຍການທະນາຄານໂລກ (WB) ສຳລັບ ມຽນມາ, ກຳປູເຈຍ…

ຫວຽດນາມ ຈັດຢູ່ໃນອັນດັບ 3 ໃນ ຈໍານວນ 54 ປະເທດ ທີ່ມີການລົງທຶນ ຢູ່ລາວ

ຫວຽດນາມ ຈັດຢູ່ໃນອັນດັບ 3 ໃນ ຈໍານວນ 54 ປະເທດ ທີ່ມີການລົງທຶນ ຢູ່ລາວ

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານໃຫ້ຮູ້ໃນວັນທີ 13 ພຶດສະພາ 2022 ນີ້ວ່າ: ໃນປີ 2021 ຜ່ານມາ, ລັດຖະ ບານລາວ ໄດ້ອະນຸຍາດການລົງທຶນ ໃຫ້ແກ່ວິສາຫະກິດຫວຽດນາມ 3 ໂຄງການ,…