ທ່ານ ທຣໍາ ກຽມພົບທ່ານ ປູຕິນ ທີ່ຮົງກາລີ ເດີນໜ້າຫາລືສັນຕິພາບອູແກຣນ
ສ.ເກົາຫລີ ວາງແຜນໃຊ້ ASEAN Summit ປະທານາທິບໍດີອາເມລິກາ ກ່າວວ່າ: ທ່ານກຽມພົບປະກັບທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຢູ່ນະຄອນຫລວງບູດາເປສ ເມືອງຫລວງຂອງຮົງກາລີ ໃນມໍ່ໆນີ້ ເພື່ອຫາລືເຖິງບັນຫາການຄ້າລະຫວ່າງຣັດເຊຍ ແລະ ອາເມລິກາ ເມື່ອສົງຄາມຣັດເຊຍ-ອູແກຣນສິ້ນສຸດລົງ.
ທ່າທີດັ່ງກ່າວມີຂຶ້ນຫລັງທ່ານ ທຣໍາ ລະບຸວ່າ: ການໂທລະສັບເຈລະຈາກັບທ່ານ ປູຕິນ ໃນວັນທີ 16 ຕຸລາ “ມີປະສິດທິພາບ” (Very Productive) ແລະ ເກີດ “ຄວາມຄືບໜ້າຄັ້ງໃຫຍ່” (Great Progress). ເຖິງຢ່າງໃດກໍຕາມ, ທ່ານ ທຣໍາ ຍັງບໍ່ໄດ້ຢືນຢັນວັນທີ່ທັງສອງຈະພົບກັນຢ່າງແນ່ນອນ, ແຕ່ຄາດວ່າອາດຈະເກີດຂຶ້ນພາຍໃນສອງອາທິດຕໍ່ຈາກນີ້.
ຂະນະທີ່ເກຣມລິນກ່າວວ່າ: ການໂທລະສັບຄັ້ງນີ້ “ຕົງໄປຕົງມາ ແລະ ໜ້າໄວ້ວາງໃຈຢ່າງຍິ່ງ” (Extremely Frank and Trustful) ແລະ ຈະເລີ່ມດໍາເນີນສໍາລັບກອງປະຊຸມສຸດຍອດລະຫວ່າງສອງຜູ້ນໍາໃນທັນທີ.
ຜູ້ແທນລັດຖະບານ ແລະ ທີ່ປຶກສາລະດັບສູງຂອງທັງສອງປະເທດ ຈະປະຊຸມຫາລືກັນໃນອາທິດນີ້, ແຕ່ຍັງບໍ່ມີການເປີດເຜີຍສະຖານທີ່ ໂດຍທ່ານ ມາຣໂກ ຣູບິໂອ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ຈະເປັນຜູ້ນໍາຄະນະຜູ້ແທນຂອງອາເມລິກາໃນຄັ້ງນີ້.
ການຫາລືລະຫວ່າງທ່ານ ທຣໍາ ແລະ ທ່ານ ປູຕິນ ທາງໂທລະສັບເກີດຂຶ້ນໜຶ່ງວັນກ່ອນທ່ານ ໂວໂລດິເມຍ ເລເຊນສະກີ ປະທານາທິບໍດີອູແກຣນ ຈະເດີນທາງຢ້ຽມຢາມທໍານຽບຂາວເປັນຄັ້ງທີ 3 ນັບແຕ່ຕົ້ນປີ 2025 ໂດຍຄາດວ່າ: ບັນຫາເລື່ອງການຈັດຫາລູກສອນໄຟ Tomahawk ໃຫ້ອູແກຣນມີທ່າອ່ຽງຈະເປັນວາລະສໍາຄັນໃນການຢ້ຽມຢາມຂອງທ່ານ ເຊເລນສະກີ ຄັ້ງນີ້.
ທ່ານ ເຊເລນສະກີ ຮຽກຮ້ອງໃຫ້ອາເມລິກາຈັດຫາລູກສອນໄຟຂັ້ນສູງເຫລົ່ານີ້ ເຊິ່ງມີໄລຍະການຍິງ 2,500 ກມ ແລະ ສາມາດໂຈມຕີເລິກເຂົ້າໄປໃນຣັດເຊຍໄດ້. ທັງຍັງລະບຸວ່າ: ຣັດເຊຍກໍາລັງເລັ່ງຈະກັບມາເຈລະຈາທັນທີທີ່ໄດ້ຍິນກ່ຽວກັບ Tomahawk.
ອ້າງອີງ:

