ນິຊິໂອກະ ພິກລ໊ອກຊະນະ ເບີດິດ ໃນລາຍການເຕັນນິສ ບີເອັນພີ ພາຣີໂບສ ໂອເພັນ
ການແຂ່ງຂັນເຕັນນິສ ເອທີ ພີທົວ ແລະ ດັບເບິລຢູທີເອທົວ ລາຍການ ບີເອັນພີ ພາຣິໂບສ ໂອ ເພນ ຊີງເງິນລາງວັນລວມ 13, 98 ໂດລາ ສະຫະລັດ ທີ່ເມືອງອິນ ດຽນ ເວລ, ແຄລິຟໍເນຍ ສະຫະ ລັດ ອາເມຣິກາ ປະເພດຊາຍ ດ່ຽວຮອບ 3 ສະແຕນ ວາວຣິນ ກາ ຈາກ ສະວິດເຊີແລນ ມືວາງ ອັນດັບ 3 ຂອງລາຍການ ເອົາຊະ ນະ ຟິລິບ ໂຄລໄຣເບີ ຈາກ ເຢຍ ລະມັນ ໄປໄດ້ 2-0 ເຊັດ 7-5, 6-3. ເຂົ້າຮອບ 4 ໄປພົບກັບ ໂຍ ຊິຮິໂຕະ ນິຊິໂອກະ ມ້າມືດໜຸ່ມ ອາຍຸ 21 ປີ ຈາກ ຢິ່ປຸ່ນ ທີ່ພິກ ລ໊ອກເອົາຊະນະ ໂທມັສ ເບີດິດ ມືວາງອັນດັບ 13 ຂອງລາຍ ການຈາກ ສ.ເຊັກ ໄປແບບເຫລືອ ເຊື່ອ 2-1 ເຊັດ 1-6, 7-6, 6-4. ນິຊິໂອກະ ຕາມຫລັງ ເບີດິດ 1-6, 2-5. ກຽມຕົກຮອບແລ້ວ ແຕ່ກັບຮືດສູ້ກັບມາແຊງຊະນະໄດ້ສຳເລັດ.
ສ່ວນ ໂດມິນິກ ທຽມ ມື ວາງອັນດັບ 8 ຂອງລາຍການ ເອົາຊະນະ ມິຊາ ຊະເວເຣຟ 2-0 ເຊັດ ເຂົ້າຮອບ 4 ໄປພົບກັບ ກາ ແອລ ມົງຟິລ ມືວາງອັນດັບ 10 ຂອງລາຍການ ທີ່ເອົາຊະນະ ຈອນ ອິສເນີ ມືວາງອັນດັບ 20 ຂອງລາຍການ 2-0 ເຊັດ 6-2, 6-4.

