ປະຊາຊົນ ເມືອງສະໜາມໄຊ  ທີ່ໄດ້ຮັບຜົນກະທົບຈາກພາຍຸໂນຣູ 130 ຄອບຄົວ ໄດ້ຮັບເຄື່ອງຊ່ວຍເຫລືອເບື້ອງຕົ້ນແລ້ວ

ວັນທີ 1-2 ຕຸລາ 2022 ນີ້, ອົງການກາແດງແຂວງ ອັດຕະປື ພ້ອມທີມງານໄດ້ນຳເອົາເຄື່ອງຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸໂນຣູ ຢູ່ບ້ານຫາດອຸດົມໄຊ ເມືອງສະໜາມໄຊ ຈຳນວນ 130 ຄອບຄົວ ມີ 647 ຄົນ, ເຄື່ອງທີ່ນຳໄປຊ່ວຍເຫລືອດັ່ງກ່າວປະກອບມີ: ເຄື່ອງນຸ່ງຮົ່ມປະສົມ 1.300 ຜືນ, ໝີ່ໄວໆ 1.000 ຫໍ, ລວມມູນຄ່າ 29.600.000 ກີບ. ໂດຍການກ່າວມອບຂອງທ່ານ ບໍລິສຸດ ພົມມະໂຄດ ຫົວໜ້າຫ້ອງການອົງການກາແດງແຂວງ ແລະ ຕາງໜ້າຮັບຈາກອຳນາດປົກຄອງບ້ານ ພ້ອມດ້ວຍຫົວໜ້າຫ້ອງການກາແດງເມືອງ.

ໂອກາດນີ້ ຕາງໜ້າອຳນາດການປົກຄອງບ້ານ ກໍໄດ້ກ່າວສະແດງຄວາມຍິນດີ ແລະ ຂອບໃຈ ຕໍ່ພັກ-ລັດ ກໍຄືອົງການກາແດງແຂວງ ເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ພ້ອມຈະນໍາເອົາເຄື່ອງຊ່ວຍເຫລືອທີ່ໄດ້ຮັບຄັ້ງນີ້ມອບຕໍ່ໃຫ້ປະຊາຊົນພາຍໃນ 130ຄອບຄົວໃຫ້ໄດ້ຮັບຢ່າງທົ່ວເຖິງ.