ທະນາຄານໂລກປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ສປປ ລາວ ຕະຫລອດໄລຍະ 60ປີ

ວັນທີ 13 ພຶດສະພາ 2022 ຜ່ານມານີ້, ທ່ານ ຕິ່ງ ສຸກສັນຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານນາງ ມາຣຽມ ເຊີແມນ (Ms. Mariam Sherman), ຜູ້ອຳນວນຍການທະນາຄານໂລກ (WB) ສຳລັບ ມຽນມາ, ກຳປູເຈຍ ແລະ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ຕິ່ງ ສຸກສັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ນາງ ມາຣຽມ ເຊີແມນ ທີ່ຖືກແຕ່ງຕັ້ງເປັນຜູ້ອຳນວຍການທະນາຄານໂລກ ຮັບຜິດຊອບ 3 ປະເທດ ມຽນມາ, ກຳປູເຈຍ ແລະ ສປປ ລາວ, ພ້ອມທັງສະແດງຄວາມຊົມເຊີຍ ແລະ ຂອບໃຈ ມາຍັງທະນາຄານໂລກ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫລາຍຂະແໜງການຕະຫລອດໄລຍະ 60 ກວ່າປີຜ່ານມາ ໂດຍສະເພາະການປະກອບສ່ວນຊ່ວຍເຫລືອ ສປປ ລາວ ໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສາມາດບັນລຸເປົ້າໝາຍທີ່ວາງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົແຫ່ງຊາດ 5 ປີ ໃນແຕ່ລະໄລຍະ.
ໃນຕອນທ້າຍ, ທ່ານ ຕິ່ງ ສຸກສັນ ໄດ້ກ່າວອວຍພອນໃຫ້ ທ່ານນາງ ມາຣຽມ ເຊີແມນ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃໝ່ນີ້ ແລະ ຫວັງຢ່າງຍິ່ງວ່າສະຖາບັນການເງິນສາກົນກໍຄືທະນາຄານໂລກຈະສືບຕໍ່ເພີ່ມທະວີໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວຕື່ມ.

