ປະທານປະເທດເນັ້ນໃຫ້ຂະແໜງການສຶກສາ ຕ້ອງຫັນຄ່ານິຍົມທີ່ຜິດໆ ຂອງນັກຮຽນ-ນັກສຶກສາ ໄປສູ່ຄ່ານິຍົມທີ່ຖືກຕ້ອງໃຫ້ໄດ້ໂດຍໄວ

ປະທານປະເທດເນັ້ນໃຫ້ຂະແໜງການສຶກສາ ຕ້ອງຫັນຄ່ານິຍົມທີ່ຜິດໆ ຂອງນັກຮຽນ-ນັກສຶກສາ ໄປສູ່ຄ່ານິຍົມທີ່ຖືກຕ້ອງໃຫ້ໄດ້ໂດຍໄວ

ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2023 – 2024 ໃນວັນທີ 9 ສິງຫາ 2024 ວ່າ: ໃນສະໄໝດຳເນີນການຕໍ່ສູ້ປະຕິວັດປົດປ່ອຍຊາດ, ພັກເຮົາໄດ້ຄຳນຶງເຖິງການສຶກສາໄວ້ເປັນວຽກສຳຄັນຕົ້ນໆ…

5 ສາເຫດຫຼັກຂອງການປະລະການຮຽນຊັ້ນປະຖົມຢູ່ ນະຄອນຫລວງວຽງຈັນ

5 ສາເຫດຫຼັກຂອງການປະລະການຮຽນຊັ້ນປະຖົມຢູ່ ນະຄອນຫລວງວຽງຈັນ

ທ່ານ ນາງ ລີປ່າເອ້ຍ ບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງກອງປະຊຸມສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 10 ກໍລະກົດ ຜ່ານມາ ທີ່ຫ້ອງວ່າການປົກຄອງ…

ໝໍພອນ ແລະ ຄຸນສົມບັດຂອງໝໍພອນ ໃນພິທີບາສີສູ່ຂັວນຕາມຮີດຄອງລາວ

ໝໍພອນ ແລະ ຄຸນສົມບັດຂອງໝໍພອນ ໃນພິທີບາສີສູ່ຂັວນຕາມຮີດຄອງລາວ

ໂດຍ: ນົກສາລິກາ ພົມມະວັນ ໝໍພອນແມ່ນບຸກຄົນທີ່ມີຄວາມຮູ້ທາງວິທະຍາ ການກ່ຽວກັບຫຼັກການດຳລົງຊີວິດຕາມຮີດຄອງປະເພນີ-ຄວາມເຊື່ອ ຫຼື ພິທີ ກຳຕ່າງໆ ເຮັດໜ້າທີ່ເປັນອາຈານນຳໜ້າພາທາງໃນພິທີກຳສູ່ຂວັນ-ບາສີ ແລະ ສາມາດເບິ່ງເລີກເບິ່ງຍາມມື້ໃດດີມື້ໃດບໍ່ດີ; ໝໍພອນຍັງແມ່ນບຸກຄົນຜູ້ມີຄວາມຮູ້ໃນດ້ານສາສະໜາ, ປະເພນີ, ຮີດຄອງ, ພິທີກໍາ, ມີສິນທໍາ ແລະ ນໍາພາໃນດ້ານຮີດຄອງປະເພນີທີ່ຕິດພັນກັບພິທີກໍາ, ຄວາມເຊື່ອສາສະໜາ ແລະ…

ສຶກສາຫາຄວາມຮູ້ ແລະ ສ້າງອາຊີບໃສ່ຕົນເອງ ຄືບາດກ້າວສູ່ຄວາມເປັນຜູ້ໃຫຍ່

ສຶກສາຫາຄວາມຮູ້ ແລະ ສ້າງອາຊີບໃສ່ຕົນເອງ ຄືບາດກ້າວສູ່ຄວາມເປັນຜູ້ໃຫຍ່

 ໂດຍ: ຜາຕຸງ ການທີ່ເຮົາຮຽນຕໍ່ຈາກມັດທະຍົມຕອນຕົ້ນກ້າວສູ່ມັດທະຍົມຕອນປາຍ ຫຼື ຈົບຈາກມັດທະຍົມຕອນປາຍ ກ້າເຂົ້າສູ່ ວິທະຍາໄລ, ມະຫາວິທະຍາໄລ, ສະຖາບັນວິຊາຊີບໃດໜຶ່ງ ລວມທັງການໄປຮຽນຕໍ່ຢູ່ຕ່າງປະເທດ ຂອງຜູ້ທີ່ມີເງື່ອນໄຂ ລ້ວນແລ້ວແຕ່ ເປັນການດີທີ່ຊອກສະແຫວງຫາຄວາມຮູ້ຄວາມສາມາດເພື່ອມາພັດທະນາຕົນເອງ ຄອບຄົວ ກໍຄືປະເທດຊາດໃຫ້ຈະເລີນກ້າວໜ້າ ຍັງດີກວ່າຈະປະຖິ້ມເວລາຖິ້ມໂອກາດໃນການພັດທະນາຕົນເອງໄປໂດຍບໍ່ມີປະໂຫຍດ ດີກວ່າການຫຼີ້ນກິນຟຸມເຟືອຍ, ເຂົ້າຮ້ານເຫຼົ້າ, ຮ້ານເບຍເຮຮາສະໜຸກສະໜານ ອາໄສພໍ່ແມ່ຜູ້ປົກຄອງໄປແຕ່ລະມື້ແຕ່ລະວັນ…

ເສດຖະກິດ ແລະ ການສຶກສາພັດທະນາຄົນ ສອງຢ່າງຕ້ອງໄປພ້ອມກັນ

ເສດຖະກິດ ແລະ ການສຶກສາພັດທະນາຄົນ ສອງຢ່າງຕ້ອງໄປພ້ອມກັນ

ໂດຍ: ຜາຕຸງ ສະພາບເສດຖະກິດຝືດເຄືອງ ເງິນກີບລາວອ່ອນຄ່າ ອາດເປັນສາເຫດໜຶ່ງທີ່ພາໃຫ້ແຮງງານລາວຈໍານວນບໍ່ໜ້ອຍໜີອອກຈາກປະເທດເພື່ອໄປຫາວຽກເຮັດງານທໍາຊອກເບ້ຍຫາເງິນຢູ່ຕ່າງແດນ, ໃນບັນ ດາແຮງງານລາວຫຼາຍໝື່ນຫຼາຍແສນທີ່ໄປຊອກເບ້ຍຫາເງິນຢູ່ຕ່າງປະເທດນັ້ນ ໃນນັ້ນມີແຮງງານໄວໜຸ່ມທີ່ເປັນນັກຮຽນນັກສຶກສາຈຳນວນບໍ່ໜ້ອຍປະລະການຮຽນເພື່ອໄປເປັນແຮງງງານ ມີທັງໄປຢ່າງຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ, ຈົນເຮັດໃຫ້ຕົວເລກອັັດຕາການຮຽນ ທັງໃນຊັ້ນມັດທະຍົມສຶກສາ ແລະ ມະຫາວິທະຍາໄລແຫ່ງຊາດ ຫຼຸດລົງຢ່າງໜ້າເປັນຫ່ວງ. ເມື່ອເວົ້າເຖິງແຮງງານລາວ ໂດຍສະເພາະແມ່ນ ແຮງງານໄວໜຸ່ມໄວຄະນອງທີ່ກຳລັງສຶກສາຮ່ຳຮຽນໃນລະດັບມັດທະຍົມສຶກສາທີ່ໜີໄປເຮັດວຽກທໍາງານຢູ່ຕ່າງປະເທດນັ້ນ ສ່ວນໜຶ່ງອາດໄປຍ້ອນຕົນເອງບໍ່ຢາກຮຽນແດ່…

ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ

ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ

ໂດຍ: ຜາຕຸງ ແນວທາງປ່ຽນແປງໃໝ່ ຂອງປະທານໄກສອນ ພົມວິຫານ ກ່າວໄວ້ວ່າ: “ຕ້ອງເອົາການສຶກສາໄປກ່ອນກ້າວໜຶ່ງ” ເຊິ່ງໄດ້ກາຍເປັນທິດທາງຂອງພັກ-ລັດເຮົາໄດ້ສືບຕໍ່ປະຕິບັດເພື່ອພັດທະນາປະເທດຊາດ ນີ້ສ່ອງແສງໃຫ້ເຫັນວ່າ ການສຶກສາແມ່ນອົງປະກອບສຳຄັນທີ່ສຸດຂອງປະເທດໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນຄ່າແກ່ປະເທດປະເທດຊາດ ແລະ ຊັບພະຍາກອນມະນຸດແມ່ນມີຄວາມສຳຄັນ ຍິ່ງກວ່າຊັບພະຍາກອນອື່ນໃດທັງໝົດໃນໂລກ. ໃນການພັດທະນາເສດະຖະກິດ-ສັງຄົມຂອງຊາດ, ປະເທດຈະເລີນຮຸ່ງເຮືອງໄດ້ກໍແມ່ນອາໄສຊັບພະຍາກອນມະນຸດໃນການຂັບເຄື່ອນການພັດທະນາ ເຖິງວ່າຈະມີຊັບພະຍາກອນທຳມະຊາດ ເອື້ອຍອຳນວຍໝົດທຸກຢ່າງ ແຕ່ຫາກຂາດແຄນຊັບພະ ຍາກອນມະ ນຸດທີ່ມີຄຸນນະພາບແລ້ວ…

ຮອງລັດຖະມົນຕີກະຊວງສຶກສາ ເນັ້ນໃຫ້ຄູ-ອາຈານ ແຂວງສະຫວັນນະເຂດ ພັດທະນາຕົນເອງໃຫ້ເຂັ້ມແຂງໜັກແໜ້ນຢ່າງຮອບດ້ານ

ຮອງລັດຖະມົນຕີກະຊວງສຶກສາ ເນັ້ນໃຫ້ຄູ-ອາຈານ ແຂວງສະຫວັນນະເຂດ ພັດທະນາຕົນເອງໃຫ້ເຂັ້ມແຂງໜັກແໜ້ນຢ່າງຮອບດ້ານ

ວັນທີ 25 ເມສາ 2024, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ພ້ອມຄະນະໄດ້ ເຄື່ອນໄຫວຢ້ຽມຢາມ ແລະພົບປະໂອ້ລົມຄະນະພັກ-ຄະນະນຳພະ ແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ. ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະພະແນກສຶກສາທິການ…

ແຕ່ງຕັ້ງ ຮສ ປອ ເດຊານຸລາດ ແສນດວງເດດ ເປັນວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຜູ້ໃໝ່

ແຕ່ງຕັ້ງ ຮສ ປອ ເດຊານຸລາດ ແສນດວງເດດ ເປັນວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຜູ້ໃໝ່

ວັນທີ 26 ເມສາ 2024 ນີ້ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດການຈັດຕັ້ງຄະນະນໍາ ມຊ ໂດຍການເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ.    …

ລາຍນາກລາວ ໃນຜືນຜ້າ ພູມປັນຍາທີ່ໜ້າພາກພູມໃຈ ທີ່ໄດ້ຮັບຢັ້ງຢືນຮັບຮອງເປັນມໍລະດົກໂລກ

ລາຍນາກລາວ ໃນຜືນຜ້າ ພູມປັນຍາທີ່ໜ້າພາກພູມໃຈ ທີ່ໄດ້ຮັບຢັ້ງຢືນຮັບຮອງເປັນມໍລະດົກໂລກ

ໂດຍ: ຜາຕຸງ ອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ ຫຼື ອຸຍແນັສໂກ(UNESCO) ໄດ້ຮັບຮອງເອົາການຕ່ຳສິລະປະບົນຜືນຜ້າເປັນຮູບ ລາຍນາກ ເປັນມໍລະດົກໂລກນາມມະທຳ ໃນວັນທີ 6 ເດືອນທັນວາ ປີ2023 ຜ່ານມາ ແລະ ວັນທີ 28 ກຸມພາ…

ລັດຖະມົນຕີ ຖວທ ເດີນທາງໄປປາຣີເຂົ້າຮັບໃບຢັ້ງຢືນຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກ ເຂົ້າເປັນມໍຣະດົກວັດທະນະທຳໂລກ

ລັດຖະມົນຕີ ຖວທ ເດີນທາງໄປປາຣີເຂົ້າຮັບໃບຢັ້ງຢືນຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກ ເຂົ້າເປັນມໍຣະດົກວັດທະນະທຳໂລກ

ວັນທີ 28 ກຸມພາ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮັບໃບຢັ້ງຢືນຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ຢ່າງເປັນທາງການຢູ່ສູນມໍຣະດົກໂລກຂອງອົງການຢູເນສໂກ ທີ່ປາຣີ ປະເທດຝຣັ່ງ. ພາຍຫລັງທີ່ອົງການຢູເນສໂກໄດ້ຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວເຂົ້າເປັນມໍຣະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດໃນກອງປະຊຸມໃຫຍ່ຂອງຄະນະກຳມະທິການລະຫວ່າງລັດຖະບານ ຄັ້ງທີ…