ນິດໄສວັດທະນະທຳດ້ານການຂັບຂີ່ ຢູ່ລາວເຮົາຍັງຕ້ອງໄດ້ດັດ ແລະ ແກ້ໄຂກັນອີກຍາວ

ໂດຍ : ມຶກບໍ່ແຫ້ງ
ໃນສະພາບທີ່ລົດນັບມື້ນັບເພີ່ມຂຶ້ນ ແຕ່ເນື້ອທີ່ ແລະເສັ້ນທາງເຮົາມີຈຳກັດນັ້ນ ການຂັບຂີ່ທີ່ໃຫ້ຄວາມເຄົາລົບ ເຊິ່ງກັນ ແລະກັນ ມັນມີຄວາມຈຳເປັນຢ່າງຍິ່ງ ທີ່ຈະເຮັດໃຫ້ຕົນເອງ ແລະຄົນອື່ນປອດໄພ.
ເມື່ອເຮົາຂັບລົດເທິງຖະໜົນນັ້ນບໍ່ພຽງແຕ່ຈະມີຄວາມຮັບຜິດຊອບຊີວິດຕົນເອງໃຫ້ປອດໄພ ແຕ່ຄວນຈື່ໄວ້ ໃນໃຈສະເໝີວ່າ ເຮົາກໍຄວນມີຄວາມຮັບຜິດຊອບຕໍ່ຄົນອື່ນເຊັ່ນກັນ ເພາະຖະໜົນເສັ້ນດຽວ ມີຫຼາຍຄົນໃຊ້ໄຕ່ໄປມາ ຮ່ວມກັນຄື : ຫວ່າງອາທິດທີ່ຜ່ານມາພາຍຫຼັງເລີກວຽກ ຜູ້ຂຽນກໍໄດ້ຂີ່ລົດຈັກຈາກທາງແຄມຂອງມຸ່ງໜ້າສູ່ເຂດໂຮງໝໍ 150 ຕຽງ ຕາມປົກກະຕິ ແຕ່ມາຮອດ ເຂດໂພນຕ້ອງປາກົດວ່າຄືມີລົດຕິດຫຼາຍແຕ່ກໍຄ່ອຍໆມີລົດທະຍອຍແຊງຂຶ້ນໜ້າໄປຈຶ່ງໄດ້ຂີ່ນຳຫຼັງຄັນອື່ນໆໄປ ແລ້ວຈຶ່ງຮູ້ວ່າຄັນທີ່ພາໃຫ້ລົດຕິດນັ້ນ ແມ່ນລົດເກັງຄັນງາມ ທີ່ມີຍິງໜຸ່ມກຳລັງກົ້ມໜ້າກົ້ມຕາ ມືເບື້ອງຊ້າຍຈັບໂທລະສັບ ແລະ ອີກເບື້ອງຂວາແມ່ນຈັບພວງມະໄລທີ່ ຕີນລົດກໍແກວ່ງໄປໆມາໆ ເຮັດໃຫ້ລົດລ້ຽວໄປໂງມາ ແລະຊັກຊ້າ ເຊິ່ງຜູ້ຂັບນຳຫລັງກໍບໍ່ຮູ້ຈະເຮັດແນວໃດ ມີແຕ່ໄດ້ຄ່ອຍຂີ່ນຳຫຼັງລາວໄປ ຈຶ່ງພາໃຫ້ມີລົດຕິດເປັນສາຍຍາວຢຽດ.
ອີກຕົວຢ່າງໜຶ່ງທີ່ຫາກໍເກີດຂຶ້ນກັບເພື່ອນຮ່ວມງານຂອງຜູ້ຂຽນ ເຊິ່ງຜູ້ກ່ຽວເວົ້າ ສູ່ຟັງວ່າ ເນື່ອງຈາກຝົນຕົກແຮງ (ຫວ່າງຕົ້ນເດືອນກຸມພາຜ່ານມາ) ເລີຍພາໃຫ້ລົດຕິດ ແຕ່ໃຜໆກໍຟ້າວ ໄປວຽກໄປງານເລີຍຊ່ວງເສັງກັນຢ່າງເມົາມັນ ແຕ່ບັງເອີນລົດຈັກເກາະກັນລົ້ມ ແລ້ວເຮັດໃຫ້ທັງສອງຝ່າຍຕ່າງກໍຕູ່ຫາວ່າຜູ້ອື່ນເປັນຄົນຜິດ ຈຶ່ງມີປາກ ມີສຽງກັນຈົນເຖິງລົງໄມ້ລົງມືໃສ່ກັນເຮັດໃຫ້ຜູ້ກຳລັງຂີ່ລົດເຕັມທາງນັ້ນຫຼຽວເບິ່ງເກືອບບໍ່ ເວັ້ນສາຍຕາແມ່ນ ແຕ່ໜ້ອຍ.
ເມື່ອເປັນແນວນັ້ນຈຶ່ງນຶກເຫັນພາບບັນຍາກາດ ທີ່ຜູ້ຂຽນໄດ້ສຳຜັດຄັ້ງໜຶ່ງໃນປະເທດຍີ່ປຸ່ນ ເຊິ່ງເຮັດໃຫ້ແປກໃຈ ເປັນທີ່ສຸດ ເພາະປະເທດຍີ່ປຸ່ນເປັນປະເທດໜຶ່ງທີ່ແອອັດທີ່ສຸດໃນໂລກ, ປະຊາກອນຫຼາຍ ລົດກໍຫຼາຍ ແຕ່ຜູ້ຄົນຂັບລົດໃນປະເທດຍີ່ປຸ່ນຈັ່ງແມ່ນມີແຕ່ຜູ້ໃຈກວ້າງຂວາງ ເພາະໃຜໆກໍຍາດກັນຢຸດເພື່ອໃຫ້ຜູ້ອື່ນໄດ້ໄປກ່ອນ ແລະເມື່ອໄດ້ໄປກ່ອນ ແລ້ວກໍຍົກໄຟທ້າຍລົດໃສ່ ເຊິ່ງໃຊ້ແທນຄຳວ່າ “ອາຣິກາໂຕະ ໂກໄຊມັດ” ເຊິ່ງໝາຍວ່າ “ຂອບໃຈຫລາຍໆເດີ”, ສະນັ້ນ ຖ້າເຮົາຂັບລົດໃນປະເທດຍີ່ປຸ່ນຈະບໍ່ມີມື້ເຫັນດອກວ່າ ຄົນຕີກັນຢູ່ເທິງທ້ອງຖະໜົນ ຫຼື ຄົນຫຼິ້ນໂທລະສັບໃນເວລາຂັບຂີ່.
ບາງຄົນເວົ້າວ່າການຂັບຂີ່ລົດຢູ່ລາວນັ້ນຈັ່ງແມ່ນສະບາຍຖ້າທຽບໃສ່ຜູ້ຂັບລົດຢູ່ເມືອງບາງກອກ ຂອງປະເທດໄທ ຫຼື ເມືອງຮ່າໂນ້ຍຂອງຫວຽດນາມ, ແຕ່ຫຼາຍຄົນກໍຄັດຄ້ານວ່າ ການຂັບຂີ່ລົດຢູ່ລາວແມ່ນຍາກກວ່າເພິ່ນ ເພາະຕ້ອງ ໄດ້ລະວັງຫຼາຍ ເຖິງວ່າ ໄຟຈາລະຈອນຈະເປັນສີຂຽວ ເຊິ່ງໝາຍເຖິງ ການອະນຸຍາດໃຫ້ໄປໄດ້ ແຕ່ຫຼາຍເທື່ອ ກໍຕ້ອງໄດ້ລະວັງເພາະຄົນທີ່ລ່ວງໄຟແດງນັ້ນເຫັນໄດ້ທຸກໆມື້, ຫຼາຍກໍລະນີ ກໍຂີ່ຕັດໜ້າ ຢ່າງກະທັນຫັນ ແບບໍ່ເປີດໄຟສັນຍານລ້ຽວ ແລະ ກໍລະນີອື່ນໆທີ່ສະແດງໃຫ້ເຫັນເຖິງຄວາມເຫັນແກ່ຕົວ ຂາດຄວາມ ເຄົາລົບແກ່ຜູ້ອື່ນ, ບາງທີກໍແມ່ນສ່ວນໜຶ່ງ ຂອງບັນຫາ ທີ່ທາງການເຮົາເພິ່ນໄດ້ແຈ້ງເມື່ອບໍ່ ດົນຜ່ານມາວ່າມີປະມານ 80% ຂອງຜູ້ຂັບຂີ່ໃນ ສປປລາວ ບໍ່ມີໃບຂັບຂີ່ (ທີ່ຖືກຕ້ອງ) ຫຼືບາງທີອາດແມ່ນສັນດານຂອງວັດທະນະທຳການຂັບຂີ່ທີ່ດັດຍາກ ເພາະເມື່ອຜູ້ໜຶ່ງ ເຮັດໃນຄວາມບໍ່ເໝາະສົມ (ຜິດລະບຽບ) ເພື່ອໃຫ້ໄດ້ໄປກ່ອນແລ້ວ ແຕ່ບໍ່ໄດ້ຖືກໃສ່ລະບຽບ ເພາະສະນັ້ນ ຈຶ່ງເຮັດນຳກັນໄປ ແລະເພີ່ມຫຼາຍຍິ່ງຂຶ້ນ.
ເມື່ອເປັນແນວນັ້ນ, ຖ້າບໍ່ດັດນິດໄສບໍ່ດີທີ່ຈະກາຍເປັນວັດທະນະທຳເຮົາເລື່ອງການ ຂັບຂີ່ຕອນນີ້ແລ້ວຈະດັດເມື່ອໃດ ແລະຖ້າບໍ່ແມ່ນເຮົາທຸກຄົນ ແລ້ວຈະແມ່ນໃຜທີ່ເຮັດໃຫ້ ການຂັບຂີ່ໃນບ້ານເມືອງເຮົາມີຄວາມປອດໄພ ແລະໃຫ້ຄວາມ ເຄົາລົບເຊິ່ງກັນ ແລະກັນຫລາຍກວ່ານີ້.

