ຊໍາຊຸງ ເຂົ້າພົບ ລັດຖະບານລາວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບທຸລະກິດຂອງຕົນ ແລະ ສະໜັບສະໜູນ ການສະເໜີ ເມືອງປູຊານ ໃນການເປັນເຈົ້າພາບງານ World Expo ປີ 2030.

ໃນການປະຊຸມຮ່ວມກັບພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ຫ້ອງການ ກະຊວງການຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ໃນວັນທີ 29 ກໍລະກົດ, ບໍລິສັດຊໍາຊຸງໄດ້ແນະນຳກິດຈະກຳທາງທຸລະກິດ ພ້ອມກັບນະວັດຕະກຳຕ່າງໆ ແລະ…

ນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຮັບປະກັນ 4 ສະຫງົບ, 3 ເພີ່ມທະວີ, 2 ຍູ້ແຮງ, 1 ຫຼຸດຜ່ອນ ແລະ 1 ເດັດຂາດ ຢູ່ໃນປະເທດຫວຽດນາມ.

ນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຮັບປະກັນ 4 ສະຫງົບ, 3 ເພີ່ມທະວີ, 2 ຍູ້ແຮງ, 1 ຫຼຸດຜ່ອນ ແລະ 1 ເດັດຂາດ ຢູ່ໃນປະເທດຫວຽດນາມ.

4 ສະຫງົບ: – ສະຫງົບທາງດ້ານເສດຖະກິດມະຫາພາກ, ອັດຕາເງິນເຟີ້, ຈີດີພີ ແລະ ຄວາມສົມດຸນ. – ສະຫງົບດ້ານການຕະຫລາດ ແລະ ລາຄາ. – ສະຫງົບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. – ສະຫງົບດ້ານຊິວິດການເປັນຢູ່ທາງວັດຖຸ ແລະ ຈິດໃຈຂອງປະຊາຊົນ….

ທ່ານ Michael Saylor ປະກາດຈະລາຕຳແໜ່ງ CEO ຂອງ Micro Strategy ພາຍຫລັງ ຂາດທຶນຈາກ Bitcoin ປະມານ 2 ຕື້ໂດລາ

ທ່ານ Michael Saylor ປະກາດຈະລາຕຳແໜ່ງ CEO ຂອງ Micro Strategy ພາຍຫລັງ ຂາດທຶນຈາກ Bitcoin ປະມານ 2 ຕື້ໂດລາ

ທ່ານ Michael Saylor ປະກາດ ຈະອອກຈາກຕຳແໜ່ງປະທານເຈົ້າໜ້າທີ່ບໍລິຫານຂອງ Micro Strategy ເຊິ່ງເປັນບໍລິສັດທຸລະກິດທີ່ໄດ້ຮ່ວມກໍ່ຕັ້ງໃນປີ 1989 ,ຜົນປະກາດເມື່ອວັນອັງຄານກ່ຽວກັບຜົນປະກອບການປະຈຳໄຕມາດທີ 2 ຂອງປີ 2022 Micro Strategy ກ່າວວ່າ ທ່ານ Michael Saylor ຈະຮັບຕຳແໜ່ງເປັນປະທານບໍລິຫານຂອງບໍລິສັດ…

ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ

ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ

ວັນທີ 4 ສິງຫາ 2022 ດຣ ໂອກາດ ການກະວິນພົງ ຫົວໜ້າກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນປະຊາຊົນກໍລະນີການກິນຊອຍຈຸ ດ້ວຍຊີ້ນງົວ-ຄວາຍແບບດິບໆວ່າ: ຈາກກະແສໃນສື່ສັງຄົມອອນລາຍ ໄດ້ມີການຣີວິວ ວິທີການກິນ ແລະ ປຸງອາຫານທີ່ເຊີນຊວນໃຫ້ຊີມລົດຊາດອາຫານທີ່ເປັນທີ່ນິຍົມ ໃນການກິນອາຫານປະເພດ ຊີ້ນງົວ-ຄວາຍສົດໆ, ລາບດິບ, ກ້ອຍ, ຊອຍຈຸ…

ທ່ານ ຮຸນແຊນ ຜູ້ດຳລົງຕຳແໜ່ງປະທານໝູນວຽນອາຊຽນກ່າວວ່າ ຕ້ອງຖືສັນຕິພາບໄວ້ຢູ່ໃນຖານະສຳຄັນທີ່ສຸດ

ທ່ານ ຮຸນແຊນ ຜູ້ດຳລົງຕຳແໜ່ງປະທານໝູນວຽນອາຊຽນກ່າວວ່າ ຕ້ອງຖືສັນຕິພາບໄວ້ຢູ່ໃນຖານະສຳຄັນທີ່ສຸດ

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 3 ສິງຫາ 2022 ນີ້ວ່າ: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 55 ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ ໃນໂອກາດກ່າວຄຳປາໄສໃນພິທີໄຂກອງປະຊຸມ ທ່ານ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ: ອາຊຽນຕ້ອງຖືສັນຕິພາບໄວ້ຢູ່ໃນຖານະສຳຄັນທີ່ສຸດ. ທ່ານ ຮຸນແຊນ ກ່າວຕື່ມວ່າ: ໃນຖານະເປັນປະເທດປະທານໝູນວຽນຂອງອາຊຽນ, ກຳປູເຈຍໄດ້ເນັ້ນໜັກຫຼັກໝັ້ນທີ່ “ສາມັກຄີກັນເພື່ອການຮ່ວມມື”…

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 55

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 55

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 55 ພາຍໃຕ້ຄໍາຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ” ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ສິງຫາ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ໂດຍການເປັນກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການຂອງ ສົມເດັດ ອັກຄະມະຫາ…

ຍີ່ປຸ່ນອະນຸຍາດໃຊ້ວັກຊີນ “ໝາກສຸກ” ປ້ອງກັນ “ໝາກສຸກລີງ”

ຍີ່ປຸ່ນອະນຸຍາດໃຊ້ວັກຊີນ “ໝາກສຸກ” ປ້ອງກັນ “ໝາກສຸກລີງ”

ວັນທີ 3 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ກະຊວງສາທາລະນະສຸກຍີ່ປຸ່ນປະກາດອະນຸຍາດການໃຊ້ວັກຊີນປ້ອງກັນພະຍາດໝາກສຸກທີ່ເຊື່ອວ່າມີປະສິດທິພາບປ້ອງກັນພະຍາດໝາກສຸກລີງໄດ້ 85%. ຄວາມຄືບໜ້າດັ່ງກ່າວມີຂຶ້ນຫລັງຈາກຍີ່ປຸ່ນຢືນຢັນການພົບຜູ້ຕິດເຊື້ອພະຍາດໝາກສຸກລີງ 2 ຄົນ ໃນທ້າຍເດືອນກໍລະກົດ ເຊິ່ງທັງສອງເປັນຊາຍໃນຊ່ວງອາຍຸ 30 ປີ ທີ່ເດີນທາງມາຈາກຕ່າງປະເທດ ໂດຍລັດຖະບານໄດ້ປະກາດມາດຕະການປ້ອງກັນລ່ວງໜ້າເພື່ອປ້ອງກັນການແພ່ລະບາດຂອງພະຍາດດັ່ງກ່າວແລ້ວ. ຂະນະກະຊວງສາທາລະນະສຸກຍີ່ປຸ່ນກຳລັງກວດສອບຢາສຳລັບປິ່ນປົວຊື່ວ່າ: “ເທໂຄວິຣິແມດ” (tecovirimat) ເຊິ່ງເປັນຢາຊະນິດຮັບປະທານທີ່ໃຊ້ປິ່ນປົວພະຍາດໝາກສຸກລີງ….

ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ

ລັດຖະມົນຕີການຕ່າງປະເທດຈີນໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ

ຂ່າວ CRI ລາຍງານວັນທີ 3 ສິງຫາ2022 ວ່າ: ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໃຫ້ທັດສະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ. ທ່ານຫວາງຢີ້ກ່າວວ່າ: ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາບໍ່ເອົາຫົວຊາຕໍ່ການປະທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ, ໂດຍໄດ້ເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນຢ່າງບັງອາດ. ການກະທຳແບບນີ້ ໄດ້ຝ່າຝືນຫຼັກການປະເທດຈີນດຽວຢ່າງໜັກໜ່ວງ, ເປັນການລ່ວງລ້ຳອະທິປະໄຕ ຂອງຈີນດ້ວຍເຈຕະນາຮ້າຍ, ແລະທ້າທາຍເກາະຜິດທາງການເມືອງຢ່າງ ເປີດແປນ…

ກອງທັບປົດປ່ອຍປະຊາຊົນຈີນປະກາດຈະຈັດການຊ້ອມຮົບ 6 ເຂດສຳຄັນທາງທະເລ

ກອງທັບປົດປ່ອຍປະຊາຊົນຈີນປະກາດຈະຈັດການຊ້ອມຮົບ 6 ເຂດສຳຄັນທາງທະເລ

ຂ່າວ CRI Laos ລາຍງານວັນທີ 2 ສິງຫາ 2022 ນີ້ວ່າ: ເລີ່ມແຕ່ວັນທີ 4 ສິງຫາເວລາ 12 ໂມງຫາວັນທີ 7 ສິງຫາເວລາ 12 ໂມງ 2022, ກອງທັບປົດປ່ອຍປະຊາຊົນຈີນຈະຈັດການຊ້ອມຮົບທີ່ສຳຄັນແລະຈັດການຍິງປືນດ້ວຍລູກລະເບີດແທ້ຢູ່ເຂດທະເລແລະເຂດອາກາດຢູ່ທີ່ຕັ້ງລະອຽດຄືດັ່ງລຸ່ມນີ້ ຂອບເຂດໃນລະຫວ່າງ:…

ອິນເດຍຢືນຢັນພົບຜູ້ເສຍຊີວິດຈາກໝາກສຸກລີງຄົນທຳອິດຂອງປະເທດ ແລະ ເປັນຄົນທຳອິດຂອງອາຊີ

ອິນເດຍຢືນຢັນພົບຜູ້ເສຍຊີວິດຈາກໝາກສຸກລີງຄົນທຳອິດຂອງປະເທດ ແລະ ເປັນຄົນທຳອິດຂອງອາຊີ

ວັນທີ 1 ສິງຫາ 2022, ອິນເດຍຢືນຢັນພົບຜູ້ເສຍຊີວິດຈາກໝາກສຸກລີງເປັນຄົນທຳອິດຂອງປະເທດ ແລະ ເປັນຄົນທຳອິດຂອງອາຊີ ໂດຍຜູ້ເສຍຊີວິດເປັນຊາຍອາຍຸ 22 ປີທີ່ອາໄສຢູ່ໃນລັດເກຣລະ ທາງຕອນໃຕ້ຂອງປະເທດ. ຊາຍຊາວອິນເດຍຄົນນີ້ຖືເປັນຜູ້ເສຍຊີວິດຄົນທີ 4 ຂອງໂລກຈາກການແພ່ລະບາດໃນຮອບປັດຈຸບັນ ໂດຍໃນອາທິດຜ່ານມາ ແອັສປາຍເຜີຍພົບຜູ້ເສຍຊີວິດຈາກໝາກສຸກລີງ 2 ຄົນ ແລະ ເບຣຊິນອີກ…