ນາຍົກ ຊີ້ນຳວຽກງານການລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອສົ່ງເສີມການຜະລິດພາຍໃນ ທົດແທນການນຳເຂົ້າ
ວັນທີ 6 ກັນຍາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ, ເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງກ່ຽວກັບສະພາບການຈັດຕັ້ງປະຕິບັດກອງທຶນສົ່ງເສີມວິສາຫະກິດ ແລະ ສະເໜີທິດທາງໃນຕໍ່ໜ້າ; ສະພາບການສະໜອງສິນເຊື່ອ ເພື່ອສົ່ງເສີມການຜະລິດເປັນສິນຄ້າໄລຍະຜ່ານມາ….










