ໂຄງການສ້າງສາພັດທະນາຕົວເມືອງ ເປັນເລື່ອງດີ ແຕ່ຕ້ອງບໍ່ໃຫ້ມີບັນຫາກະທົບສັງຄົມ

ໂດຍ: ທິດດີ

ຫາກແມ່ນວ່າ ຫຼາຍຄົນ ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນຕ້ອງຮັບຮູ້ວ່າ ບ້ານເມືອງເຮົາໄລຍະປັດຈຸ ບັນນີ້ພວມມີການພັດທະນາໄປໜ້າຫຼາຍ ໂດຍສະເພາະແມ່ນການກໍ່ສ້າງຕຶກ ອາຄານ-ບ້ານເຮືອນ ແລະອື່ນໆ ຖ້າຫາກວ່າຢູ່ແຕ່ໃນເຮືອນພຽງອາທິດໜຶ່ງ ຫຼື ເດືອນໜຶ່ງໂດຍທີ່ບໍ່ໄດ້ອອກໄປເລາະເບິ່ງຕາມຖະໜົນຫົນທາງສາຍສຳຄັນ ຫຼື ເຂດຊານເມືອງກໍ່ຈະບໍ່ຮູ້ໄດ້ວ່າສະພາບການພັດທະນາເປັນແນວໃດ.

ເມື່ອເຮົາມີໂອກາດອອກໄປແລ້ວ ຈະຕ້ອງຕື່ນຕາຕື່ນໃຈທີ່ເຫັນໄດ້ເຖິງການ ກາານສ້າງອາຄານ-ບ້ານເຮືອນມັນປົ່ງຂຶ້ນຢ່າງຫຼວງຫຼາຍ ທັງພາກລັດ ແລະ ເອກະຊົນ ທີ່ເປັນຕຶກສູງ, ຕຶກສຳນັກງານອົງການ ຫຼື ເຮືອນສ່ວນຕົວຂອງບຸກຄົນ, ຄຽງຄູ່ກັບການສ້າງສາຕຶກອາຄານ ເຮືອນຊານບ້ານຊ່ອງທີ່ເປັນຕຶກເປັນຄະລືຫາດສູງແລ້ວ ການສ້າງຖະໜົນຫົນທາງ ຫຼື ວ່າການຍົກລະດັບປົວແປງ ປັບປຸງກໍມີມາກມີຫຼາຍເຊັ່ນກັນ ຖືວ່າ ປີ 2025 ນີ້ ນະຄອນຫຼວງວຽງຈັນເຮົາມີຫຼາຍຢ່າງໄດ້ຮັບການພັດທະນາໄປຫຼາຍສົມຄວນ.

ຢ່າງໃດກໍຕາມ ເຖິງຈະມີການສ້າງສາພັດທະນາເປັນແຕ່ລະໄລຍະ ແຕ່ກໍບໍ່ສາມາດຫຼີກລ່ຽງໄດ້ເລື່ອງການຈົ່ມວ່າຈາກຫາງສຽງສັງຄົມເຊັ່ນ: ການກໍ່ສ້າງບາງໂຄງການບໍ່ສຳເລັດຕາມແຜນກາານທີ່ກຳນົດໄວ້ ເດັ່ນຊັດກວ່າເພະ່ນກໍ່ແມ່ນການສ້າງທາງລົດເມດ່ວນ BRT ກໍຄືບ່ອນອື່ນໆ ສ່ວນວ່າການແກ້ໄຂບັນຫາ ຂີ້ເຫຍື້ອ, ນ້ຳປະປາບໍ່ມາປົກກະຕິ, ກະແສໄຟຟ້າບໍ່ສະຖຽນ ກໍຍັງເປັນບັນຫາຊຳເຮື້ອຢູ່ ສັງຄົມໄດ້ແຕ່ຈົ່ມວ່າໄປຕ່າງໆນາໆ ເຊິ່ງເບິ່ງລວມແລ້ວກໍ່ເປັນບັນຫາທີ່ໜ້າໜັກໃຈຂອງອົງການປົກຄອງນໍ? ແຕ່ທີ່ທິດດີຍົກບັນຫາຂື້ນມາ ແມ່ນຍ້ອນສັງຄົມຕັ້ງບັນຫາວ່າ: ການໂຄສະນາປະຊາສຳພັນໂຄງການຕ່າງໆຍັງເຮັດບໍ່ທັນໄດ້ດີ ສະນັ້ນສັງຄົມສ່ວນຫຼາຍບໍ່ເຂົ້າໃຈ ໃນເມື່ອສັງຄົມບໍ່ເຂົ້າໃຈຈຶ່ງມີການຕັ້ງບັນຫາທາງລົບ ຊຶ່ງໃນຕົວຈິງແລ້ວ ແຕ່ລະໂຄງການມັນມີດ້ານບວກຫຼາຍຢ່າງຕໍ່ສັງຄົມ.

ຫາກຕັ້ງຄຳຖາມແລກປ່ຽນນຳກັນວ່າ ແລ້ວບັນຫານີ້ມັນແມ່ນໜ້າທີ່ຂອງໃຜ ? ພາກສ່ວນໃດຮັບຜິດ ຊອບໃນການຊີ້ແຈງອະທິບາຍໃຫ້ສັງຄົມເຂົ້າໃຈ? ທິດດີ ມີໂອກາດສຶກສາຄົ້ນຄວ້າຫຼາຍເອກະສານ ເປັນຕົ້ນແມ່ນ ມະຕິເລກທີ36/ກມສພ ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ ຕໍ່ສື່ມວນຊົນໃນໄລຍະໃໝ່ ລົງວັນທີ 19 ມິຖຸນາ1993 ໂດຍສະເພາະໃນພາກທີ II: ທັດສະນະຂອງພັກເຮົາກ່ຽວກັບສື່ມວນຊົນ; ພາກທີ IV ການຈັດຕັ້ງປະຕິບັດ, ມິຕິສະບັບນີ້ໄດ້ລະບຸແຈ້ງ ໜ້ທີ່ຂອງ ສື່ມວນຊົນ ແລະ ອົງການກ່ຽວຂ້ອງທີ່ຈະເຮັດໜ້າທີ່ໂຄສະນາປະຊາສຳພັນ ຫຼື ຖະແຫຼງຂ່າວ, ສະນັ້ນຈຶ່ງຂໍສະເໜີໃຫ້ອ່ານຄືນ.

ມະຕິດັ່ງກ່າວໄດ້ລະບຸໄວ້ລະອຽດສົມຄວນ ຊຶ່ງຈະເປັນການຕອບໂຈດ ຫາງສຽງຈົ່ມວ່າຈາກສັງຄົມຕໍ່ ປະ ກົດການຕ່າງໆທີ່ເກີດຂື້ນຕໍ່ການສ້າງສາພັດທະນາ, ຄັນຫາກແມ່ນສັງຄົມເຂົ້າໃຈ ແນ່ນອນເຂົາຈະໃຫ້ຄວາມຮ່ວມມື ແລະ ຫາງສຽງຈະຄ່ອຍເບົາບາງລົງ ຄັນເຂົາບໍ່ຮູ້ບໍ່ເຂົ້າໃຈ ແນ່ນອນວ່າເຂົາຈະຈົ່ມພຸ້ນຈົ່ມພີ້ໄປຕ່າງໆນາໆນັ້ນລະ, ແນວວ່າຄົນນໍ ເອົາໃຈຢາກແທ້ໃດ! ຖ້າບໍ່ຢາກຕົກເຂົ້ົ້າສູ່ວັງວົນຂອງຫາງສຽງສັງຄົມຈົ່ມວ່າຈົນໜາຫູ ກໍ່ຕ້ອງຊີ້ແຈງໃຫ້ເຂົາຮັບຮູ້ ແລະ ເຂົ້າໃຈຢ່າງແທ້ຈິງແມ່ນຫຼືບໍ ນີ້ສະເໜີເປັນຂໍ້ຄິດເນີ.