ຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ມອບອຸປະກອນສຶກສາ-ກິລາເຄື່ອງອຸປະໂພກ-ບໍລິໂພກໃຫຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ

ອາທິດທີຜ່ານມາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ, ໄດ້ຈັດພີທີມອບ-ຮັບ ອຸປະກອນ ການ ສຶກສາ-ກິລາ, ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ, ໂດຍການກ່າວມອບຂອງ ສະຫາຍ ສົມຈິດ ຄຳມຸງຄຸນ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງການເງິນ ທັງເປັນຮອງຫົວໜ້າຫ້ອງການກະຊວງການເງິນ ແລະ ກ່າວຮັບໂດຍສະຫາຍວົງເພັດ ບຸນມະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ, ພ້ອມດ້ວຍສະມາຊິກຊາວໜຸ່ມທັງສອງຝ່າຍເຂົ້າຮ່ວມ.
ທັງນີ້,ກໍເພື່ອເປັນການປະກອບສ່ວນຊ່ວຍເຫຼືອຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ,ເພື່ອນຳໄປມອບ ຕໍ່ໃຫ້ແກ່ພໍ່ແມ່ປະຊາຊົນກໍ່ຄືຊາວໜຸ່ມ-ເຍົາວະຊົນທີ່ຂາດເຂີນພາຍໃນແຂວງຫົວພັນ, ເຄື່ອງທີມອບໃນຄັ້ງນີ້ມີ ໝາກບານເຕະ 06 ໜ່ວຍ, ບານສົ່ງ 06 ໜ່ວຍ, ກະຕໍ້ 06 ໜ່ວຍ, ຕາໜ່າງກະຕໍ້ 06 ອັນ,ປື້ມຂຽນ 439 ຫົວ, ບິກ 439 ກ້ານ, ສໍ 583 ກ້ານ, ຊຸດກິລາ 50 ຊຸດ, ໄມ້ບັນທັດ 176 ອັນ, ມີ່ໄວໆ 20 ແກັດ, ເສື້ອກັນໜາວ 52 ຜືນ. ລວມມູນຄ່າເປັນຈໍານວນເງິນ 11.391.000 ກີບ.
ໂອກາດດັ່ງກ່າວ, ສະຫາຍ ວົງເພັດ ບຸນມະນີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍ ຊົມເຊີຍມາຍັງຄະນະບໍລິຫານງານຊາວໜຸ່ມກະຊວງການເງິນເປັນຢ່າງສູງ,ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນໃນຄັ້ງນີ້, ຊຶ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງຄະນະນຳກະຊວງການເງິນ. ພ້ອມນັ້ນ, ຍັງໄດ້ ຮັບ ຟັງ ການລາຍງານສະພາບລວມຂອງຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ແລະ ຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ,
ພ້ອມທັງປຶກສາຫາລືກ່ຽວກັບວຽກງານຊາວໜຸ່ມທີ່ທັງສອງຝ່າຍໃຫ້ຄວາມສົນໃຈທີ່ຕິດພັນກັບວາລະແຫ່ງ ຊາດໃນຂົງເຂດຊາວໜຸ່ມ ໃນຕອນທ້າຍພິທີຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງການເງິນ ຍັງໄດ້ມອບປືມວາລະແຫ່ງຊາດໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນນຳອີກ.

