ພັກລັດຖະບານຍີ່ປຸ່ນເລືອກ ທ່ານ ຊິເງຣຸ ອິຊິບະ ເປັນນາຍົກລັດຖະມົນຕີ ຄົນໃໝ່

ພັກລັດຖະບານຍີ່ປຸ່ນເລືອກ ທ່ານ ຊິເງຣຸ ອິຊິບະ ເປັນນາຍົກລັດຖະມົນຕີ ຄົນໃໝ່

ວັນທີ 27 ກັນຍາ 2024 ສຳນັກຂ່າວຕ່າງປະເທດລາຍງານວ່າ: ພັກແອລດີພີ (Liberal Democratic Party: LDP) ເຊິ່ງເປັນພັກຂອງລັດຖະບານຍີ່ປຸ່ນ ມີມະຕິເລືອກ ທ່ານ ຊິເງຣຸ ອິຊິບະ ອາຍຸ 67 ປີ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າພັກ…

CNN ກຽມທົດລອງໃຊ້ paywall ເກັບເງິນຄ່າອ່ານເນື້ອໃນເພື່ອເພີ່ມລາຍຮັບ

CNN ກຽມທົດລອງໃຊ້ paywall ເກັບເງິນຄ່າອ່ານເນື້ອໃນເພື່ອເພີ່ມລາຍຮັບ

      ເວັບໄຊຂອງສໍານັກຂ່າວ CNN ເຊິ່ງມີຜູ້ເຂົ້າເບິ່ງຫລາຍທີ່ສຸດໃນອາເມລິກາ ມີແຜນຈະເລີ່ມໃຊ້ໂມເດລ Paywall ຫລື ລະບົບຈ່າຍເງິນເພື່ອເຂົ້າເຖິງເນື້ອໃນ ໃນເດືອນໜ້າ.      ໃນຕົ້ນເດືອນຕຸລາຈະເຖິງນີ້, CNN ຈະເລີ່ມທົດລອງເກັບເງິນຈາກຜູ້ອ່ານຂ່າວບາງສ່ວນ ສໍາລັບການເຂົ້າເຖິງເນື້ອໃນທາງດິຈີຕອນ ເພື່ອຮັກສາທຸລະກິດຂອງບໍລິສັດ ເນື່ອງຈາກໂທລະພາບເຄເບິນມີບົດບາດຫລຸດລົງໃນອຸດສາຫະກໍານີ້.      ດ້ານບຸກຄົນ 2 ຄົນທີ່ຮູ້ເຖິງການຕັດສິນໃຈຂອງ…

ຫວຽດນາມກຽມສ້າງທາງລົດໄຟຄວາມໄວສູງແຕ່ເໜືອຮອດໃຕ້

ຫວຽດນາມກຽມສ້າງທາງລົດໄຟຄວາມໄວສູງແຕ່ເໜືອຮອດໃຕ້

     ຫວຽດນາມວາງແຜນກໍ່ສ້າງທາງລົດໄຟຄວາມໄວສູງແຕ່ເໜືອຮອດໃຕ້ ໄລຍະທາງ 1,540 ກິໂລແມັດ ດ້ວຍເງິນລົງທຶນປະມານ 67,300 ລ້ານໂດລາສະຫະລັດ.      ກະຊວງຄົມມະນາຄົມຫວຽດນາມ ລະບຸວ່າ: ເສັ້ນທາງລົດໄຟສາຍນີ້ຈະມີຄວາມໄວອອກແບບ 350 ກິໂລແມັດຕໍ່ຊົ່ວໂມງ, ສະຖານີຂົນສົ່ງຜູ້ໂດຍສານ 23 ແຫ່ງ ແລະ ສະຖານີຂົນສົ່ງສິນຄ້າ 5…

ນາໆຊາດຮ່ວມກັນຮຽກຮ້ອງ ອິດສະລາແອນ-ກຸ່ມແຮັດໂບລາ ຢຸດຍິງ 21 ວັນ

ນາໆຊາດຮ່ວມກັນຮຽກຮ້ອງ ອິດສະລາແອນ-ກຸ່ມແຮັດໂບລາ ຢຸດຍິງ 21 ວັນ

      ອາເມລິກາ, ຫລາຍປະເທດໃນເອີຣົບ ແລະ ຕາເວັນອອກກາງ ຮ່ວມກັນຮຽກຮ້ອງໃຫ້ອິດສະລາແອນ ແລະ ກຸ່ມແຮັດໂບລາຢຸດຍິງ ເປັນເວລາ 21 ວັນ ເພື່ອໃຫ້ເຈລະຈາກັນ.      ອາເມລິກາ, ອົດສະຕຣາລີ, ການາດາ, ສະຫະພາບເອີຣົບ (EU), ຝຣັ່ງ, ເຢຍລະມັນ,…

OECD ປັບເພີ່ມຄາດຄະເນເສດຖະກິດໂລກປີນີ້ GDP ມີທ່າອ່ຽງເຕີບໃຫຍ່ 3.2%

OECD ປັບເພີ່ມຄາດຄະເນເສດຖະກິດໂລກປີນີ້ GDP ມີທ່າອ່ຽງເຕີບໃຫຍ່ 3.2%

      ອົງການເພື່ອການຮ່ວມມື ແລະ ການພັດທະນາທາງເສດຖະກິດ (OECD) ປັບເພີ່ມຄາດຄະເນການເຕີບໃຫຍ່ທາງເສດຖະກິດໂລກປີ 2024 ເລັກໜ້ອຍ, ພ້ອມຮຽກຮ້ອງໃຫ້ເພີ່ມພາສີຊັບສິນ ແລະ ສິ່ງແວດລ້ອມ ເພື່ອຕໍ່ສູ້ບັນຫາໜີ້ສິນທີ່ເພີ່ມສູງຂຶ້ນໃນຫລາຍປະເທດ.       ລາຍງານທ່າອ່ຽງເສດຖະກິດລະບຸວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ທົ່ວໂລກ ຈະຂະຫຍາຍຕົວ 3.2% ເມື່ອທຽບໃສ່…

ອິດສະລາແອນສົ່ງສັນຍານກຽມບຸກລີບັງພາກພື້ນ ກັງວົນສົງຄາມໃຫຍ່ພາກພື້ນເລີ່ມຂຶ້ນອີກ

ອິດສະລາແອນສົ່ງສັນຍານກຽມບຸກລີບັງພາກພື້ນ ກັງວົນສົງຄາມໃຫຍ່ພາກພື້ນເລີ່ມຂຶ້ນອີກ

      ຄວາມເປັນໄປໄດ້ທີ່ອິດສະລາແອນຈະສົ່ງກໍາລັງພາກພື້ນບຸກເຂົ້າໄປໃນດິນແດນຂອງລີບັງຫລາຍຂຶ້ນ ພາຍຫລັງຜູ້ບັນຊາການກອງທັບບົກອິດສະລາແອນສົ່ງສັນຍານວ່າ: ປະຕິບັດການໂຈມຕີທາງອາກາດຢູ່ລີບັງໃນໄລຍະຜ່ານມາອາດເປັນການປູທາງສໍາລັບທະຫານບົກ.      ພົນໂທ ເຮີຊີ ຮາເລວີ ຂອງກອງທັບອິດສະລາແອນ ລະບຸວ່າ: ສຽງເຮືອບິນຮົບທີ່ບິນຢູ່ເທິງຟ້າ ແລະ ປະຕິບັດການໂຈມຕີທາງອາກາດ ສອງສິ່ງນີ້ເປັນການປູທາງສະດວກສໍາລັບການບຸກເຂົ້າໄປລີບັງ ເພື່ອທໍາລາຍກຸ່ມແຮັດໂບລາ ເຊິ່ງເປັນພັນທະມິດຂອງຮາມັດ ແລະ ສັດຕູຂອງອິດສະລາແອນ.       ນັບແຕ່ຕົ້ນອາທິດຜ່ານມາ,…

ກຸ່ມແຮັດໂບລາຍິງລູກສອນໄຟໃສ່ນະຄອນຫລວງເທລອາວີບ ຫວັງໂຈມຕີສໍານັກງານມໍຊາດ

ກຸ່ມແຮັດໂບລາຍິງລູກສອນໄຟໃສ່ນະຄອນຫລວງເທລອາວີບ ຫວັງໂຈມຕີສໍານັກງານມໍຊາດ

      ລູກສອນໄຟຂອງກຸ່ມແຮັດໂບລາສາມາດເດີນທາງໄກເຖິງນະຄອນຫລວງເທລອາວີບໄດ້ເປັນຄັ້ງທໍາອິດ ໂດຍມີເປົ້າໝາຍຄືສໍານັກງານໃຫຍ່ຂອງມໍຊາດ, ແຕ່ອິດສະລາແອນຢືນຢັນວ່າ: ສະກັດໄດ້ທັນເວລາ.      ກອງທັບອິດສະລາແອນອອກຖະແຫລງການວ່າ: ເປັນຄັ້ງທໍາອິດທີ່ກຸ່ມແຮັດໂບລາສາມາດຍິງລູກສອນໄຟ ທີ່ມີໄລຍະຍິງໄກເຖິງນະຄອນຫລວງເທລອາວີບ ເຖິງວ່າລະບົບປ້ອງກັນໄອເອິນ ໂດມ ສາມາດສະກັດເອົາໄວ້ໄດ້, ແຕ່ກອງທັບອິດສະລາແອນຂໍເຕືອນອີກຝ່າຍວ່າ: ການຍິງລູກສອນໄຟຄັ້ງນີ້ຄືການປຸກປັ່ນ.      ຂະນະທີ່ກຸ່ມແຮັດໂບລາອອກຖະແຫລງການຢືນຢັນການຍິງລູກສອນໄຟ ຄາເດີ 1 ມີຈຸດປະສົງເພື່ອໂຈມຕີສໍານັກງານໃຫຍ່ຂອງໜ່ວຍຂ່າວມໍຊາດ ຕັ້ງຢູ່ໃນນະຄອນຫລວງເທລອາວີບ…

ທະນາຄານພັດທະນາອາຊີຊີ້ ການລົງທຶນໃນ AI ຊ່ວຍຂັບເຄື່ອນການເຕີບໃຫຍ່ພາກພື້ນ

ທະນາຄານພັດທະນາອາຊີຊີ້ ການລົງທຶນໃນ AI ຊ່ວຍຂັບເຄື່ອນການເຕີບໃຫຍ່ພາກພື້ນ

     ທະນາຄານພັດທະນາອາຊີ (ADB) ລະບຸວ່າ: ການລົງທຶນລະດັບໂລກທີ່ເພີ່ມຂຶ້ນໃນປັນຍາປະດິດ (AI) ແລະ ອັດຕາເງິນເຟີ້ທີ່ຫລຸດລົງ ຊ່ວຍໃຫ້ປະເທດກໍາລັງພັດທະນາໃນອາຊີ ມີຮາກຖານສໍາລັບການເຕີບໃຫຍ່ທາງເສດຖະກິດທີ່ຍືນຍົງໃນປີ 2024 ແລະ 2025.      ເນື່ອງຈາກການສົ່ງອອກສິນຄ້າເພີ່ມຂຶ້ນ 8% ໃນເດືອນກັນຍາຜ່ານມາ ADB ຈຶ່ງປັບເພີ່ມຄາດຄະເນການເຕີບໃຫຍ່ທາງເສດຖະກິດຂອງພາກພື້ນໃນປີ 2024…

ຄວາມເສຍຫາຍອິດສະລາແອນໂຈມຕີລີບັງ ເສຍຊີວິດຫລາຍທີ່ສຸດໃນຮອບເກືອບ 20 ປີ

ຄວາມເສຍຫາຍອິດສະລາແອນໂຈມຕີລີບັງ ເສຍຊີວິດຫລາຍທີ່ສຸດໃນຮອບເກືອບ 20 ປີ

      ອິດສະລາແອນເລີ່ມໂຈມຕີທາງອາກາດ ໂດຍເນັ້ນເປົ້າໝາຍໃສ່ກຸ່ມແຮັດໂບລາຢູ່ລີບັງ ພາຍຫລັງຄວາມຂັດແຍ່ງລະຫວ່າງທັງສອງຝ່າຍທະວີຄວາມເຄັ່ງຕຶງຂຶ້ນໃນໄລຍະຜ່ານມາ. ເຫດການໂຈມຕີຄັ້ງຫລ້າສຸດຈາກອິດສະລາແອນເປັນວັນທີ່ມີຜູ້ເສຍຊີວິດຫລາຍທີ່ສຸດໃນຄວາມຂັດແຍ່ງນີ້ໃນຮອບເກືອບ 20 ປີ.      ນອກຈາກນີ້ ຍັງມີຄອບຄົວອີກນັບພັນທີ່ຕ້ອງໜີອອກຈາກບ້ານເຮືອນ ພາຍຫລັງກອງທັບອິດສະລາແອນໂຈມຕີເປົ້າໝາຍ 1,300 ກວ່າຈຸດຢູ່ລີບັງ ທີ່ເຊື່ອວ່າສ້າງຂຶ້ນໂດຍແຮັດໂບລານັບແຕ່ສົງຄາມປີ 2006, ສ່ວນກຸ່ມແຮັດໂບລາຍິງຈະຫລວດ 200 ກວ່າລູກເຂົ້າໃສ່ຕອນເໜືອຂອງອິດສະລາແອນ ເຊິ່ງເຮັດໃຫ້ມີຜູ້ບາດເຈັບ 2…

ອິດສະລາແອນຖະຫລົ່ມລີບັງຢ່າງໜັກໃຫຍ່ສຸດໃນຮອບ 20 ປີ ຜູ້ເສຍຊີວິດສູງເຖິງເຄິ່ງພັນ

ອິດສະລາແອນຖະຫລົ່ມລີບັງຢ່າງໜັກໃຫຍ່ສຸດໃນຮອບ 20 ປີ ຜູ້ເສຍຊີວິດສູງເຖິງເຄິ່ງພັນ

      ລັດຖະບານລີບັງຢືນຢັນຜູ້ເສຍຊີວິດຢ່າງໜ້ອຍ 492 ຄົນ ຈາກປະຕິບັດການໂຈມຕີທາງທະຫານຄັ້ງໃຫຍ່ທີ່ສຸດໃນຮອບ 20 ປີ ຂອງກອງທັບອິດສະລາແອນທີ່ທໍາລາຍສະຖານທີ່ 1,000 ກວ່າແຫ່ງໃນປະເທດ ເຊິ່ງເຊື່ອວ່າກ່ຽວຂ້ອງກັບກຸ່ມແຮັດໂບລາ.       ກອງທັບອິດສະລາແອນອອກຖະແຫລງການກ່ຽວກັບປະຕິບັດການລູກທະນູເໜືອ (Operation Northern Arrows) ທີ່ເປັນການໂຈມຕີເປົ້າໝາຍເກືອບ 1,300 ແຫ່ງ ຢູ່ພາກໃຕ້…