ປະກາດ​ການ​ແຕ່ງຕັ້ງ​ຄະນະ​ກຳມະການ ​ ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ 7 ສະຫາຍ

ວັນ​ທີ 4 ຕຸລາ 2022 ນີ້, ຫ້ອງວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງຕັ້ງຄະນະ​ກຳມະການ ​ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ, ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການກົມການເມືອງສູນກາງພັກ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຮອງ​ປະທານຜູ້​ປະຈຳການ​ຄະນະ​ກຳມະການ ປກຊ-​ປກສ ສູນ​ກາງ, ມີສະຫາຍ ພົນ​ຕີ ​ປອ ສະຫວ່າງ​ໄຊ ສິນ​ນະ​ວົງ ຫົວໜ້າ​ຫ້ອງການ​ຄະນະກຳມະການ ປກຊ-​ປກສ ສູນ​ກາງ  ເຂົ້າ​ຮ່ວມ.

ສະຫາຍພົນ​ຕີ ​ປອ ສະຫວ່າງ​ໄຊ ສິນ​ນະ​ວົງ ໄດ້​ຂຶ້ນ​ຜ່ານ​ມະຕິ​ຕົກລົງ ວ່າ​ດ້ວຍ ການ​ແຕ່ງຕັ້ງ ຄະນະ​ກຳມະການ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ນະຄອນຫຼວງ​ວຽງ​ຈັນ, ອີງ​ຕາມ​ມະຕິ​ຂອງກົມ​ການເມືອງ​ສູນ​ກາງ​ພັກວ່າ​ດ້ວຍ​ ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ, ອີງ​ຕາມ​ໜັງສື​ສະເໜີ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກຕົກ​ລົງ ແຕ່ງຕັ້ງຄະນະ​ກຳມະການປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ ນະຄອນຫຼວງ​ວຽງ​ຈັນ ປະກອບ​ມີ 7 ສະຫາຍ​ຄື:

  1. ສະຫາຍ ອານຸພາບ ຕຸ​ນາ​ລົມ ເປັນ​ປະທານ
  2. ສະຫາຍ ອາດ​ສະພັງ​ທອງ ສີ​ພັນ​ດອນ ເປັນ​ຮອງ​ປະທານ
  3. ສະຫາຍ ພົນ​ຈັດຕະວາ ໄພ​ວັນ ຈັນທະ​ພົມມາ ເປັນ​ຮອງ​ປະທານ ທັງ​ເປັນ​ຜູ້​ປະຈຳການ
  4. ສະຫາຍ ພົນ​ຈັດຕະວາ ສີ​ພອນ ຈັນ​ສົມ​ວົງ ເປັນ​ກຳມະການ
  5. ສະຫາຍ ພັນ​ເອກ ບົວ​ພັນ ຟອງ​ມະນີ ເປັນ​ກຳມະການ
  6. ສະຫາຍ ພັນ​ເອກ ບຸນ​ວານ ພົມ​ມະ​ວົງ ເປັນ​ກຳມະການ
  7. ສະຫາຍ ພັນ​ເອກ ວັນ​ໄຊ ສີ​ລິ​ປັນຍາ ເປັນ​ກຳ ມະການ.

ພ້ອມ​ດຽວ​ກັນ​ນີ້ ສະຫາຍ ພົນ​ຈັດຕະວາ ສີ​ພອນ ຈັນ​ສົມ​ວົງ ຮອງ​ເລຂາຄະນະ​ພັກ​ນະຄອນຫຼວງ​ວຽງ​ຈັນໄດ້​ຂຶ້ນ​ຜ່ານ​ລາຍ​ງານ​ຫຍໍ້ການ​ນຳພາ-ຊີ້​ນຳຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ​ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ​ໃນ​ໄລຍະ​ຜ່ານ​ມາເຫັນ​ວ່າ ຄະນະ​ກຳມະການ ​ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ ໄດ້​ເອົາໃຈໃສ່​ຈັດ​ຕັ້ງ​ເຊື່ອມ​ຊຶມ ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ​່ສະໄໝ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ຂອງ​ອົງຄະ​ນະ​ພັກນະຄອນຫຼວງ​ວຽງຈັນ ສະໄໝ​ທີ VII ລົງ​ສູ່​ຮາກ​ຖານຂັ້ນ​ເມືອງ, ບ້ານ ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ຢ່າງ​ກວ້າງຂວາງ ໂດຍ​ສຸມ​ໃສ່​ປັບປຸງ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ໃຫ້​ແກ່​ກຳລັງ ປກຊ-​ປກສ, ກອງ​ຫຼອນ​ບ້ານ, ກຸ່ມ​ບ້ານໃຫ້​ມີຄວາມ​ເຂັ້ມແຂງ,ໄດ້​ຈັດ​ຕັ້ງ​ເອົາ​ກຳລັງ ປກຊ-​ປກສ ສົມທົບ​ກັບ​ກຳລັງ​ຂອງ​ກະຊວງ ແລະ ອົງການ​ປົກຄອງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ພັດທະນາ​ຊົນນະບົດສ້າງ​ໄດ້​ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ 370 ບ້ານ, ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 49 ບ້ານ.

ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ເນັ້ນໃຫ້ກຳນົດ​ບັນຫາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ ກັນ​ຄວາມ​ສະຫງົບ, ຄວາມ​ໝັ້ນຄົງ​ຂອງ​ທ້ອງຖິ່ນ, ກໍ​ຄື​ຂອງ​ຊາດ; ຜັນ​ຂະຫຍາຍ​ແນວທາງ​ປ້ອງກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບທົ່ວ​ປວງ​ຊົນ ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບຂອງ​ຕົນ; ເຄື່ອນ​ໄຫວ​ເພື່ອ​ຮັບປະກັນ​ໃຫ້​ແຂວງ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ທາງ​ສັງຄົມ ແລະ ຄວາມ​ໝັ້ນຄົງ​ຂອງ​ຊາດ.