ປະກາດແຕ່ງຕັ້ງ ທ່ານ ທອງເພັດ ຜຸຍຍະວົງ ເປັນປະທານສານປະຊາຊົນ ແຂວງຄຳມ່ວນ ຜູ້ໃໝ່
ວັນທີ 11 ຕຸລາ 2024, ສານປະຊາຊົນ ແຂວງຄຳມ່ວນ ໄດ້ປະກາດ ມອບ-ຮັບໜ້າທີ່ ປະທານສານປະຊາຊົນແຂວງຜູ້ໃໝ່, ມີ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ເປັນປະທານເຂົ້າຮ່ວມ. ໃນພິທີ, ຕາງໜ້າກົມຈັດຕັ້ງພະນັກງານ ສານປະຊາຊົນສູງສຸດ ໄດ້ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ…










