ທ່ານ ທຣໍາ ເປັນປະທານາທິບໍດີອາເມລິກາຢ່າງເປັນທາງການ

ທ່ານ ໂດນັລ ທຣໍາ ຫວນຄືນສູ່ທໍານຽບຂາວຢ່າງເປັນທາງການໃນຖານະປະທານາທິບໍດີຄົນທີ 47 ພາຍຫລັງສໍາເລັດພິທີກ່າວສາບານຕົນຢູ່ອາຄານລັດຖະສະພາ (U.S. Capitol) ເຊິ່ງປີນີ້ຈັດພາຍໃນຫ້ອງໂຖງ ເນື່ອງຈາກສະພາບອາກາດໜາວເຢັນ.
ທ່ານ ທຣໍາ ກ່າວປະຕິຍານຕົນວ່າ: ຈະປະຕິບັດໜ້າທີ່ໃນຕໍາແໜ່ງປະທານາທິບໍດີຢ່າງຊື່ສັດ, ຈະຮັກສາ ແລະ ປົກປ້ອງລັດຖະທໍາມະນູນຂອງອາເມລິກາຢ່າງສຸດຄວາມສາມາດ.
ພາຍຫລັງສາບານຕົນ, ທ່ານ ທຣໍາ ກ່າວສູນທອນພົດທໍາອິດໃນຖານະປະທານາທິບໍດີ.
ມີບຸກຄົນສໍາຄັນຈໍານວນຫລາຍເຂົ້າຮ່ວມພິທີຄັ້ງນີ້ ລວມທັງອະດີດປະທານາທິບໍດີ ທ່ານ ບາຣັກ ໂອບາມາ, ທ່ານ ຈອດ ດັບເບິລຢູ ບຸສ ແລະ ທ່ານ ບິລ ຄລິນຕັນ. ນອກຈາກນີ້ ຍັງມີມະຫາເສດຖີ, CEO ແລະ ຜູ້ບໍລິຫານບໍລິສັດຍັກໃຫຍ່ເຂົ້າຮ່ວມ ບໍ່ວ່າຈະເປັນທ່ານ ອີລອນ ມັສ (SpaceX), ທ່ານ ມາກ ຊັກເຄີເບິກ (Meta), ທ່ານ ເຈບ ເບໂຊ (Amazon) ແລະ ທ່ານ ທິມ ຄຸກ (Apple).
ໃນມື້ທໍາອິດຂອງການດໍາລົງຕໍາແໜ່ງ ຄາດວ່າທ່ານ ທຣໍາ ຈະລົງນາມຄໍາສັ່ງພິເສດຝ່າຍບໍລິຫານ (Executive Order) ເກືອບ 100 ສະບັບ ເພື່ອເດີນໜ້ານະໂຍບາຍຕ່າງໆຕາມທີ່ຫາສຽງໄວ້.
ຄາດໝາຍວ່າໜຶ່ງໃນຄໍາສັ່ງພິເສດທີ່ທ່ານ ທຣໍາ ຈະລົງນາມບັງຄັບໃຊ້ຄື ປະກາດສະຖານະການສຸກເສີນບໍລິເວນຊາຍແດນຕິດກັບແມັກຊິກ ເພື່ອເປີດທາງໃຫ້ມີການລະດົມຊັບພະຍາກອນ ແລະ ເຈົ້າໜ້າທີ່ເພື່ອວາງກໍາລັງກວດກາ ແລະ ສັ່ງໃຫ້ສ້າງກໍາແພງໃຫ້ສໍາເລັດ ເພື່ອປ້ອງກັນຜູ້ອົບພະຍົບເຂົ້າອາເມລິກາ.
ນອກຈາກນີ້, ທ່ານ ທຣໍາ ອາດສັ່ງໃຫ້ເລີ່ມຂະບວນການແກ້ໄຂກົດໝາຍ ເພື່ອບໍ່ໃຫ້ມີການສະຫງວນສິດການເປັນພົນລະເມືອງອາເມລິກາ ໂດຍກໍານົດສໍາລັບລູກຂອງຜູ້ອົບພະຍົບຜິດກົດໝາຍທີ່ເກີດຢູ່ອາເມລິກາ ເຊິ່ງເປັນນະໂຍບາຍທີ່ເຮັດໃຫ້ເກີດການຖົກຖຽງເປັນວົງກວ້າງ ແລະ ຖ້າທ່ານ ທຣໍາ ເຮັດແທ້ ຈະຕ້ອງແກ້ໄຂລັດຖະທໍາມະນູນ.
ສ່ວນການຂຶ້ນພາສີທົ່ວໂລກນັ້ນ, ຄະນະເຮັດວຽກຂອງທ່ານ ທຣໍາ ຢືນຢັນວ່າ: ຈະຍັງບໍ່ມີການປະກາດມາດຕະການຂຶ້ນພາສີໃນມື້ທໍາອິດຂອງການດໍາລົງຕໍາແໜ່ງ, ເຖິງວ່າທ່ານ ທຣໍາ ຈະມີແຜນອອກຄໍາສັ່ງໃຫ້ໜ່ວຍງານຕ່າງໆສຶກສາ ແລະ ປະເມີນນະໂຍບາຍການຄ້າກັບຈີນກໍຕາມ.

