ແຈ້ງການ! ໃຫ້ຢຸດຕິການອອກບັດປະຈຳຕົວແບບເກົ່າ

ຫ້ອງວ່າການກະຊວງ ປກສ ອອກແຈ້ງການສະບັບເລກທີ 713/ກວດ ລົງວັນທີ 8 ສິງຫາ 2024 ເຖິງ
ຫົວໜ້າກອງບັນຊາການປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ ທີ່ນັບຖືຢ່າງສູງ.

ເລື່ອງ: ໃຫ້ຢຸດເຊົາການຜະລິດບັດປະຈຳຕົວປະຊາຊົນລາວແບບເກົ່າ (ບັດຂາວ)

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງມາຍັງທ່ານ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງໃນຂອບເຂດທົ່ວປະເທດ ຮັບຂາຍ ແລະ ຊ່ວຍຊີ້ນໍາຫ້ອງ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ລາຍລະອຽດດັ່ງນີ້:

1. ໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ ຢຸດເຊົາການຜະລິດບັດປະຈຳຕົວປະຊາຊົນລາວແບບເກົ່າ (ບັດຂາວ).

2. ຖ້າຫາກກອງບັນຊາການ ປກສ ແຂວງ ຫຼື ກອງບັນຊາການ ປກສ ເມືອງ ຍັງບໍ່ຜະລິດບັດປະຈຳຕົວແບບໃໝ່ ແລະ ຍັງບໍ່ເປີດນໍາໃຊ້ລະບົບຖານຂໍ້ມູນແບບໃໝ່ PIM ຕ້ອງໄດ້ຮັບຜິດຊອບຄ່າເຊົ່າສາຍສົ່ງສັນຍານອິນເຕີເນັດໃນແຕ່ລະເດືອນຕາມມູນຄ່າເຊົ່າ ທີ່ກະຊວງປ້ອງກັນຄວາມສະຫງົບໄດ້ຊຳລະຄ່າເຊົ່າໃຫ້ບໍລິສັດ.

3. ໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງ ຊີ້ນຳຫ້ອງຄຸ້ມຄອງ ສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະຫຼຸບຂໍ້ມູນການຜະລິດບັດປະຈໍາຕົວແບບເກົ່າ (ບັດຂາວ), ແລ້ວລາຍງານມາ ຍັງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກຳນົດເວລາສົ່ງບໍ່ໃຫ້ກາຍ ວັນທີ 31 ສິງຫາ 2024.