ເມືອງລອງ ບູລະນະ ແລະ ກໍ່ສ້າງພະທາດແມວສີ

ແຫລ່ງຂ່າວຈາກແຂວງຫລວງນໍ້າທາລາຍງານວ່າ:ວັນທີ 1 ກຸມພາ 2022, ຢູ່ກຸ່ມບ້ານສະ ເມືອງລອງ ໄດ້ເປີດການບູລະນະ ແລະ ກໍ່ສ້າງພະທາດແມວສີ ໂດຍການກໍ່ສ້າງພະທາດດວງໃໝ່ ເພື່ອໃຫ້ພຸດທະສາ ສະນິກະຊົນທັງຫລາຍ ໄດ້ກາບໄຫວ້ບູຊາ ທັງຕິດພັນກັບການພັດທະນາ ແລະ ເສີມຂະຫຍາຍແຫລ່ງທ່ອງທ່ຽວທາງວັດທະນະທໍາໃຫ້ຍືນຍົງຕະຫລອດໄປ.

ໃນພິທີດັ່ງກ່າວໄດ້ມີການທໍາພິທີກຳທາງສາສະໜາຂໍຂະມາເຈົ້າຖິ່ນເຈົ້າຖານ ແລະ ສິ່ງສັກສິດທັງຫລາຍ ຕາມຮີດຄອງປະເພນີ. ການບູລະນະ ແລະ ກໍ່ສ້າງພະທາດແມວສີ ໄດ້ນໍາໃຊ້ທຶນຈາກການປະກອບສ່ວນຂອງພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ.