ເອກະລາດ – ອິດສະລະພາບ ເປັນສິ່ງສັກສິດເຂັດຢໍາສູງສົ່ງ ຂອງຊາດ ຂອງປະຊາຊົນ

ໂດຍ: ຜາຕຸງ ເອກະລາດ – ອິດສະລະພາບ ເປັນສິ່ງສັກສິດເຂັດຢໍາສູງສົ່ງ ທີ່ມວນມະນຸດທຸກຊາດໃນໂລກປາດຖະໜາ ແລະ ຕ້ອງການຍິ່ງກ່ວາສິ່ງອື່ນໃດ ຈົນວ່າໄດ້ຍອມເອົາເລືອດເອົາເນື້ອ ເອົາຊີວິດໄປຕໍ່ສູ້ຕ້ານທານຍາດແຍ່ງເອົາຈາກຄູ່ສັດຕູໄວ້ໃນມືໃຫ້ຈົນໄດ້.  ສປປ ລາວ ເປັນຊາດໜຶ່ງທີ່ບັນພະບູຣຸດຫຼາຍຍຸກຫຼາຍສະໃໝ ນັບພັນ ນັບຮ້ອຍ ນັບໝື່ນ ນັບແສນ ໄດ້ຕໍ່ສູ້ຍອມເສຍສະຫຼະທຸກສິ່ງຢ່າງແມ່ນກະທັງເລືອດເນື້ອ, ຊີວິດອິນຊີຂອງຕົນດຳເນີນການຕໍ່ສູ້ກັບສັດຕູຜູ້ຮຸກຮານ…

ໂຄງການສ້າງສາພັດທະນາຕົວເມືອງ ເປັນເລື່ອງດີ ແຕ່ຕ້ອງບໍ່ໃຫ້ມີບັນຫາກະທົບສັງຄົມ

ໂດຍ: ທິດດີ ຫາກແມ່ນວ່າ ຫຼາຍຄົນ ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນຕ້ອງຮັບຮູ້ວ່າ ບ້ານເມືອງເຮົາໄລຍະປັດຈຸ ບັນນີ້ພວມມີການພັດທະນາໄປໜ້າຫຼາຍ ໂດຍສະເພາະແມ່ນການກໍ່ສ້າງຕຶກ ອາຄານ-ບ້ານເຮືອນ ແລະອື່ນໆ ຖ້າຫາກວ່າຢູ່ແຕ່ໃນເຮືອນພຽງອາທິດໜຶ່ງ ຫຼື ເດືອນໜຶ່ງໂດຍທີ່ບໍ່ໄດ້ອອກໄປເລາະເບິ່ງຕາມຖະໜົນຫົນທາງສາຍສຳຄັນ ຫຼື ເຂດຊານເມືອງກໍ່ຈະບໍ່ຮູ້ໄດ້ວ່າສະພາບການພັດທະນາເປັນແນວໃດ. ເມື່ອເຮົາມີໂອກາດອອກໄປແລ້ວ ຈະຕ້ອງຕື່ນຕາຕື່ນໃຈທີ່ເຫັນໄດ້ເຖິງການ ກາານສ້າງອາຄານ-ບ້ານເຮືອນມັນປົ່ງຂຶ້ນຢ່າງຫຼວງຫຼາຍ ທັງພາກລັດ ແລະ…

ການສະກັດກັ້ນ ແລະ ປາບປາມ ບັນຫາຢາເສບຕິດ ແມ່ນໜ້າທີ່ຂອງທຸກຄົນ

ການສະກັດກັ້ນ ແລະ ປາບປາມ ບັນຫາຢາເສບຕິດ ແມ່ນໜ້າທີ່ຂອງທຸກຄົນ

ໂດຍ : ຜາຕຸງ ຕ້ອງຍອມຮັບວ່າ ຢາເສບຕິດ ຍັງເປັນບັນຫາອັນໃຫຍ່ຫຼວງທີ່ສັງຄົມມະນຸດເຮົາພວມປະເຊີນຢູ່ ແລະກໍເປັນການຢາກ ທີ່ຈະປາບປາມໃຫ້ໝົດໄປໄດ້ ກົງກັນຂ້າມເບິ່ງລວມແລ້ວຍັງເຫັນວ່າມັນໄດ້ແຜ່ລາມອອກໄປຢ່າງໜ້າເປັນຫ່ວງບໍ່ວ່າຢູ່ໃນປະເທດລາວເຮົາກໍຄືຫຼາຍປະເທດໃນພາກພື້ນ ແລະ ທົ່ວໂລກ ເພາະບັນຫານີ້ມັນເກີດຂຶ້ນຢູ່ທຸກໆປະເທດ ຕ່າງແຕ່ຈະນ້ອຍຫຼືໃຫຍ່  ໜັກຫຼືເບົາເທົ່ານັ້ນ ຊຶ່ງມັນກາຍເປັນບັນຫາທີ່ທົ່ວໂລກພວມປະເຊີນ ແລະ ດຳເນີນມາດຕະການປາບປາມທຸກຮູບແບບ. ສຳລັບຢູ່ໃນປະເທດລາວເຮົາແລ້ວ ໃນໄລຍະຜ່ານມາ ເຖິງຈະມີການຈັບກຸມກຸ່ມແກ້ງລັກລອບຄ້າຂາຍ,…

W.I.G NAGA ນັກກິລາເຕະບານເຍົາວະຊົນ ທີ່ມີຜົນງານດີເດັ່ນ ແລະ ໜ້າເອົາເປັນຕົ້ນແບບ

W.I.G NAGA ນັກກິລາເຕະບານເຍົາວະຊົນ ທີ່ມີຜົນງານດີເດັ່ນ ແລະ ໜ້າເອົາເປັນຕົ້ນແບບ

ໂດຍ: ຜາຕຸງ 07.10.25 ນັບວ່າເປັນຂ່າວດີອີກເທື່ອໃໝ່ທີ່ ໜ້າຊົມຊື່ນຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ທີມນັກກິລາບານເຕະ ເຍົາວະ ຊົນລາວ ຮຸ່ນອາຍຸບໍ່ເກີນ 11ປີ ແລະ 9ປີ ຂອງ W.I.G NAGAຫຼື  ທັບນາກນ້ອຍ ທີ່ສາມາດຍາດໄດ້ຂັນແຊ້ມ ໃນລາຍການ ບານເຕະເຍົາວະຊົນ…

ໂຄງການລົດເມ BRT ກັບຄວາມກັງວົນຂອງຫລາຍໆຄົນໃນສັງຄົມ

ໂຄງການລົດເມ BRT ກັບຄວາມກັງວົນຂອງຫລາຍໆຄົນໃນສັງຄົມ

ໂດຍ: ທິດກໍ່າ ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ໂຄງການກໍ່ສ້າງສາຍທາງລົດເມດ່ວນບີອາທີເປັນໂຄງການທີ່ສໍາຄັນລະດັບຊາດ, ເປັນໜຶ່ງໃນໂຄງການຂົນສົ່ງສາທາລະນະແບບຍືນຍົງ ທັງປອດໄພ, ວ່ອງໄວ ແລະ ເປັນມິດກັບສິ່ງແວດລ້ອມ ເພາະຫລັງຈາກສ້າງສໍາເລັດ ລົດບັດທີ່ຈະເອົາມາແລ່ນແມ່ນລະບົບໄຟຟ້າ, ປອດຄວັນ, ປອດສານພິດ, ສະເພາະເສັ້ນທາງແລ່ນລົດກໍແມ່ນເປັນບູລິມະສິດສະເພາະ ລົດຊະນິດອື່ນບໍ່ມີສິດແລ່ນຜ່ານ ຫລື ລໍ້າແດນຢ່າງເດັດຂາດ ເພາະສະນັ້ນຈຶ່ງມີແນວກັ້ນເພື່ອຄວາມປອດໄພໃນເວລາລົດເມແລ່ນ. ໂຄງການສ້າງເສັ້ນທາງລົດເມດ່ວນບີອາທີແມ່ນໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB),…

ຂາຍເຄື່ອງ ຈະແມ່ນ ເດັກນ້ອຍ ຫຼື ຜູ້ໃຫຍ່ ກໍຄວນໃຫ້ມີການກະທຳທີ່ເໝາະສົມຕໍ່ລູກຄ້າ

ໂດຍ: ຜາຕຸງ ປະຈຸບັນການຄ້າຂາຍຫງາຍມື ເປັນອາຊີບໜຶ່ງທີ່ສາມາດເຂົ້າເຖິງໄດ້ທຸກກຸ່ມຄົນ ທັງພາຍໃນ ແລະ ຕ່າງປະເທດ ຜູ້ໃດທີ່ມີຄາລົມຄົມຄາຍໃນການໂຄສະນາຂາຍສິນຄ້າໄດ້ອ່າວດີແດ່ສ້າງຄວາມພໍໃຈຕໍ່ລູກຄ້າ ກໍ່ສາມາດສ້າງລາຍຮັບໄດ້ອ່າວເປັນກອບເປັນກຳແດ່ ແຕ່ກົງກັນຂ້າມຜູ້ທີ່ບໍ່ມີຄາລົມຄົມຄາຍໃນການຂາຍກໍ່ຈະເຮັດໃຫ້ມີລາຍຮັບອ່າວຫຼຸດເພື່ອນແດ່ ແລະ ບາງຄົນເກືອບວ່າບໍ່ໄດ້ຂາຍເລີຍກໍ່ເປັນໄດ້ ໂດຍສະເພາະຢູ່ໃນເຂດສະຖານທີ່ທ່ອງທ່ຽວ. ເມື່ອເປັນເຊັ່ນນັ້ນ ເວລາຫຼາຍທ່ານເດີນທາງຂຶ້ນເໜືອ ລົງ ໃຕ້ ໄປທ່ອງທ່ຽວຕາມສະຖານທີ່ທ່ອງທ່ຽວຫຼາຍບ່ອນ ມັກຈະເຫັນກຸ່ມຄົນຈຳນວນໜຶ່ງ ບາງບ່ອນກໍ່ແມ່ນຜູ້ໃຫຍ່…

ຫວຽດນາມຕັດສິນຈຳຄຸກອະດີດ CEO ບໍລິສັດ SJC ຂໍ້ຫາສໍ້ໂກງຄຳມູນຄ່າຫລາຍລ້ານໂດລາ

ຫວຽດນາມຕັດສິນຈຳຄຸກອະດີດ CEO ບໍລິສັດ SJC ຂໍ້ຫາສໍ້ໂກງຄຳມູນຄ່າຫລາຍລ້ານໂດລາ

ນະຄອນ​ໂຮ່ຈີ​ມິນ ປະເທດຫວຽດນາມ – ສານ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຕັດສິນ​ລົງ​ໂທດ​ນາງ Le Thuy Hung ອະດີດ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຜະລິດ​ຄຳ Saigon (SJC) ​ໃຫ້​ຈຳ​ຄຸກ 25 ປີ ​ໃນ​ຂໍ້​ຫາ​ສໍ້​ໂກງ ​ແລະ ສວຍ​ໃຊ້​ອຳນາດ. ເຊິ່ງກໍ​ລະ​ນີ​ນີ້ ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງລະດັບສູງ​ຂອງ​ຫວຽດ​ນາມ. ​ໃນ​ລະຫວ່າງ​ປີ…

ກຳນົດຈຸດຝາກລົດໃຫ້ເຂົ້າລະບົບ ຊ່ວຍໃຫ້ຕົວເມືອງມີຄວາມເປັນລະບຽບຫຼາຍຂຶ້ນ

ໂດຍ: ຜາຕຸງ ຜ່ານມາກໍ່ຄືປະຈຸບັນ ບັນຫາການຝາກລົດໃນຕົວເມືອງ ກາຍເປັນໜຶ່ງຂອງປະກົດການຫຍໍ້ທໍ້ທີ່ສ້າງຄວາມຫຍຸ້ງຍາກ ຄວມບໍ່ເປັນລະບຽບໃນສັງຄົມຢູ່ນະຄອນຫຼວງວຽງຈັນ, ເຖິງວ່າຜ່ານມາ ທາງອົງການທີ່ກຽວຂ້ອງແຕ່ລະພາກສ່ວນ ເປັນຕົ້ນ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ລວມທັງ ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຕ່ລະເມືອງໄດ້ດຳເນີນການຄຸ້ມຄອງກຳກັບນັບຊາຢ່າງຮັດກຸມແຕ່ກໍ່ຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ ຍັງເປັນຊ່ອງຫວ່າງໃຫ້ກຸ່ມຄົນຈຳນວນໜຶ່ງຫາເງິນເຂົ້າຖົງຕົນເອງ…

ເມື່ອເຫັນບັນຫາ ແລ້ວກັບມາແກ້ໄຂໄວ ແມ່ນທາງອອກທີ່ດີໃນການຈັດຕັ້ງປະຕິບັດວຽກງານ

ເມື່ອເຫັນບັນຫາ ແລ້ວກັບມາແກ້ໄຂໄວ ແມ່ນທາງອອກທີ່ດີໃນການຈັດຕັ້ງປະຕິບັດວຽກງານ

ໂດຍ: ຜາຕຸງ ການສ້າງທາງລົດເມດ່ວນ BRT ຫຼື ໂຄງການຂົນສົ່ງແບບຢືນຢົງໃນຕົວເມືອງນະຄອນຫຼວງວຽງຈັນ ນັບວ່າເປັນທາງເລືອກທີ່ດີໜຶ່ງໃນການບໍລິການຂົນສົ່ງມວນຊົນຫຼຸດຄວາມແອອັດໃນຕົວເມືອງແບບຢືນຢົງ, ແຕ່ຖ້າຫາກການກໍ່ສ້າງເສັ້ນທາງນັ້ນດຳເນີນໄປຢ່າງເປັນລະບົບແຜນລະອຽດຂອງວຽກງານບໍ່ໄປກະທົບເຖິງສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງຄົນໃນຕົວເມືອງໂດຍສະເພາະແມ່ນລະບົບຄົມມະນາຄົມທີ່ມີຢູ່ແລ້ວໃຫ້ກາຍເປັນບັນຫາສ້າງຄວາມເດືອດຮ້ອນໃຫ້ສັງຄົມເປັນບໍລິເວນກວ້າງຕໍ່ໄປອີກ, ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຫຼື ໂຄງການກໍ່ສ້າງທາງລົດເມລົດດ່ວນ BRT ໃນນະຄອນຫຼວງວຽງຈັນ ເປັນໂຄງການບູລິມະສິດຂອງລັດຖະບານກໍ່ຄືຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ…

ເທສະການຍ່າງ ປ່າສະຫງວນແຫ່ງຊາດ ລ່ອງເຮືອຕາມສາຍນໍ້າຫ້າ ເພື່ອໂຄສະນາການທ່ອງທ່ຽວທໍາມະຊາດ ແລະ ວັດທະນະທຳ

ໂດຍ: ຜາຕຸງ ວັນທີ 1-3 ຕຸລາ 2025ນີ້  ແຂວງຫລວງນ້ຳທາ ຈະຈັດເທສະການຍ່າງປ່າຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ລ່ອງເຮືອຕາມສາຍນໍ້າຫ້າ ໂດຍໃຊ້ເວລາ 2 ມື້ 1 ຄືນ ພ້ອມທັງມີຫລາຍກິດຈະກຳ ແລະ ຮຽນຮູ້ວິຖີຊີວິດ ວັດທະນະທຳອັນດີງາມ ຂອງປະຊາຊົນບັນດາເຜົ່າ…