“ແຮ່ຫາຍາກ” ແມ່ນຫຍັງ? ແລະເປັນຫຍັງຈຶ່ງເປັນຊະນວນໃຫ້ ທຣຳ ຂູ່ຈະຕັ້ງກຳແພງພາສີຈີນ 100%

ໂລກກຳລັງຈັບຕາເບິ່ງສົງຄາມການຄ້າຮອບໃໝ່ລະຫວ່າງ ສະຫະລັດ ແລະ ຈີນ ຫຼັງຈາກລັດຖະບານປັກກິ່ງປະກາດຈຳກັດການສົ່ງອອກ ແຮ່ຫາຍາກ” — ຊຶ່ງເປັນວັດຖຸດິບສຳຄັນທີ່ໂລກຍຸກໃໝ່ບໍ່ສາມາດຂາດໄດ້ໃນການຜະລິດເຕັກໂນໂລຢີ.

ໃນດ້ານຂອງປະທານາທິບໍດີ ໂດນັລ ທຣຳ ກໍບໍ່ລໍຊ້າ, ໄດ້ຂູ່ຕອບໂຕ້ດ້ວຍການຕັ້ງກຳແພງພາສີສິນຄ້ານຳເຂົ້າຈາກຈີນສູງເຖິງ 100% ແລະ ອາດຈະຍົກເລີກການພົບປະກັບປະທານາທິບໍດີ ສີ ຈິ້ນຜິງ ທີ່ຈະຈັດຂຶ້ນຢູ່ອາຊີ ຖ້າຫາກຈີນຍັງສືບຕໍ່ນະໂຍບາຍນີ້.

 “ແຮ່ຫາຍາກ” ຫຼື Rare Earths ໝາຍເຖິງກຸ່ມທາດໂລຫະ 17 ຊະນິດ ເຊັ່ນ: ແລນທາໄນ (Lanthanides), ສະແກນດຽມ (Scandium) ແລະ ອິດເຕຣຍມ (Yttrium).

  • ເຖິງວ່າຈະມີຊື່ວ່າ “ຫາຍາກ” ແຕ່ແທ້ຈິງແລ້ວແຮ່ເຫຼົ່ານີ້ມີຢູ່ທົ່ວໄປໃນທຳມະຊາດ — ຄວາມຍາກແມ່ນຢູ່ທີ່ ການສະກັດແລະປຸງແຕ່ງ ທີ່ສັບສົນ, ໃຊ້ຕົ້ນທຶນສູງ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ.

ແຮ່ຫາຍາກແມ່ນຫົວໃຈສຳຄັນຂອງເຕັກໂນໂລຢີຫຼາຍຢ່າງທີ່ເຮົາໃຊ້ໃນຊີວິດປະຈຳວັນ, ເຊັ່ນ:

  • ສະມາດໂຟນ, ຄອມພິວເຕີ, ຊິບອີເລັກໂທຣນິກ
  • ແບັດເຕີຣີລົດຍົນໄຟຟ້າ (EV)
  • ກັງຫັນລົມ ແລະ ແຜງພະລັງງານສະອາດ
  • ເຄື່ອງມືແພດ ເຊັ່ນ: ເຄື່ອງ MRI
  • ອາວຸດແລະດາວທຽມທາງການທະຫານ ເຊັ່ນ: ເຮືອບິນຮົບ F-35

ເວົ້າງ່າຍໆຄື: ຖ້າບໍ່ມີ ແຮ່ຫາຍາກ” ໂລກຈະບໍ່ສາມາດຜະລິດເຕັກໂນໂລຢີສະໄໝໃໝ່ໄດ້ເລີຍ.

ຈີນຄືຜູ້ຜະລິດລາຍໃຫຍ່ທີ່ສຸດໃນຕະຫຼາດນີ້ — ທີ່ຜະລິດຫຼາຍກວ່າ 60% ຂອງແຮ່ຫາຍາກທົ່ວໂລກ ແລະ ຄວບຄຸມການປຸງແຕ່ງສູງເຖິງ 90%. ຫຼ້າສຸດ, ລັດຖະບານຈີນໄດ້ປະກາດຄວບຄຸມແຮ່ຫາຍາກເພີ່ມອີກ 5 ຊະນິດ ແລະ ກຳນົດໃຫ້ການສົ່ງອອກແຮ່ແລະເຕັກໂນໂລຢີທີ່ກ່ຽວຂ້ອງຕ້ອງໄດ້ຮັບ ໃບອະນຸຍາດພິເສດ” ຈາກລັດຖະບານ.

ອີງຕາມຂໍ້ມູນຂອງອົງການສຳຫຼວດທໍລະນີວິທະຍາສະຫະລັດ (USGS), ໃນຊ່ວງປີ 2020–2023, ສະຫະລັດໄດ້ນຳເຂົ້າແຮ່ຫາຍາກຈາກຈີນ ຫຼາຍກວ່າ 70% ຂອງຄວາມຕ້ອງການທັງໝົດ.

  • ດັ່ງນັ້ນ, ເມື່ອຈີນເລີ່ມຈຳກັດການສົ່ງອອກ, ຈຶ່ງເທົ່າກັບການບີບອຸດສາຫະກຳເຕັກໂນໂລຢີຂອງສະຫະລັດໂດຍກົງ ທັງລົດຍົນໄຟຟ້າ, ຊິບຄອມພິວເຕີ ແລະ ອຸດສາຫະກຳປ້ອງກັນປະເທດ.
  • ທ່ານ ທຣຳ ຈຶ່ງໄດ້ຕອບໂຕ້ດ້ວຍການຂູ່ຕັ້ງ ກຳແພງພາສີສູງສຸດ 100% ຕໍ່ສິນຄ້ານຳເຂົ້າຈາກຈີນ ແລະ ເຕືອນວ່າການພົບປະກັບປະທານາທິບໍດີ ສີ ຈິ້ນຜິງ ອາດຈະຖືກຍົກເລີກ ຖ້າຈີນບໍ່ປ່ຽນທ່າທີ.

ເປັນຫຍັງເລື່ອງນີ້ຈຶ່ງສຳຄັນກວ່າສົງຄາມພາສີທົ່ວໄປ?

ເພາະ ແຮ່ຫາຍາກ” ບໍ່ໄດ້ເປັນພຽງຊັບພະຍາກອນທຳມະດາ — ແຕ່ຄື ອາວຸດທາງເສດຖະກິດຍຸກໃໝ່. ປະເທດໃດທີ່ຄວບຄຸມລະບົບຕ່ອງໂສ້ການສະໜອງແຮ່ເຫຼົ່ານີ້ໄດ້ ຈະມີອຳນາດຕໍ່ລອງມະຫາສານໃນໂລກຂອງເຕັກໂນໂລຢີ ແລະ ຄວາມໝັ້ນຄົງ.