ພາຍຫິມະເດືອນພະຈິກຖະຫລົ່ມເຊອຸນ ໜັກສຸດໃນຮອບກວ່າ 100 ປີ ເສຍຊີວິດແລ້ວ 5 ຄົນ

ພາຍຫິມະເດືອນພະຈິກຖະຫລົ່ມເຊອຸນ ໜັກສຸດໃນຮອບກວ່າ 100 ປີ ເສຍຊີວິດແລ້ວ 5 ຄົນ

       ກົມອຸຕຸນິຍົມວິທະຍາ ສ.ເກົາຫລີ ລະບຸວ່າ: ພາຍຸຫິມະໃນເດືອນພະຈິກໄດ້ພັດຖະຫລົ່ມນະຄອນຫລວງເຊອຸນ ສ.ເກົາຫລີ ໜັກສຸດໃນຮອບກວ່າ 100 ປີ ນັບແຕ່ມີການບັນທຶກສະຖິຕິຫິມະຕົກມາແຕ່ປີ 1907 ໂດຍວັດແທກລະດັບຄວາມສູງຂອງຫິມະທີ່ຕົກລົງມາໄດ້ 16.5 ຊັງຕີແມັດ ໃນວັນທີ 27 ພະຈິກຜ່ານມາ ກ່ອນຈະເພີ່ມລະດັບຄວາມສູງຢ່າງຕໍ່ເນື່ອງ. ເບື້ອງຕົ້ນບາງເຂດຂອງນະຄອນຫລວງເຊອຸນວັດແທກໄດ້ສູງກວ່າ 40…

ໂກລົມບີຈັບຂະບວນການຄ້າຢາລະດັບໂລກ ໃຊ້ເຮືອດໍານໍ້າສຸດລໍ້າສະໄໝຂົນໂຄເຄນຂ້າມທະວີບ

ໂກລົມບີຈັບຂະບວນການຄ້າຢາລະດັບໂລກ ໃຊ້ເຮືອດໍານໍ້າສຸດລໍ້າສະໄໝຂົນໂຄເຄນຂ້າມທະວີບ

     ເຈົ້າໜ້າທີ່ຈາກຫລາຍສິບປະເທດນໍາກໍາລັງຢຶດໂຄເຄນ 225 ເມດຣິກຕັນ ຈາກປະຕິບັດການຄັ້ງໃຫຍ່ໃຊ້ເວລາ 6 ອາທິດ ເຊິ່ງເຮັດໃຫ້ຄົ້ນພົບເສັ້ນທາງລັກລອບຂົນຢາເສບຕິດໃນມະຫາສະໝຸດປາຊີຟິກ ຈາກອາເມລິກາໃຕ້ໄປອົດສະຕຣາລີ.       ກອງທັບເຮືອໂກລົມບີອອກຖະແຫລງການວ່າ: ປະຕິບັດການໂອໄຣອັນຄັ້ງຫລ້າສຸດ ສາມາດຢຶດຢາເສບຕິດໄດ້ຫລາຍກວ່າ 1,400 ຕັນ ເຊິ່ງລວມທັງໂຄເຄນ 225 ຕັນ ແລະ ກັນຊາ…

ອິດສະລາແອນ-ແຮັດໂບລາ ບັນລຸຂໍ້ຕົກລົງຢຸດຍິງ ສໍາຄັນແນວໃດ ສົ່ງຜົນກະທົບຕໍ່ສົງຄາມຢູ່ກາຊາ ຫລື ບໍ່ ?

ອິດສະລາແອນ-ແຮັດໂບລາ ບັນລຸຂໍ້ຕົກລົງຢຸດຍິງ ສໍາຄັນແນວໃດ ສົ່ງຜົນກະທົບຕໍ່ສົງຄາມຢູ່ກາຊາ ຫລື ບໍ່ ?

      ອິດສະລາແອນ ແລະ ກຸ່ມແຮັດໂບລາບັນລຸຂໍ້ຕົກລົງຢຸດຍິງທີ່ໄດ້ຮັບການສະໜັບສະໜູນຈາກອາເມລິກາ ແລະ ຝຣັ່ງ ໂດຍມີຜົນແຕ່ເວລາ 04:00 ໂມງ ຂອງວັນທີ 27 ພະຈິກຜ່ານມາ.       ການຢຸດຍິງເລີ່ມຕົ້ນຂຶ້ນພາຍໃນບໍ່ເທົ່າໃດຊົ່ວໂມງຫລັງຈາກທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ປະກາດວ່າໄດ້ບັນລຸຂໍ້ຕົກລົງໃນການຢຸດຄວາມຂັດແຍ່ງ ແລະ ການສູ້ຮົບຂ້າມແດນທີ່ໃຊ້ເວລາເກືອບ…

ອິນເດຍຈັບເຮືອປະມົງຈາກມຽນມາລັກລອບຂົນເມດແອມເຟຕາມີນ 5,500 ກິໂລ

ອິນເດຍຈັບເຮືອປະມົງຈາກມຽນມາລັກລອບຂົນເມດແອມເຟຕາມີນ 5,500 ກິໂລ

       ໜ່ວຍຍາມຝັ່ງຂອງອິນເດຍ ຢຶດເຮືອປະມົງທີ່ກໍາລັງລັກລອບຂົນເມດແອມຟາຕາມີນ ຫລື ຢາບ້າ 5,5 ໂຕນ ຈາກມຽນມາ ຖືເປັນການຢຶດຢາເສບຕິດຄັ້ງໃຫຍ່ທີ່ສຸດຄັ້ງໜຶ່ງຂອງປະເທດ.        ໜ່ວຍລາດຕະເວນທາງອາກາດພາຍໃຕ້ກອງກໍາລັງຍາມຝັ່ງອິນເດຍ (ICG) ກວດພົບເຮືອປະມົງຂະໜາດນ້ອຍລໍາໜຶ່ງ ລອຍຢູ່ໃນທະເລອັນດາມັນ ລະຫວ່າງປະເທດອິນເດຍ ແລະ ມຽນມາ ກໍາລັງປະຕິບັດການໃນລັກສະນະທີ່ໜ້າສົງໄສ ໃນວັນທີ 24…

ສະພາສາມັນອັງກິດ ເຫັນພ້ອມຮ່າງກົດໝາຍຫ້າມເຍົາວະຊົນສູບຢາ

ສະພາສາມັນອັງກິດ ເຫັນພ້ອມຮ່າງກົດໝາຍຫ້າມເຍົາວະຊົນສູບຢາ

       ສະມາຊິກສະພາສາມັນຂອງອັງກິດ ມີມະຕິເຫັນພ້ອມຮ່າງກົດໝາຍຊັ້ນນໍາລະດັບໂລກ ເຊິ່ງມີເປົ້າໝາຍເພື່ອຢຸດການສູບຢາ ໂດຍປ້ອງກັນບໍ່ໃຫ້ເຍົາວະຊົນສາມາດຊື້ຢາສູບໄດ້.       ໃນການລົງມະຕິຄັ້ງທໍາອິດ ສະມາຊິກສະພາສາມັນ 415 ຄົນ ເຫັນພ້ອມໃຫ້ຮ່າງກົດໝາຍຢາສູບ ແລະ ຢາສູບໄຟຟ້າ ເຂົ້າສູ່ຂັ້ນຕອນຕໍ່ໄປຂອງຂະບວນການທາງນິຕິບັນຍັດ ໂດຍມີຜູ້ບໍ່ເຫັນພ້ອມພຽງ 47 ສຽງ.       ຮ່າງກົດໝາຍດັ່ງກ່າວຈະປ້ອງກັນບໍ່ໃຫ້ຜູ້ທີ່ເກີດຫລັງວັນທີ 1…

ອິດສະລາແອນ-ແຮັດໂບລາ ເລີ່ມຢຸດຍິງ ແຕ່ສົງຄາມຢູ່ກາຊາຍັງບໍ່ຢຸດ

ອິດສະລາແອນ-ແຮັດໂບລາ ເລີ່ມຢຸດຍິງ ແຕ່ສົງຄາມຢູ່ກາຊາຍັງບໍ່ຢຸດ

       ຂໍ້ຕົກລົງຢຸດຍິງລະຫວ່າງອິດສະລາແອນກັບກຸ່ມແຮັດໂບລາຢູ່ລີບັງ ມີຜົນແລ້ວເມື່ອເວລາ 04:00 ໂມງ ຕາມເວລາທ້ອງຖິ່ນ (09:00 ໂມງຕາມເວລາປະເທດລາວ).       ຂະນະທີ່ປະທານາທິບໍດີ ໂຈ ໄບເດນ ຜູ້ນໍາອາເມລິກາ ແລະ ປະທານາທິບໍດີ ເອັມມານູເອລ ມາຄຣົງ ຜູ້ນໍາຝຣັ່ງ ເຊິ່ງຮ່ວມຊຸກຍູ້ການຢຸດຍິງຄັ້ງນີ້ ສະແດງຄວາມຫວັງວ່າ:…

ເກີດຫຍັງຂຶ້ນຢູ່ປາກິດສະຖານ ? ພາຍຫລັງເມືອງຫລວງລັອກດາວ ຕັດອິນເຕີເນັດ ຜູ້ປະທ້ວງປະທະຕໍາຫລວດ ສັນຍານປະຊາທິປະໄຕສັ່ນຄອນ

ເກີດຫຍັງຂຶ້ນຢູ່ປາກິດສະຖານ ? ພາຍຫລັງເມືອງຫລວງລັອກດາວ ຕັດອິນເຕີເນັດ ຜູ້ປະທ້ວງປະທະຕໍາຫລວດ ສັນຍານປະຊາທິປະໄຕສັ່ນຄອນ

        ການເມືອງຢູ່ປາກິດສະຖານກໍາລັງຢູ່ໃນຈຸດດຸເດືອດຄັ້ງໜຶ່ງໃນປະຫວັດສາດ ເມື່ອຜູ້ສະໜັບສະໜູນທ່ານ ອິມຣານ ຂ່ານ ອະດີດນາຍົກລັດຖະມົນຕີຂອງປາກິດສະຖານ ອອກມາປະທ້ວງທົ່ວປະເທດເພື່ອຮຽກຮ້ອງການປ່ອຍຕົວທ່ານ ຂ່ານ ແລະ ຈັດເລືອກຕັ້ງໃໝ່. ເຫດການທີ່ເກີດຂຶ້ນນີ້ບໍ່ພຽງແຕ່ສະທ້ອນເຖິງຄວາມຂັດແຍ່ງທາງໂຄງສ້າງຂອງການເມືອງຢູ່ປາກິດສະຖານ, ແຕ່ຍັງເປັນສັນຍານເຕືອນເຖິງຄວາມທ້າທາຍຂອງປະຊາທິປະໄຕໃນປະເທດທີ່ເຕັມໄປດ້ວຍຄວາມບໍ່ສະຫງົບ. ເກີດຫຍັງຂຶ້ນ ?       ການປະທ້ວງເລີ່ມຮຸນແຮງຂຶ້ນໃນທ້າຍເດືອນພະຈິກນີ້ ເມື່ອຜູ້ສະໜັບສະໜູນຂອງທ່ານ ຂ່ານ ປະກາດເດີນຂະບວນຄັ້ງໃຫຍ່ ແລະ…

ປາກິດສະຖານປະກາດສະຫງົບເສິກ 7 ວັນ ຫລັງການປະທະລະຫວ່າງນິກາຍ ມີຜູ້ເສຍຊີວິດແລ້ວ 82 ຄົນ

ປາກິດສະຖານປະກາດສະຫງົບເສິກ 7 ວັນ ຫລັງການປະທະລະຫວ່າງນິກາຍ ມີຜູ້ເສຍຊີວິດແລ້ວ 82 ຄົນ

       ເຈົ້າໜ້າທີ່ລັດຂອງປາກິດສະຖານ ປະກາດສະຫງົບເສິກ 1 ອາທິດ ຫລັງເກີດການຍິງຕໍ່ສູ້ຢ່າງຮຸນແຮງລະຫວ່າງກຸ່ມນິກາຍເປັນເວລາຫລາຍວັນໃນເຂດຄູຣໍາ ທາງຕາເວັນຕົກສຽງເໜືອຂອງປະເທດ ເຊິ່ງມີຜູ້ເສຍຊີວິດຢ່າງໜ້ອຍ 82 ຄົນ ແລະ ຜູ້ບາດເຈັບອີກປະມານ 156 ຄົນ.       ປາກິດສະຖານເປັນປະເທດທີ່ມີຊາວມຸດສະລິມນິກາຍຊຸນນີເປັນສ່ວນຫລາຍ, ແຕ່ຢູ່ເຂດຄູຣໍາຂອງແຄວ້ນໄຄເບີປັກຕຸນຄວາ ໃກ້ຊາຍແດນທີ່ຕິດກັບອັບການິດສະຖານ ມີປະຊາກອນຊາວມຸດສະລິມນິກາຍຊີອະຈໍານວນຫລາຍ ເຊິ່ງທັງສອງຊຸມຊົນປະທະກັນມາຫລາຍສິບປີແລ້ວ….

ໝອກຄວັນພິດອິນເດຍຍັງວິກິດ ຄຸນນະພາບອາກາດກະທົບສຸຂະພາບປະຊາຊົນ

ໝອກຄວັນພິດອິນເດຍຍັງວິກິດ ຄຸນນະພາບອາກາດກະທົບສຸຂະພາບປະຊາຊົນ

      ສະຖານະການໝອກຄວັນພິດຢູ່ນະຄອນຫລວງນິວເດລີ ແລະ ຫລາຍພື້ນທີ່ທາງພາກເໜືອຂອງອິນເດຍຍັງວິກິດ ດັດຊະນີຄຸນນະພາບອາກາດ (AQI) ຢູ່ໃນລະດັບສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ. ຊາວອິນເດຍບາງຄົນກ່າວວ່າ: ສະພາບອາກາດຂອງອິນເດຍປັດຈຸບັນເຮັດໃຫ້ແສບຕາຄືກັບໝາກເຜັດເຂົ້າຕາ, ຫາຍໃຈບໍ່ສະດວກ ແລະ ສົ່ງຜົນຕໍ່ການແນມເຫັນ.       ທາງການທ້ອງຖິ່ນຈຶ່ງແນະນໍາປະຊາຊົນໃຫ້ຢູ່ໃນທີ່ພັກອາໄສ ແລະ ຫລີກລ່ຽງການເດີນທາງທີ່ບໍ່ຈໍາເປັນ ລວມທັງຊຸກຍູ້ເລື່ອງສີດນໍ້າ ແລະ ຝົນທຽມ ເພື່ອໃຊ້ແກ້ໄຂບັນຫາໝອກຄວັນພິດໃນປັດຈຸບັນ….

ຕຳຫລວດໄທອອກໝາຍຈັບ “ໝໍບຸນ” ພ້ອມພັກພວກ ຖານຮ່ວມກັນສໍ້ໂກງ ໂດຍອ້າງວ່າເຮັດໂຄງການໂຮງໝໍຢູ່ຫວຽດນາມ ແລະ ລາວ

ຕຳຫລວດໄທອອກໝາຍຈັບ “ໝໍບຸນ” ພ້ອມພັກພວກ ຖານຮ່ວມກັນສໍ້ໂກງ ໂດຍອ້າງວ່າເຮັດໂຄງການໂຮງໝໍຢູ່ຫວຽດນາມ ແລະ ລາວ

ສຳນັກຂ່າວສົດຂອງໄທ ລາຍງານ ວ່າ: ວັນທີ 22 ພະຈິກ 2024 ຜ່ານມາ ຄະນະພະນັກງານສືບສວນສອບສວນ ກອງບັນຊາການຕໍາຫລວດ ນະຄອນບານ 1 ຂອງໄທ ລວມພະຍານຫລັກຖານ ເພື່ອຂໍອໍານາດສານອາຍາອອກໝາຍຈັບ ນາຍໝໍບຸນ ວະນາສິນ ຜູ້ຖືກຫາກັບພັກພວກ 9 ຄົນ…