ສ.ເກົາຫລີ ຮັບພົນລະເມືອງ 64 ຄົນກັບເຖິງປະເທດແລ້ວ ຫລັງຖືກຈັບຄະດີ ຄໍເຊັນເຕີ ໃນປະເທດກຳປູເຈຍ

ສ.ເກົາຫລີ ສົ່ງເຮືອບິນເຊົ່າເໝົາລຳໄປຮັບພົນລະເມືອງຂອງຕົນ 64 ຄົນ ທີ່ຖືກຈັບຄະດີຫລອກລວງທາງອອນລາຍ ໃນປະເທດກຳປູເຈຍ ກັບເຖິງປະເທດແລ້ວ ໃນວັນທີ 18 ຕຸລາ 2025 ເວລາ 08:36 ນາທີ ຕາມເວລາທ້ອງຖິ່ນ ເຊິ່ງບຸກຄົນເຫລົ່ນນີ້ຍັງເປັນຜູ້ຕ້ອງສົງໄສໃນຄະດີຫລອກລວງທາງອອນລາຍ ຕ້ອງຖືກນຳໄປສອບສວນຫລັງຈາກເດີນທາງຮອດ ສ.ເກົາຫລີ.
ສື່ ສ.ເກົາຫລີ ລາຍງານວ່າ: ມີເຈົ້າໜ້າທີຕຳຫລວດ 200 ກວ່າຄົນ ເດີນທາງໄປກັບເຮືອບິນເຊົ່າເໝົາລຳ ດັ່ງກ່າວ ແລະ ມີເຈົ້າໜ້າທີ່ຕຳຫລວດ 215 ຄົນທີ່ກຽມພ້ອມຢູ່ທີ່ສະໜາມບິນອິນຊອນ ສ.ເກົາຫລີ.
ເມື່ອເຖິງສະໜາມບິນອິນຊອນ ຫລັງຈາກສຳເລັດຂັ້ນຕອນການກວດຄົນເຂົ້າເມືອງແລ້ວ ພົນລະເມືອງ ສ.ເກົາຫລີ 64 ຄົນ ໄດ້ຖືກນຳຕົວຂຶ້ນລົດ 23 ຄັນທີ່ລໍຖ້າຢູ່ດ້ານນອກສະໜາມບິນ ແລະ ຖືກນຳຕົວໄປສະຖານີຕຳຫລວດເພື່ອສອບສວນ.
ສຳນັກງານຕຳຫລວດແຫ່ງຊາດ ສ.ເກົາຫລີ ແຈ້ງວ່າບຸກຄົນເຫລົ່ານີ້ຈະຖືກສົ່ງຕົວໄປສຳນັກງານຕຳຫລວດທີ່ແຂວງຊຸງນຳ 45 ຄົນ, ສຳນັກງານຕຳຫລວດແຂວງຄະຍອງກີເໜືອ 15 ຄົນ, ສຳນັກງານຕຳຫລວດແຂວງແທຈອນ 1 ຄົນ, ສະຖານີຕຳຫລວດໂຊຊໍແດມຸນ 1 ຄົນ, ສະຖານີຕຳຫລວດຄິມໂປໃນຄະຍອງກີ 1 ຄົນ ແລະ ສະຖານີຕຳຫລວດວອນຈູໃນຄັງວອນ 1 ຄົນ. ນີ້ຖືວ່າເປັນການສົ່ງຕົວຜູ້ກໍ່ເຫດຄະດີອາຊະຍາກຳກັບປະເທດ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງ ສ.ເກົາຫລີ.

