ແຂວງຊຽງຂວາງ ທຳລາຍສິ້ນສ່ວນສັດນ້ຳ-ສັດປ່າຫວງຫ້າມ ທີ່ຢຶດມາໄດ້ ແລະ ປ່ອຍສັດປ່າທີ່ຍັງມີຊີວິດຄືນສູ່ທຳມະຊາດ
ພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ ໄດ້ທຳລາຍສິ້ນສ່ວນສັດນ້ຳ-ສັດປ່າ ທີ່ຫວງຫ້າມ ແລະ ປ່ອຍສັດທີ່ຍັງມີຊີວິດຄືນສູ່ທຳມະຊາດ ໃນວັນທີ 28 ຕຸລາ 2022 ຜ່ານມາ, ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜຸຍ ເທບວົງສາ ຮອງຫົວໜ້າກົມປ່າໄມ້, ທ່ານ ວຽງຄຳ ຈັນທະລາ…










