ຮົງກາລີຍັງຖ້ວມໜັກ ແມ່ນໍ້າດານູບຢູ່ບູດາເປສນໍ້າລົ້ນໄຫລຖ້ວມຂັນໄດລັດຖະສະພາ
ໃນເດືອນກັນຍາ ຮົງກາລີຜະເຊີນນໍ້າຖ້ວມຮຸນແຮງ ພາຍຫລັງພາຍຸບໍຣິສພັດຖະຫລົ່ມເອີຣົບຕອນກາງ ເຮັດໃຫ້ລະດັບນໍ້າໃນແມ່ນໍ້າດານູບເພີ່ມສູງຈົນເກືອບເທົ່າລະດັບສະຖິຕິປີ 2013 ໂດຍສະເພາະຢູ່ນະຄອນຫລວງບູດາເປສ ນໍ້າລົ້ນຕາຝັ່ງ ແລະ ໄຫລຖ້ວມສູງຈົນຮອດຂັ້ນໄດຂອງອາຄານລັດຖະສະພາ ເຈົ້າໜ້າທີ່ຕ້ອງເລັ່ງເພີ່ມແນວກັ້ນນໍ້າດ້ວຍຖົງຊາຍ ລວມທັງປິດກັ້ນພື້ນທີ່ບາງແຫ່ງເຊັ່ນ: ສະຖານີລົດໄຟໃຕ້ດິນໃນ Batthyany ເພື່ອປ້ອງກັນນໍ້າໄຫລເຂົ້າຖ້ວມ. ຂະນະທີ່ນາຍົກລັດຖະມົນຕີ ວິກເຕີ ອໍບານ ໄດ້ຍົກເລີກການເດີນທາງລະຫວ່າງປະເທດທັງໝົດໃນອາທິດນີ້…










