ຢໍໂຄວິດ-ມູກູຣູຊາ ຜ່ານເຂົ້າຮອບ 3 ເຕັນນິສ ເຟຣນ ໂອເພນ 2017

ການແຂ່ງຂັນເຕັນນິສ ແກຣນສະແລມ ທີ 2 ຂອງປີ ລາຍການ “ເຟຣນ ໂອເພນ” ທີ່ ສະໜາມໂຣລອງ ກາຣອສ ປະ ເທດຝຣັ່ງ ໃນປະເພດຊາຍດ່ຽວ ຮອບ 2 ເປັນການພົບກັນໃນຄູລະ ຫວ່າງ ໂນວັກ ຢໍໂຄວິດ ມືວາງ ອັນດັບ 2 ຂອງໂລກ ລົງສະໜາມ ພົບກັບ ເຈົາ ຊູຊາ ຈາກ ໂປຣຕຸ ເກສ ເຊິ່ງຜົນກໍເປັນໄປຕາມຄາດ ຢໍໂຄວິດ ອາໄສສີມືທີ່ເໜືອກວ່າ ໃຊ້ເວລາ 2 ຊົ່ວໂມງ 9 ນາທີ ເອົາ ຊະນະໄປແບບຂາດລອຍ 3-0 ເຊັດ 6-1, 6-4, 6-3. ຜ່ານເຂົ້າ ຮອບ 3 ໄປພົບກັບ ດິເອໂກ ຊະ ວາດແມນ ຈາກ ອາເຈນຕິນາ ຕໍ່ໄປ.
ສ່ວນປະເພດຍິງດ່ຽວຮອບ 2 ກາບີນ ມູກູຣູຊາ ມືວາງອັນດັບ 4 ຂອງລາຍຈາກ ສະເປນ ເອົາ ຊະນະ ເອເນດ ຄອນຕາເວດ ຈາກ ສະໂຕເນຍ 2-1 ເຊັດ 6-7, 6-4, 6-2. ຜ່ານເຂົ້າສູ່ຮອບ 3 ໄປພົບກັບ ຢູເລຍ ປະຕິນໂຊວາ ຈາກຄາຊັກສະຖານ ມືວາງອັນ ດັບ 27 ຂອງລາຍການຕໍ່ໄປ.
+ ສ່ວນຜົນຊາຍດ່ຽວຄູ່ອື່ນໆ ມີດັ່ງນີ້:
– ຣາຟາເອລ ນາດາລ 3-0 ເຊັດ ໂຣບິນ ຮາສ 6-1, 6-4, 6-3.
– ມິລອສ ຣາໂອນິກ 3-1 ເຊັດ ໂຣເຈຣິໂອ ດູຕຣາດາ ຊິລວາ 4-6, 6-2, 6-3.
– ໂດມິນິກ ທຽມ 3-0 ເຊັດ ຊິໂມນາ ໂບເລລລີ 7-5, 6-1, 6-3.
+ ສ່ວນຜົນຍິງດ່ຽວຄູ່ອື່ນໆ ມີດັ່ງນີ້:
– ອອນ ຈາເບີ 2-0 ເຊັດ ໂດມິນິກາ ຊິບູລໂຄວາ 6-4, 6-3.
– ວີນັສ ວິລລຽມ 2-0 ເຊັດ ຄຸຣຸ ມິ ນາຣະ 6-3, 6-1.
– ຄາໂຣໄລ ວອກນຽກກີ 2-0 ເຊັດ ຟຣານຊອຍ ອະບັນດາ 6-0, 6-0.

