ນະຄອນຫລວງເລັ່ງແກ້ໄຂບັນຫາໂສເພນີ

ຮອງຫົວໜ້າຫ້ອງຕຳຫລວດນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນກໍາລັງເຈົ້າໜ້າທີ່ຂອງຕົນພວມສຸມໃສ່ການແກ້ໄຂບັນຫາໂສເພນີ ແລະ ການຄ້າມະນຸດໃຫ້ໝົດໄປ, ພາຍຫລັງເຫັນວ່າສິ່ງຫຍໍ້ທໍ້ດັ່ງກ່າວນັບມື້ຍິ່ງຮ້າຍແຮງຂຶ້ນ, ໂດຍຈະເພີ່ມທະວີການປະສານສົມທົບກັບພາກສ່ວນກ່ຽວຂ້ອງອື່ນໆ ເຊັ່ນ:ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະຫະພັນແມ່ຍິງ, ສູນໄວໜຸ່ມ ເພື່ອໂຄສະນາກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຈາກການຄ້າໂສເພນີ ກໍຄືການຄ້າມະນຸດໃຫ້ສັງຄົມຮັບຮູ້ກວ້າງຂວາງ ແລະ , ໄປຄຽງຄູ່ກັນກັບການເອົາໃຈໃສ່ຕິດຕາມເປົ້າໝາຍ ແລະ ກຸ່ມຄົນທີ່ເຄື່ອນໄຫວກະທໍາຜິດ ເພື່ອນໍາມາດໍາເນີນຄະດີຕາມລະບຽບກົດໝາຍ.
ຮອງຫົວໜ້າຫ້ອງຕໍາຫລວດ ໃຫ້ຮູ້ວ່າ: ປີຜ່ານມາ, ໄດ້ກວດກາຮ້ານອາຫານ, ສະຖານບັນເທິງທີ່ເຄື່ອນໄຫວຜິດລະບຽບກົດໝາຍຈໍານວນ 11 ຄັ້ງ, ໃນນີ້ໄດ້ແກ້ໄຂຮ້ານກິນດື່ມທີ່ມີການຄ້າໂສເພນີ 9 ຄັ້ງ, ມີຈໍານວນ 29 ຮ້ານ, ກັກຕົວເຈົ້າຂອງຮ້ານມາດໍາເນີນຄະດີໄດ້ 29 ຄົນ ແລະ ກັກຕົວຜູ້ເປັນໂສເພນີໄດ້ຫລາຍສີບຄົນ. ນອກຈາກນີ້ຍັງໄດ້ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກຂະບວນການຄ້າມະນຸດຫລາຍຄັ້ງມີ 86 ຄົນ, ພ້ອມທັງຈັດຊຸດອົບຮົມໃຫ້ຜູ້ທີ່ໄປເຮັດວຽກຢູ່ປະເທດໄທຫລາຍຄັ້ງເພື່ອບໍ່ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຕໍ່ໄປອີກ.

