ອັດຕະປື-ເຊກອງ ຫາລືການແບ່ງຂັ້ນຄຸ້ມຄອງເຂດຊາຍແດນເຊື່ອມຕໍ່ແຂວງ

ອັດຕະປື-ເຊກອງ ຫາລືການແບ່ງຂັ້ນຄຸ້ມຄອງເຂດຊາຍແດນເຊື່ອມຕໍ່ແຂວງ

ວັນທີ 6 ຕຸລາ 2022 ນີ້, ທີ່ຫ້ອງວ່າການປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມປືກສາຫາລືການແບ່ງຂັ້ນຄຸ້ມຄອງເຂດຊາຍແດນເຊື່ອມຕໍ່ ລະຫວ່າງ ເມືອງດາກຈຶງ, ເມືອງລະມາມ ແຂວງເຊກອງ ກັບ ເມຶືອງຊານໄຊ ແຂວງອັດຕະປື, ໂດຍການຮ່ວມຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ແລະ ທ່ານ…

ປກສ ເມືອງສີໂຄດຕະບອງ ເນັ້ນ ປກສ ທຸກຄົນຫ້າມລະເມີດ ຂໍ້ຫ້າມສະເພາະນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ

ປກສ ເມືອງສີໂຄດຕະບອງ ເນັ້ນ ປກສ ທຸກຄົນຫ້າມລະເມີດ ຂໍ້ຫ້າມສະເພາະນາຍ ແລະ ພົນຕໍາຫຼວດໃນຂົງເຂດວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ

ວັນທີ 30 ກັນຍາ 2022 ເມືອງສີໂຄດຕະບອງ ນວ, ໄດ້ມີພິທີເຊື່ອມຊຶມເອກະສານສໍາຄັນຂອງວຽກງານກໍາລັງປ້ອງກັນຄວາມສະຫງົບ ໃຫ້ພະນັກງານ-ນັກຮົບ ປກສ ເມືອງສີໂຄດຕະບອງ ໄດ້ຮັບຮູ້, ເຂົ້າໃຈ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິິນທໍາປະຕິວັດ ແລະ ປະຕິບັດຖືກຕ້ອງ ບໍ່ຜິດຕໍ່ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ; ໂດຍການເຜີຍແຜ່ຂອງ ພັທ ບຸນເພັງ…

ມອບອຸປະກອນທີ່ຢຶດໄດ້ຈາກຄົນຮ້າຍ ຄືນໃຫ້ເຈົ້າຂອງເດີມ ມູນຄ່າຫລາຍກວ່າ 30 ລ້ານກີບ

ມອບອຸປະກອນທີ່ຢຶດໄດ້ຈາກຄົນຮ້າຍ ຄືນໃຫ້ເຈົ້າຂອງເດີມ ມູນຄ່າຫລາຍກວ່າ 30 ລ້ານກີບ

ຂ່າວແຂວງສາລະວັນລາຍງານໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ມອບອຸປະກອນ ປະກອບມີ: ໝໍ້ໄຟ ຍີ່ຫໍ້ນາຣາດ້າ (Narada) 5 ໜ່ວຍ ແລະ ສາຍກາວທອງ 10 ແມັດ ມູນຄ່າທັງໝົດ 30 ລ້ານກວ່າກີບ ຄືນໃຫ້ແກ່ບໍລິສັດລາວສະຕາໂທລະຄົມໂດຍທ່ານ ຄຳຜ່ານ…

ຜົ້ງສາລີ ຍົກລະດັບການເປັນຜູ້ນໍາທີ່ດີ ແລະ ຜູ້ຈັດການທີ່ເກັ່ງ ໃຫ້ແກ່ການນຳ

ຜົ້ງສາລີ ຍົກລະດັບການເປັນຜູ້ນໍາທີ່ດີ ແລະ ຜູ້ຈັດການທີ່ເກັ່ງ ໃຫ້ແກ່ການນຳ

ວັນທີ 4-6 ຕຸລາ 2022 ແຂວງຜົ້ງສາລີ ຈັດກອງປະຊຸມຝຶກອົບຮົມພາວະການເປັນຜູ້ນຳ ໃນຫົວຂໍ້ “ການເປັນຜູ້ນຳທີ່ດີ ແລະ ຜູ້ຈັດການທີ່ເກັ່ງ” ໃຫ້ແກ່ການນຳ  ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ, ມີທ່ານ ບົວທອງ…

ປະກາດ​ການ​ແຕ່ງຕັ້ງ​ຄະນະ​ກຳມະການ ​ ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ 7 ສະຫາຍ

ປະກາດ​ການ​ແຕ່ງຕັ້ງ​ຄະນະ​ກຳມະການ ​ ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ 7 ສະຫາຍ

ວັນ​ທີ 4 ຕຸລາ 2022 ນີ້, ຫ້ອງວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງຕັ້ງຄະນະ​ກຳມະການ ​ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ, ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການກົມການເມືອງສູນກາງພັກ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຮອງ​ປະທານຜູ້​ປະຈຳການ​ຄະນະ​ກຳມະການ ປກຊ-​ປກສ ສູນ​ກາງ, ມີສະຫາຍ…

3  ໄຕມາດ ປີ 2022 ການເງິນແຂວງຄຳມ່ວນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 754 ຕື້ກວ່າກີບ ເທົ່າກັບ 80,52%

3 ໄຕມາດ ປີ 2022 ການເງິນແຂວງຄຳມ່ວນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 754 ຕື້ກວ່າກີບ ເທົ່າກັບ 80,52%

ທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນ ແຂວງຄໍາມ່ວນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2022 ໃນໂອກາດ ທ່ານ ສົມດີ ດວງດີ ຫົວໜ້າຄະນະຊ່ຽວຊານ ສະພາຄົ້ນຄວ້າເສດຖະກິດຂອງ ສປປ ລາວ ເຄື່ອນໄຫວລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບ ວັນທີ 4 ຕຸລາ 2022ນີ້ວ່າ:…

ໂຄງການສ້ອມແປງແຫຼ່ງທ່ອງທ່ຽວນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໄລຍະທຳອິດ ຄາດວ່າຈະໃຊ້ຕົ້ນທຶນ 500.000 ໂດລາ 

ໂຄງການສ້ອມແປງແຫຼ່ງທ່ອງທ່ຽວນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໄລຍະທຳອິດ ຄາດວ່າຈະໃຊ້ຕົ້ນທຶນ 500.000 ໂດລາ 

ວັນທີ 30 ກັນຍາ ຜ່ານມາ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ລົງຕິດຕາມຊຸກຍູ້ວຽກງານ ຢູ່ເຂດເສດຖະກິດໃໝ່ ສີທັນດອນ ເມືອງໂຂງ. ໂດຍສະເພາະຊຸກຍູ້ການສືບຕໍ່ພັດທະນາໂຄງການອຸທິຍານແຫຼ່ງທ່ອງທ່ຽວ ນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໃຫ້ມີໃບໜ້າໃໝ່. ໃນການລົງຕິດຕາມຄັ້ງນີ້, ກໍໄດ້ມີກອງປະຊຸມປຶກສາຫາລືຮ່ວມກັນລະຫວ່າງ…

ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ພ້ອມທຳລາຍອຸປະກອນເສີມຜິດກົດຈະລາຈອນ

ປກສ ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ: ວັນທີ 29 ກັນຍາ 2022 ຜ່ານມານີ້   ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດ ໂດຍການເປັນປະທານຂອງທ່ານ ພັທ ແສງທອງ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ ມີພະນັກງານທີ່ກ່ຽວຂ້ອງ, ນັກຂັບຂີ່ທີ່ດັດແປງສະພາບເຕັກນິກຂອງລົດ…

ປະຊາຊົນ ເມືອງສະໜາມໄຊ  ທີ່ໄດ້ຮັບຜົນກະທົບຈາກພາຍຸໂນຣູ 130 ຄອບຄົວ ໄດ້ຮັບເຄື່ອງຊ່ວຍເຫລືອເບື້ອງຕົ້ນແລ້ວ

ປະຊາຊົນ ເມືອງສະໜາມໄຊ  ທີ່ໄດ້ຮັບຜົນກະທົບຈາກພາຍຸໂນຣູ 130 ຄອບຄົວ ໄດ້ຮັບເຄື່ອງຊ່ວຍເຫລືອເບື້ອງຕົ້ນແລ້ວ

ວັນທີ 1-2 ຕຸລາ 2022 ນີ້, ອົງການກາແດງແຂວງ ອັດຕະປື ພ້ອມທີມງານໄດ້ນຳເອົາເຄື່ອງຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸໂນຣູ ຢູ່ບ້ານຫາດອຸດົມໄຊ ເມືອງສະໜາມໄຊ ຈຳນວນ 130 ຄອບຄົວ ມີ 647 ຄົນ, ເຄື່ອງທີ່ນຳໄປຊ່ວຍເຫລືອດັ່ງກ່າວປະກອບມີ: ເຄື່ອງນຸ່ງຮົ່ມປະສົມ 1.300 ຜືນ,…

ເມືອງແອດຈັດພິທີທຳລາຍສິນຄ້າໝົດອາຍຸ, ເສື່ອມຄຸນນະພາບ ແລະ ສິນຄ້າຫ້າມນຳເຂົ້າ-ຈຳໜ່າຍ ມູນຄ່າ 5 ລ້ານກວ່າກີບ

ເມືອງແອດຈັດພິທີທຳລາຍສິນຄ້າໝົດອາຍຸ, ເສື່ອມຄຸນນະພາບ ແລະ ສິນຄ້າຫ້າມນຳເຂົ້າ-ຈຳໜ່າຍ ມູນຄ່າ 5 ລ້ານກວ່າກີບ

ຂ່າວເມືອງແອດ ແຂວງຫົວພັນລາຍງານໃຫ້ຮູ້ວ່າ: ວັນທີ 28 ກັນຍາ 2022 ຜ່ານມານີ້  ໜ່ວຍສະເພາະກິດກວດກາສິນຄ້າໝົດອາຍຸ ໄດ້ນຳເອົາສິນຄ້າໝົດອາຍຸ, ເສຍຄຸນນະພາບ ທຳລາຍຖິ້ມຢູ່ທີ່ສະໜາມຂີ້ເຫຍື້ອຂອງເມືອງ, ເຊິ່ງມີບັນດາຫົວໜ້າຄະນະຮັບຜິດຊອບຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານນຳ. ສິນຄ້າໝົດອາຍຸການບໍລິໂພກ ແລະ ເສື່ອມຄຸນນະພາບ ທີ່ຍຶດໄດ້ມາຈາກຮ້າງຮ້ານຕ່າງໆພາຍໃນເມືອງແອດ ເປັນຕົ້ນແມ່ນນ້ຳຫວານ, ເຂົ້າໜົມ, ໝີ່,…