5 ວິທີກຳຈັດເຫັບ – ໝັດໃນສັດລ້ຽງ

ເຫັບ ຫລື ໝັດ ເປັນໜຶ່ງໃນສັດຂະໜາດນ້ອຍທີ່ເປັນບັນຫາອັນບໍ່ນ້ອຍໃຫ້ແກ່ຜູ້ລ້ຽງສັດ ທ່ານໃດທີ່ກຳລັງຊອກຫາວິທີກຳຈັດພວກມັນຢູ່ ມື້ນີ້ພວກເຮົາມີວິທີມາແນະນຳ.
- ສັກຢາກຳຈັດເຫັບ – ໝັດໃຫ້ສັດລ້ຽງເດືອນລະ 1 ເທື່ອ.
- ຢອດຢາຟຣອນໄລ ພລັສ (Frontline plus) ເດືອນລະ 1 ເທື່ອ.
- ສີດພົ່ນສະເປຣໄລ່ເຫັບ – ໝັດໃສ່ຄອກ ຫລື ບ່ອນນອນຂອງ ສັດລ້ຽງ.
- ອາບນຳ້ໃຫ້ສັດລ້ຽງດ້ວຍແຊມພູກຳຈັດເຫັບ – ໝັດອາທິດລະ 1 ເທື່ອ.
- ເບິ່ງແຍງເລື່ອງຄວາມສະອາດບໍລິເວນເຮືອນ ຫລື ຫ້ອງພັກໃຫ້ສະອາດຢູ່ສະເໝີ.
– ເຄັດລັບປ້ອງກັນເຫັບ – ໝັດ ຫລັງຈາກກຳຈັດເຫັບ – ໝັດທັງໃນ ແລະ ນອກເຮືອນໝົດໄປແລ້ວ ກໍເຖິງເວລາຕ້ອງມາປ້ອງກັນບໍ່ໃຫ້ພວກມັນກັບມາອີກ ດ້ວຍວິທີດັ່ງຕໍ່ໄປນີ້ :
– ປິດປະຕູຮົ້ວເຮືອນສະເໝີເພື່ອບໍ່ໃຫ້ສັດນອກເຮືອນເຂົ້າມາແຜ່ເຫັບ – ໝັດໄດ້.
– ພະຍາຍາມຢ່າໃຫ້ມີບໍລິເວນທີ່ອັບຊຸ່ມ ເພາະມັນເປັນບ່ອນຢູ່ອາໄສທີ່ດີຂອງເຫັບ – ໝັດ.
– ໝັ່ນກວດຮ່າງກາຍທັງຄົນ ແລະ ສັດຢູ່ສະເໝີ ວ່າມີເຫັບ – ໝັດມາລີ້ຢູ່ຫລືບໍ່ ໂດຍເນັ້ນບໍລິເວນຜົມ, ຂໍ້ພັບ, ຂີ້ແຮ້ ແລະ ຫາກພົບໃຫ້ໃຊ້ແໜບດຶງອອກ, ແຕ່ພະຍາຍາມຢ່າບີບຈົນໂຕເຫັບ – ໝັດແຕກ ເພາະມັນອາດຈະແຜ່ເຊື້ອພະຍາດຈາກເລືອດມາສູ່ຄົນ ແລະ ສັດໄດ້.
– ເຮັດຜະລິດຕະພັນກຳຈັດເຫັບໝັດໃຊ້ເອງ ໂດຍຕົ້ມນຳ້ປະມານ 2 ຈອກໃຫຍ່ກັບໝາກນາວ ຫລືໝາກ ກ້ຽງ 2 ປ່ຽງ ຕົ້ມດົນປະມານ 1 ຊົ່ວໂມງແລ້ວປ່ອຍໃຫ້ເຢັນ ຈາກນັ້ນເອົາໃສ່ກະຕຸກສະເປຣເພື່ອໃຊ້ສີດພົ່ນທັງຄົນ, ສັດລ້ຽງ ແລະ ບໍລິເວນທີ່ຄາດວ່າມີເຫັບ – ໝັດອາໄສຢູ່.

