ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 60 ປີ

ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 60 ປີ

ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສະແດງຄວາມຄິດເຫັນຕໍ່ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025) ທ່ານ ບໍ່ວຽງຄໍາ ວົງດາລາ…

3 ວັນປະຫວັດສາດສໍາຄັນໃນປີ 2025

3 ວັນປະຫວັດສາດສໍາຄັນໃນປີ 2025

ໂດຍ: ທິດກໍ່າ ໃນປີ 2025 ຖືວ່າເປັນປີໜຶ່ງທີ່ສໍາຄັນທາງດ້ານປະຫວັດສາດຂອງຊາດລາວເຮົາ. ອັນສາເຫດກໍຍ້ອນວ່າເປັນປີມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ IX. ນອກຈາກນັ້ນ ກໍມີ 3 ວັນປະຫວັດສາດສໍາຄັນທີ່ພວກເຮົາຈະໄດ້ພ້ອມກັນລະນຶກ ແລະ ສະເຫລີມສະຫລອງຢ່າງຍິ່ງໃຫຍ່ ເປັນຕົ້ນອັນທີໜຶ່ງກໍແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025). ອັນທີສອງກໍແມ່ນວັນສະຖາປະນາສາທາລະນະລັດ…

ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ

ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ

ໂດຍ: ຜາຕຸງ ການທີ່ຈະເຮັດຈະສ້າງ ຫຼື ການກະທຳໃດໆ ກໍຕາມຖ້າຫາກມີການຄຸ້ມຄອງນຳໃຊ້ທີ່ດີຖືກຕ້ອງຕາມເຕັກນິກມາດຕະຖານ ຈະເຮັດໃຫ້ສິ່ງເຫຼົ່ານັ້ນນຳໃຊ້ໄດ້ນຳໄຊ້ໄດ້ຍາວນານ ກຸ້ມຄ່າກັບການລົງທຶນອັນມະຫາສານ ແຕ່ກົງກັນຂ້າມຖ້າຫາກການນຳໃຊ້ບໍ່ຖືກຕ້ອງ ນຳໃຊ້ເກີນຄວາມສາມາດຂອງສິ່ງກໍສ້າງເຫຼົ່ານັ້ນແລ້ວໃນທີ່ສຸດ ຈະນຳເອົາຄວາມເສຍຫາຍຢ່າງມະຫາສານມາສູ່ປະເທດຊາດ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ. ເສັ້ນທາງຄົມມະນາຄົມ ໂລ່ງລ່ຽນໄປມາສະດວກ ເພື່ອເປັນເງື່ອນໄຂໃຫ້ການພັດທະນາດ້ານອື່ນໃຫ້ຂະຫຍາຍຕົວໄປຕາມໆກັນ ນັ້ນເປັນເປົ້າໝາຍໜຶ່ງເພື່ອນຳພາເອົາປະເທດຊາດກ້າວເດີນໄປສູ່ຈຸດໝາຍທີ່ວາງໄວ້ ຄືຫຼຸດພົ້ນຈາກສະນະພາບດ້ອຍພັດທະນາ. ການກໍ່ສ້າງເສັ້ນທາງຄົມມະນາຄົມນັ້ນ ໃຊ້ວັດສະດຸທົນທານ ແລະ…

ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025

ນະຄອນຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ປີ 2025

ວັນທີ 4 ມີນາ 2025 ນີ້ ຢູ່ນະຄອນຫລວງແບກແລງ, ປະເທດເຢຍລະມັນ ໄດ້ມີການງານມະຫະກຳ ການທ່ອງທ່ຽວໂລກ ITB Berlin 2025  ໂດຍນະຄອນ ຫລວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງ ທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນສໍາລັບປີ 2025 (2025 Green Destinations…

ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ

ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ

ໂດຍ: ຜາຕຸງ ຍັງອີກບໍ່ພໍເທົ່າໃດເດືອນ ລະດູແລ້ງກໍຈະໝົດໄປແລ້ວ ຫຼັງຈາກນັ້ນກໍຈະເຂົ້າສູ່ລະດູຝົນຕາມຮອບວຽນຂອງກົດເກນທາງທຳມະຊາດ ແຕ່ພໍແຕ່ສິ້ນສຸດລະດູໜາວ ຝົນກໍຍ່າວລິນມື້ໜຶ່ງເຕັມໆ ເຖິງແມ່ນວ່າຝົນຈະບໍ່ຕົກແຮງ ແຕ່ມັນໄດ້ສ້າງຄວາມລຳບາກໃນການສັນຈອນ ແລະ ເຫັນຮ່ອງຮອຍນໍ້າຫົ້ງເປັນບາງບ່ອນ ເຊິ່ງນີ້ອາດເປັນສັນຍານເຕືອນໃຫ້ມີການກຽມພ້ອມຮັບມື  ເພື່ອແກ້ໄຂບັນຫາໃຫ້ທັນສະພາບການ ລວມທັງໜ່ວຍງານທີ່ກ່ຽວຂ້ອງໃນການແກ້ໄຂບັນຫານ້ຳຖ້ວມຂັງໃນຕົວເມືອງນະຄອນຫລວງວຽງຈັນ. ປັດຈຸບັນ ຖະໜົນຫົນທາງຫຼາຍສາຍມີການພັດທະນາຍົກລະດັບຈາກທາງດິນປູຫີນປູດິນແດງ ມາເປັນທາງປູຍາງ ປູຄອນກຣີດ ມີຮ່ອງລະບາຍນ້ຳຄັກແນ່ ແຕ່ວ່າດິນຫຼາຍບ່ອນ…

ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ

ປີ 2025 ເມືອງວັງວຽງຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບ 1,700 ຕື້ກີບ

ຂ່າວແຂວງວຽງຈັນໂພສ ລາຍງານວັນທີ 3 ມີນາ 2025 ນີ້ວ່າ: ປີ 2024 ຜ່ານມາ ເມືອງວັງວຽງ ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວຢູ່ເມືອງວັງວຽງທັງໝົດ 1,460,159 ເທື່ອຄົນ, ຍິງ 662,552 ຄົນ, ໃນນັ້ນ ນັກທ່ອງທ່ຽວພາຍໃນ 777,698 ເທື່ອຄົນ,…

ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ

ເລັ່ງລັດພັດທະນາການທ່ອງທ່ຽວໃຫ້ກ້າວສູ່ມາດຕະຖານຍິ່ງຂຶ້ນ

ໂດຍ: ທິດກໍ່າ ບໍ່ວ່າໃນສະພາບປັດຈຸບັນ ກໍຄືໃນອະນາຄົດ ຂະແໜງການທ່ອງທ່ຽວຈະກາຍເປັນເລົ້າເຂົ້າໃຫຍ່ເພື່ອນໍເອົາຄວາມມັ່ງຄັ່ງຮັ່ງມີມາໃຫ້ປະເທດຊາດ ແລະ ປະຊາຊົນ ໂດຍສະເພາະຜູ້ປະກອບການຈະມີລາຍໄດ້ເປັນກອບເປັນກໍາ ຂໍພຽງແຕ່ວ່າພວກເຮົາໃຫ້ຄວາມສໍາຄັນພາກັນຊຸກຍູ້ສົ່ງເສີມ ແລະ ພ້ອມກັນເລັ່ງລັດພັດທະນາໃຫ້ກ້າວສູ່ຄວາມເປັນມາດຕະຖານໂດຍໄວ. ປະເທດລາວຂອງພວກເຮົາເຖິງວ່າບໍ່ມີທະເລ ແຕ່ກໍຫລາຍປັດໄຈທີ່ດຶງດູດເອົານັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາສໍາຜັດ, ສຶກສາຫາຄວາມຮູ້ ແລະ ທ່ຽວຊົມພາບບັນຍາກາດຢ່າງເພິ່ງພໍໃຈ ແລະ ອີ່ມເອີບ. ຫາກຕັ້ງໂຈດກັນວ່າ, ບັນດາປັດໄຈທີ່ຈະດຶງດູດເອົານັກທ່ອງທ່ຽວຈາກຕ່າງແດນເຂົ້າມາທ່ຽວລາວນັບມື້ນັບຫລາຍນັ້ນມີຫຍັງແດ່…

ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ

ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳ, ຜູ້ພິພາກສາ ຕະຫຼອດເຖິງພະນັກງານ-ລັດຖະກອນ ຂອງສານປະຊາຊົນ ແລະ ສານທະຫານໃນທົ່ວປະເທດ ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ວັນທີ 21 ກຸມພາ…

ຈົ່ງພ້ອມກັນຮັກສາກຽດ ແລະ ສັກສີ ທີ່ໄດ້ຮັບ “ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ” ໃຫ້ສົມຄຳຍ້ອງຍໍ

ຈົ່ງພ້ອມກັນຮັກສາກຽດ ແລະ ສັກສີ ທີ່ໄດ້ຮັບ “ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ” ໃຫ້ສົມຄຳຍ້ອງຍໍ

ໂດຍ: ທິດກໍ່າ ປີທ່ອງທ່ຽວລາວ 2024 ກ້າວເຂົ້າສູ່ໄລຍະໃໝ່ຂອງປີ 2025 ຖືວ່າເປັນນິມິດໝາຍທີ່ດີທີ່ສະຖານທີ່ແຫລ່ງທ່ອງທ່ຽວຫລາຍແຂວງໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard) ແລະ ລາງວັນມາດຕະຖານອື່ນໆ ປະຈໍາປີ 2025. ສປປ ລາວ ສາມາດປະຕິບັດໄດ້ຕາມເງື່ອນໄຂຕ່າງໆ ທີ່ໄດ້ມາດຕະຖານຄືກຳນົດໄວ້ຢູ່ໃນແຕ່ລະມາດຕະຖານການທ່ອງທ່ຽວອາຊຽນ…

ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2024

ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2024

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2025 ຢູ່ທີ່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະຈຳປີ 2024 ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ…