ຟີລິບປິນເລີ່ມກໍ່ສ້າງຟາມພະລັງງານແສງຕາເວັນຂະໜາດໃຫຍ່ສຸດໃນປະເທດ
ຟີລິບປິນເລີ່ມຕົ້ນກໍ່ສ້າງໂຮງໄຟຟ້າພະລັງງານແສງຕາເວັນ ແລະ ກັກເກັບພະລັງງານແບັດເຕີຣີ ເມຣັລໂກ ເທີຣາ ເຊິ່ງຖືເປັນໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ທີ່ສຸດຂອງປະເທດ ຄວບຄຸມເນື້ອທີ່ 3,500 ເຮັກຕາ ຢູ່ແຂວງນູເອວາເອຊີຮາ ແລະ ແຂວງບູລາກັນ ທາງເໜືອຂອງນະຄອນຫລວງມະນິລາ. ສໍານັກຂ່າວຊິນຮົວລາຍງານວ່າ: ໂຄງການດັ່ງກ່າວຈະສາມາດຜະລິດໄຟຟ້າກວ່າ 5,000 ລ້ານກິໂລວັດຊົ່ວໂມງຕໍ່ປີ ເມື່ອເລີ່ມຕົ້ນດໍາເນີນງານຢ່າງເຕັມຮູບແບບ…










