ລາວ-ໄທ ຮ່ວມກັນລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງ ຄັ້ງທີ I ເພື່ອແກ້ໄຂບັນຫາຢາເສບຕິດ

ລາວ-ໄທ ຮ່ວມກັນລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງ ຄັ້ງທີ I ເພື່ອແກ້ໄຂບັນຫາຢາເສບຕິດ

ວັນທີ 4 ກຸມພາ 2022ຜ່ານມານີ້ ລາວ-ໄທ ລະຫວ່າງແຂວງບໍ່ແກ້ວ ກັບ ຈັງຫວັດຊຽງຣາຍ ທີ່ສຳນັກງານໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ຝ່າຍລາວ ນຳໂດຍທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ, ຝ່າຍໄທ ນຳໂດຍທ່ານ…

ຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ມອບອຸປະກອນສຶກສາ-ກິລາເຄື່ອງອຸປະໂພກ-ບໍລິໂພກໃຫຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ

ຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ມອບອຸປະກອນສຶກສາ-ກິລາເຄື່ອງອຸປະໂພກ-ບໍລິໂພກໃຫຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ

ອາທິດທີຜ່ານມາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ, ໄດ້ຈັດພີທີມອບ-ຮັບ ອຸປະກອນ ການ ສຶກສາ-ກິລາ, ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ, ໂດຍການກ່າວມອບຂອງ ສະຫາຍ ສົມຈິດ ຄຳມຸງຄຸນ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງການເງິນ ທັງເປັນຮອງຫົວໜ້າຫ້ອງການກະຊວງການເງິນ ແລະ ກ່າວຮັບໂດຍສະຫາຍວົງເພັດ ບຸນມະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ,…

ແຂວງໄຊສົມບູນ ເກັບລາຍຮັບບັນລຸໄດ້ 613.90 ຕື້ກີບ ເກີນແຜນ 221.62 ຕື້ກີບ

ແຂວງໄຊສົມບູນ ເກັບລາຍຮັບບັນລຸໄດ້ 613.90 ຕື້ກີບ ເກີນແຜນ 221.62 ຕື້ກີບ

ວັນທີ 03 ກຸມພາ 2022 ພະແນກການເງິນ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ປະເມີນຄືນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ທີ່ຕິດພັນກັບຂະແໜງການເງິນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນງົບປະມານ ປີ 2022 ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນປອນ ວັນນະຈິດ,…

ເມືອງລອງ ບູລະນະ ແລະ ກໍ່ສ້າງພະທາດແມວສີ

ເມືອງລອງ ບູລະນະ ແລະ ກໍ່ສ້າງພະທາດແມວສີ

ແຫລ່ງຂ່າວຈາກແຂວງຫລວງນໍ້າທາລາຍງານວ່າ:ວັນທີ 1 ກຸມພາ 2022, ຢູ່ກຸ່ມບ້ານສະ ເມືອງລອງ ໄດ້ເປີດການບູລະນະ ແລະ ກໍ່ສ້າງພະທາດແມວສີ ໂດຍການກໍ່ສ້າງພະທາດດວງໃໝ່ ເພື່ອໃຫ້ພຸດທະສາ ສະນິກະຊົນທັງຫລາຍ ໄດ້ກາບໄຫວ້ບູຊາ ທັງຕິດພັນກັບການພັດທະນາ ແລະ ເສີມຂະຫຍາຍແຫລ່ງທ່ອງທ່ຽວທາງວັດທະນະທໍາໃຫ້ຍືນຍົງຕະຫລອດໄປ. ໃນພິທີດັ່ງກ່າວໄດ້ມີການທໍາພິທີກຳທາງສາສະໜາຂໍຂະມາເຈົ້າຖິ່ນເຈົ້າຖານ ແລະ ສິ່ງສັກສິດທັງຫລາຍ ຕາມຮີດຄອງປະເພນີ….

ວາງສີລາລືກກໍ່ສ້າງໂຮງຮຽນມັດທະຍົມສົມບູນພັດທະນາຂອງຂວັນຈາກຫວຽດນາມ

ວາງສີລາລືກກໍ່ສ້າງໂຮງຮຽນມັດທະຍົມສົມບູນພັດທະນາຂອງຂວັນຈາກຫວຽດນາມ

ແຫລ່ງຂ່າວແຂວງໄຊຍະບູລີລາຍງານວ່າ: ທ້າຍເດືອນຜ່ານມາ, ໄດ້ພິທີວາງສີລາລືກກໍ່ສ້າງໂຮງຮຽນມັດ ທະຍົມສົມບູນພັດທະນາ ຢູ່ບ້ານໂພນໄຊ ເມືອງ ແລະ ແຂວງໄຊຍະບູລີ ໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ທ່ານ ຫງວຽນ ຫິ່ວເຮົ້າ ຮອງຜູ້ອຳນວຍການບໍລິສັດຮ່ວມມືສາກົນ 705 ທະຫານເຂດ 2 ສສ…

ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ

ປີ 2021 ພາສີປະຈໍາແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ

ວັນທີ 28 ມັງກອນ 2022 ຜ່ານມາ, ທີ່ຫ້ອງປະຊຸມຫ້ອງການ ພາສີປະຈຳແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານພາສີປະຈຳປີ 2021 ແລະ ວາງຄາດໝາຍສູ້ຊົນໃນການເກັບລາຍຮັບ ປະຈຳປີ 2022 ຂອງຂະແໜງພາສີປະຈຳແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງທ່ານ ພົມມະຈັກ ສີພັນດອນ ຫົວໜ້າພາສີປະຈຳແຂວງສະຫວັນນະເຂດ, ພ້ອມນັ້ນມີບັນດາຄະນະພາສີປະຈຳແຂວງ, ຫົວໜ້າດ່ານພາສີສາກົນ,…

ປີ 2021 ແຂວງສາລະວັນ ມີນັກທຸລະກິດເຂົ້າມາລົງທຶນຈົດທະບຽນມີມູນຄ່າ 484 ຕື້ກວ່າກີບ

ປີ 2021 ແຂວງສາລະວັນ ມີນັກທຸລະກິດເຂົ້າມາລົງທຶນຈົດທະບຽນມີມູນຄ່າ 484 ຕື້ກວ່າກີບ

ແຫລ່ງຂ່າວ ແຂວງສາລະວັນ ລາຍງານໃຫ້ຮູ້ວ່າ: ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງສາລະວັນ  ລາຍງານໃນກອງປະຊຸມພົບປະນັກທຸລະກິດ ໃນຄັ້ງວັນທີ 3 ກຸມພາ 2022 ທີ່ສະໂມສອນຂອງແຂວງມີນັກທຸລະກິດເຂົ້າມາລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ນອນໃນກິດຈະກໍາທົ່ວໄປ) ປະຈໍາປີ…

ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ

ປີ 2022 ແຂວງອັດຕະປື ຕ້ອງການທຶນ 1.578 ຕື້ກວ່າກີບ ເພື່ອພັດທະນາເສດຖະກິດ-ສັງຄົມ

ແຫລ່ງຂ່າວແຂວງອັດຕະປື ລາຍງານວ່າ: ໃນແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ຂອງແຂວງອັດຕະປື ທີ່ຖືກຮັບຮອງຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ເມື່ອບໍ່ດົນມານີ້ ເຊິ່ງແຜນພັດທະນາປີນີ້ ເປັນປີທີ 2 ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX…

ເກີດເຫດການກໍ່ຄວາມບໍ່ສະຫງົບຢູ່ບໍລິສັດແຫ່ງໜຶ່ງທີ່ບ້ານດົງໃຕ້ ແຂວງຄຳມ່ວນ

ເກີດເຫດການກໍ່ຄວາມບໍ່ສະຫງົບຢູ່ບໍລິສັດແຫ່ງໜຶ່ງທີ່ບ້ານດົງໃຕ້ ແຂວງຄຳມ່ວນ

ຕາມຂ່າວແຂວງຄຳມ່ວນລາຍງານວ່າ: ສອງສາມມື້ຜ່ານມານີ້ ໄດ້ເກີດເຫດການກຳມະກອນຄົນຈີນຮ່ວມຕົວກັນກໍ່ເຫດຄວາມບໍ່ສະຫງົບເພື່ອທວງເອົາຄ່າແຮງງານນຳບໍລິສັດແຫ່ງໜຶ່ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ຈົນກຳລັງທະຫານທີ່ຮັບຜິດຊອບ ໃນເຂດດັ່ງກ່າວໄດ້ເຂົ້າມາຄວບຄຸມ ແລະ ໄກ້ຍິງປືນຂຶ້ນຟ້າ ຫຼາຍນັດ ເພື່ອສະກັດເຫດການດັ່ງກ່າວ. ຕໍ່ເຫດການນີ້ໃນມື້ວັນທີ 2 ຜ່ານມາ ທາງເຈົ້າຫນ້າທີ່ລະດັບສູງຢູ່ໃນ ກຳລັງ ປກຊ-ປກສ ແຂວງຄຳມ່ວນ ໄດ້ອອກມາຊີ່ແຈງວ່າ: ໃນເຊົ້າຂອງວັນທີ…

ປີ 2021 ແຂວງຫລວງພະບາງ ເກັບລາຍຮັບໄດ້ 373.361.000.000 ກີບ ລື່ນແຜນທີ່ຄາດໄວ້

ປີ 2021 ແຂວງຫລວງພະບາງ ເກັບລາຍຮັບໄດ້ 373.361.000.000 ກີບ ລື່ນແຜນທີ່ຄາດໄວ້

ພະແນກການເງິນແຂວງຫລວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດງົບປະມານທົ່ວແຂວງ ປະຈໍາປີ 2021 ແລະ ວາງທິດທາງແຜນງົບປະມານປະຈໍາປີ 2022 ເມື່ອບໍ່ດົນມານີ້ ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດແຂວງ ມີຫົວໜ້າພະແນກການເງິນ,…