ປົກປັກຮັກສາສິ່ງແວດລ້ອມ ເພື່ອການພັດທະນາແບບຍືນຍົງ
ໂດຍ: ວິເສດ ສະແຫວງສຶກສາ
ວັນສິ່ງແວດລ້ອມສາກົນຈະວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນວັນທີ 5 ເດືອນມິຖຸນານີ້, ມັນເປັນວັນທີ່ຊາວໂລກຕ້ອງໄດ້ພາກັນທົບທວນຫວນຄືນກ່ຽວກັບຄວາມຈຳເປັນທີ່ຈະຕ້ອງໄດ້ຮ່ວມມືກັນປົກປັກຮັກສາສິ່ງແວດລ້ອມ ເພື່ອການພັດທະນາແບບຍືນຍົງ ເຊິ່ງອົງການ ສປຊ ໄດ້ກຳນົດເປັນເປົ້າໝາຍທີ່ຕ້ອງເຮັດສຳເລັດພາຍໃນປີ 2030 (ແຜນການ 15 ປີ, 2015-2030). ດັ່ງນັ້ນ ມີື້ນີ້ລອງພາກັນໄປເບິ່ງມາດຕະການ ແລະ ຂໍ້ລິເລີ່ມຕ່າງໆທີ່ບາງປະເທດຖືເປັນວຽກບູລິມະສິດໃນການປົກປັກຮັກສາສິ່ງແວດລ້ອມ. ມາດຕະການດັ່ງກ່າວມີທັງແບບທຳມະດາທີ່ຕິດພັນກັບຊີວິດປະຈຳວັນ ແລະ ທີ່ກຳນົດເປັນຍຸດທະສາດຄັກແນ່ ເຊັ່ນຢູ່ມາເລເຊຍ, ນັບແຕ່ກາງປີ 2016 ເປັນຕົ້ນມາ ທາງການຂອງປະເທດນີ້ໄດ້ອອກລະບຽບເຫລັກໃຫ້ທຸກຄົວເຮືອນແຍກປະເພດຂີ້ເຫຍື້ອໃສ່ແຕ່ລະຖັງ, ໃຜລະເມີດຈະຖືກປັບໄໝແບບບໍ່ໄວ້ໜ້າ. ກົດລະບຽບບັງຄັບໃຫ້ແຍກຂີ້ເຫຍື້ອນີ້ເລີ່ມປະຕິບັດໃນເຂດນະຄອນຫລວງກົວລາລຳເປີ ແລະ ເຂດປູຕຣາຈາຢາກ່ອນ. ສຳລັບການປັບໄໝຜູ້ລະເມີດນັ້ນປະຕິບັດກັນດັ່ງນີ້: ຄືລະເມີດເທື່ອທີ 1 ຕ້ອງຈ່າຍຄ່າປັບໄໝ 50 ຣິງກິດ, ເທື່ອທີສອງ 100 ຣິງກິດ, ເທື່ອທີ 3 ແລະ ເທື່ອຕໍ່ໆໄປ 500 ຣິງກິດ ແລະ ອາດຖືກສົ່ງຟ້ອງຂຶ້ນສານ ແລະ ປັບໄໝສູງຕື່ມເຖິງ 1.000 ຣິງກິດ (1 ໂດລາສະຫະລັດ ແລກໄດ້ເກືອບ 4 ຣິງກິດ). ຢູ່ປະເທດຝຣັ່ງ ເມື່ອສອງປີຜ່ານມາ ໄດ້ມີການປະກາດໃຊ້ກົດໝາຍບັງຄັບໃຫ້ຕຶກທີ່ສ້າງໃໝ່ທຸກຫລັງໃນເຂດສະເພາະຕ້ອງເປັນມິດຕໍ່ສິ່ງແວດລ້ອມ ຄືນອກຈາກຈະມີຄວາມສວຍງາມ ແລະ ມີປະໂຫຍດໃນການໃຊ້ສອຍແລ້ວ ກໍຍັງຕ້ອງຕິດຕັ້ງແຜງຜະລິດພະລັງງານແສງຕາເວັນໃສ່ບາງສ່ວນຂອງຫລັງຄາ ຫລື ບໍ່ກໍປູກພືດຜັກໃສ່ຫລັງຄາໃຫ້ກາຍເປັນດາດຟ້າສີຂຽວ. ດາດຟ້າສີຂຽວນີ້ຈະຊ່ວຍປະກອບສ່ວນຊ່ວຍແກ້ໄຂບັນຫາໂລກຮ້ອນ, ຊ່ວຍຫລຸດຜ່ອນການໃຊ້ອາຍຮ້ອນໃນຍາມໜາວ ແລະ ຫລຸດຜ່ອນການໃຊ້ແອເຢັນໃນຍາມຮ້ອນອີກດ້ວຍ. ນອກຈາກນີ້ ດາດຟ້າສີຂຽວຍັງເປັນບ່ອນສະສົມຊີວະນາໆພັນອີກດ້ວຍ. ຢູ່ປະເທດຊູແອດ ຫລື ສະວີເດັນນັ້ນ, ທາງການໄດ້ອອກນະໂຍບາຍແປກໆ ແຕ່ໄດ້ຜົນເກີນຄາດ ຄືແຈກລົດຖີບໃຫ້ປະຊາຊົນເອົາໄປຂີ່ລ້າໆເປັນເວລາ 6 ເດືອນ ແນໃສ່ຫລຸດຜ່ອນຈຳນວນລົດໃຫຍ່ຕາມທ້ອງຖະໜົນ. ຜູ້ມີສິດໄດ້ລົດຖີບໄປຂີ່ລ້າໆຕ້ອງໃຊ້ລົດຖີບຢ່າງໜ້ອຍ 3 ເທື່ອຕໍ່ອາທິດ, ກຸ່ມເປົ້າໝາຍສຳລັບນະໂຍບາຍນີ້ໄດ້ແກ່ນັກຮຽນ-ນັກສຶກສາ, ຜູ້ໂດຍສານທົ່ວໆໄປ, ຜູ້ປົກຄອງ ກໍຄືເຍົາວະຊົນ. ທາງການເຊື່ອວ່າການຂີ່ລົດຖີບເປັນເວລາ 6 ເດືອນຈະຊ່ວຍໃຫ້ຜູ້ໃຊ້ຕິດຂີ່ລົດຖີບເລີຍ. ພາຍຫລັງຂີ່ລ້າຕາມກຳນົດ, ທາງການກໍຈະຂາຍລົດຖີບຄັນດັ່ງກ່າວໃຫ້ຜູ້ໃຊ້ໃນລາຄາຜ່ອນຜັນ. ຢູ່ຊູແອດມີຄົນໃຊ້ລົດຖີບເປັນພາຫະນະຫລາຍກວ່າ 50%. ສ່ວນນັກຄົ້ນຄວ້າປະຈຳມະຫາວິທະຍາໄລຮາວາດ (ສະຫະລັດ) ແລະ ກຸ່ມອະນຸລັກສິ່ງແວດລ້ອມ “ກຣີນພິດ” (Greenpeace) ສາກົນ ໄດ້ສະເໜີຂໍ້ມູນທີ່ຊີ້ໃຫ້ເຫັນວ່າ: ມົນລະພິດທີ່ປ່ອຍອອກຈາກໂຮງງານທີ່ໃຊ້ພະລັງງານຖ່ານຫີນໃນອາຊີຕາເວັນອອກສຽງໃຕ້, ຍີ່ປຸ່ນ, ສ.ເກົາຫລີ ແລະ ໄຕ້ຫວັນ ໄດ້ເຮັດໃຫ້ມີຄົນເສຍຊີວິດປະມານ 20.000 ຄົນຕໍ່ປີ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 70.000 ຄົນຕໍ່ປີ ພາຍໃນປີ 2030 ຖ້າການນຳໃຊ້ຖ່ານຫີນຍັງສືບຕໍ່ໄດ້ຮັບການພັດທະນາ. ໃນປັດຈຸບັນ ສປ ຈີນ ໄດ້ສັ່ງປິດໂຮງງານທີ່ໃຊ້ພະລັງງານຖ່ານຫີນເປັນຈຳນວນຫລວງຫລາຍ ເພື່ອແກ້ໄຂບັນຫາມົນລະພິດທາງອາກາດ.

