ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ

ຈີນສັ່ງຫ້າມ “ຂັດຂວາງການຈ້າງວຽກ” ຜູ້ຫາຍດີຈາກໂຄວິດ

ວັນທີ 1 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ກະຊວງຊັບພະຍາກອນມະນຸດ ແລະ ຄວາມໝັ້ນຄົງທາງສັງຄົມຂອງຈີນ ຮ່ວມກັບຄະນະກຳມະການສຸຂະພາບແຫ່ງຊາດຈີນ ເຜີຍແພ່ຈົດໝາຍວຽນວ່າດ້ວຍການເລືອກປະຕິບັດໃນສະຖານທີ່ເຮັດວຽກຕໍ່ພະນັກງານ ຫລື ຜູ້ຊອກຫາວຽກທີ່ມີປະຫວັດຕິດເຊື້ອໂຄວິດ. ຈົດໝາຍວຽນຫ້າມຫົວໜ້າ ແລະ ໜ່ວຍງານບໍລິການຊັບພະຍາກອນມະນຸດປະຕິເສດການຮັບສະໝັກຜູ້ທີ່ຫາຍດີຈາກພະຍາດໂຄວິດ ດ້ວຍເຫດຜົນທີ່ວ່າ ພວກເຂົາເຄີຍມີຜົນກວດພະຍາດເປັນບວກໂດຍເດັດຂາດ. ທັງລະບຸການຫ້າມເລືອກປະຕິບັດຕໍ່ອະດີດຜູ້ຕິດເຊື້ອເມື່ອພວກເຂົາຢູ່ລະຫວ່າງຂັ້ນຕອນການປະຖົມນິເທດ ຫລື ໃນບ່ອນເຮັດວຽກ…

ຄິດສໂຕເຟີ ໂຄລຳບັດ ອອກເດີນເຮືອຖ້ຽວທຳອິດເພື່ອຄົ້ນຫາ ອິນເດຍ ແລະ ຈີນ

ຄິດສໂຕເຟີ ໂຄລຳບັດ ອອກເດີນເຮືອຖ້ຽວທຳອິດເພື່ອຄົ້ນຫາ ອິນເດຍ ແລະ ຈີນ

ວັນທີ 3 ສິງຫາ 1493 ຄິດສໂຕເຟີ ໂຄລຳບັດ(Christopher Columbus)ນັກສຳຫລວດຊາວເຈນົວ (ອິຕາລີ) ເລີ່ມອອກເດີນເຮືອຖ້ຽວທຳອິດເພື່ອຄົ້ນຫາອິນເດຍ ແລະ ຈີນ ໂດຍມີລູກເຮືອ 90 ຄົນກັບເຮືອ 3 ລຳໄດ້ແກ່ “ຊານຕາ ມາເລຍ” (Santa Maria),…

ອູແກຣນເຜີຍສົ່ງເຮືອຂົນສິນຄ້າ ອອກຈາກທ່າເຮືອເປັນລຳທຳອິດແລ້ວ ຫລັງໂດຣນຣັດເຊຍຂວາງເກືອບ 5 ເດືອນ

ອູແກຣນເຜີຍສົ່ງເຮືອຂົນສິນຄ້າ ອອກຈາກທ່າເຮືອເປັນລຳທຳອິດແລ້ວ ຫລັງໂດຣນຣັດເຊຍຂວາງເກືອບ 5 ເດືອນ

ເຮືອຂົນສົ່ງທັນຍາພືດສາມາດເດີນທາງອອກຈາກທ່າເຮືອໃນອູແກຣນສຳເລັດເປັນລຳທຳອິດ ພາຍໃຕ້ຂໍ້ຕົກລົງເພື່ອບັນເທົາວິກິດອາຫານໂລກ. ພາຍຫລັງກອງທັບຣັດເຊຍມີການປິດກັ້ນເສັ້ນທາງຂົນສົ່ງສິນຄ້າຂອງອູແກຣນໃນທະເລດຳມາເປັນເວລາ 5 ເດືອນກວ່າ ຈົນເຮັດໃຫ້ອູແກຣນບໍ່ສາມາດສົ່ງອອກທັນຍາພືດທີ່ເປັນສິນຄ້າສົ່ງອອກຫລັກໄດ້ ສົ່ງຜົນໃຫ້ທົ່ວໂລກຜະເຊີນວິກິດອາຫານເປັນວົງກວ້າງ. ຫລ້າສຸດ, ເຮືອຂົນສົ່ງສິນຄ້າ Razoni ຂອງເຊຍຣາລີໂອນທີ່ບັນທຸກເຂົ້າໂພດ 26.000 ກວ່າໂຕນ ໄດ້ຂີ່ອອກຈາກທ່າເຮືອໃນເມືອງໂອເດສຊາຂອງອູແກຣນເມື່ອວັນທີ 1 ສິງຫາ 2022 ໂດຍມີຈຸດໝາຍປາຍທາງຄືທ່າເຮືອຢູ່ນະຄອນຫລວງຕຣິໂປລີ ປະເທດລີບີ. ເຖິງວ່າຫລາຍຝ່າຍຈະອອກມາສະແດງຄວາມຍິນດີທີ່ອູແກຣນສາມາດສົ່ງອອກທັນຍາພືດໄດ້ອີກເທື່ອໜຶ່ງ,…

ອາເມລິກາ ສົ່ງໂດຣນສັງຫານ ຫົວໜ້າກຸ່ມອໍໄກດາ ຂະນະລີ້ຊ້ອນຢູ່ອັບການິດສະຖານ

ອາເມລິກາ ສົ່ງໂດຣນສັງຫານ ຫົວໜ້າກຸ່ມອໍໄກດາ ຂະນະລີ້ຊ້ອນຢູ່ອັບການິດສະຖານ

ທ່ານ ໄບເດນ ສັ່ງໂຈມຕີທາງອາກາດ ສັງຫານຜູ້ນຳສູງສຸດຂອງກຸ່ມອໍໄກດາ ເຊິ່ງເປັນຜູ້ມີສ່ວນສຳຄັນໃນການວາງແຜນກໍ່ການຮ້າຍ 9/11. ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ຢືນຢັນວ່າ: ໄອຍະມານ ອັລ-ຊາວາຮິຣີ ຫົວໜ້າກຸ່ມອໍໄກດາ ເຊິ່ງເປັນໜຶ່ງໃນຜູ້ກໍ່ການຮ້າຍທີ່ທາງການອາເມລິກາຕ້ອງການຕົວຫລາຍທີ່ສຸດ ໄດ້ເສຍຊີວິດແລ້ວ ຫລັງຈາກອາເມລິກາສົ່ງເຮືອບິນບໍ່ມີຄົນຂັບ ຫລື ໂດຣນ ເຂົ້າໄປຍິງລູກສອນໄຟ…

ທະນາຄານໂລກ ປະຕິເສດທີ່ຈະໜຸນເງິນຊ່ວຍໃຫ້ ສີລັງກາ ຕື່ມອີກ

ທະນາຄານໂລກ ປະຕິເສດທີ່ຈະໜຸນເງິນຊ່ວຍໃຫ້ ສີລັງກາ ຕື່ມອີກ

ວັນທີ 29 ກໍລະກົດ 2022 ຜ່ານມານີ້, ທະນາຄານໂລກປະກາດວ່າຈະບໍ່ໜູນເງິນຊ່ວຍໃຫ້ ສີລັງກາ ຕື່ມອີກ ຖ້າຫາກບໍ່ມີການປັບໂຄງສ້າງການເງິນທີ່ແນ່ນອນ ພ້ອມທັງສະແດງຄວາມເປັນຫ່ວງວ່າຈະສ້າງຜົນກະທົບຢ່າງຮ້າຍແຮງຕໍ່ປະຊາຊົນ ສີລັງກາ ແຕ່ບໍ່ທັນພ້ອມທີ່ຈະໜູນເງິນໃຫ້ລັດຖະບານສີລັງກາ ໃນຂະນະນີ້ ຖ້າຫາກບໍ່ມີການປະຕິຮູບທີ່ແນ່ນອນສາກ່ອນ. ທະນາຄານໂລກໃຫ້ຮູ້ຕື່ມອີກວ່າ: ຜ່ານມາໄດ້ໃຫ້ ສີລັງກາ ຢືມໄປແລ້ວ 160 ລ້ານໂດລາ…

ທາວເວີ ຊັບເວ (Tower Subway) ລົດໄຟໃຕ້ດິນສາຍທຳອິດຂອງໂລກເປີດໃຫ້ບໍລິການ

ທາວເວີ ຊັບເວ (Tower Subway) ລົດໄຟໃຕ້ດິນສາຍທຳອິດຂອງໂລກເປີດໃຫ້ບໍລິການ

ວັນທີ 2 ສິງຫາ 1870 ທາວເວີ ຊັບເວ (Tower Subway) ລົດໄຟໃຕ້ດິນ(Underground Tube Railway)ສາຍທຳອິດຂອງໂລກເປີດໃຫ້ບໍລິການຢູ່ທີ່ ກຸງລອນດອນ ປະເທດອັງກິດ ໂດຍມີຮູບຮ່າງຄ້າຍຄືອຸໂມງລອດພາຍໃຕ້ແມ່ນ້ຳເທມສ (Thames)ມີສອງສະຖານີຄື ທາວເວີ ຮິວ (Tower hill) ແລະ…

ອັບການິດສະຖານ ຮັບເງິນຊ່ວຍເຫລືອທາງມະນຸດສະທຳ 40 ລ້ານໂດລາ

ອັບການິດສະຖານ ຮັບເງິນຊ່ວຍເຫລືອທາງມະນຸດສະທຳ 40 ລ້ານໂດລາ

ວັນທີ 1 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທະນາຄານກາງອັບການິດສະຖານ ເປີດເຜີຍວ່າ: ອັບການິດສະຖານໄດ້ຮັບເງິນຊ່ວຍເຫລືອທາງມະນຸດສະທຳ ຈຳນວນ 40 ລ້ານໂດລາສະຫະລັດ ໃນວັນທີ 31 ກໍລະກົດ ເຊິ່ງເງິນດັ່ງກ່າວຖືກນຳຝາກເຂົ້າທະນາຄານລະຫວ່າງອັບການິດສະຖານແລ້ວ. ຖະແຫລງການຈາກທະນາຄານກາງອັບການິດສະຖານ ສະແດງຄວາມຂອບໃຈປະຊາຄົມນາໆຊາດສຳລັບການຈັດສົ່ງການຊ່ວຍເຫລືອທາງມະນຸດສະທຳສູ່ອັບການິດສະຖານ ແລະ ເຜີຍວ່າ: ເງິນຊ່ວຍເຫລືອທາງມະນຸດສະທຳຈຳນວນໃໝ່ນີ້ຈະຖືກໃຊ້ຈ່າຍຢ່າງໂປ່ງໃສ….

ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ

ມຽນມາຢຶດ “ຢາເສບຕິດ” ມູນຄ່າ 300 ລ້ານກວ່າໂດລາ ໃນ 5 ເດືອນ

ວັນທີ 1 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ສື່ຂອງລັດຖະບານມຽນມາ ລາຍງານວ່າມຽນມາຢຶດຢາເສບຕິດ ແລະ ວັດຖຸທີ່ກ່ຽວຂ້ອງ ມູນຄ່າ 311,58 ລ້ານກວ່າໂດລາສະຫະລັດ ໃນໄລຍະເດືອນມັງກອນ-ພຶດສະພາ ເຊິ່ງຫລາຍກວ່າມູນຄ່າການຈັບຢຶດໃນປີກ່ອນເກີນເຄິ່ງໜຶ່ງ. ພົນເອກອາວຸໂສ ມິນ ອ່ອງ ຫລ່າຍ ປະທານສະພາບໍລິຫານແຫ່ງລັດຂອງມຽນມາ ລະບຸວ່າ:…

ອີຣານຜະເຊີນນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນ ເສຍຊີວິດຢ່າງໜ້ອຍ 69 ຄົນ

ອີຣານຜະເຊີນນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນ ເສຍຊີວິດຢ່າງໜ້ອຍ 69 ຄົນ

ອົງການແກ້ໄຂເຫດວິກິດຂອງອີຣານເປີດເຜີຍໃນວັນທີ 31 ກໍລະກົດ ວ່າມີຜູ້ເສຍຊີວິດຢ່າງໜ້ອຍ 69 ຄົນຈາກເຫດນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນໃນຫລາຍເມືອງຂອງປະເທດ. ຂະນະທີ່ຈຳນວນຜູ້ສູນຫາຍມີຢ່າງໜ້ອຍ 45 ຄົນ ແລະ ມີເຮືອນຢ່າງໜ້ອຍ 20.000 ຫລັງເປ່ເພເສຍຫາຍ. ເຫດໄພພິບັດທາງທຳມະຊາດນີ້ເກີດຂຶ້ນໃນ 20 ກວ່າແຂວງ ລວມທັງນະຄອນຫລວງເຕຫະຣານ ເຊິ່ງເປັນເມືອງຫລວງຂອງປະເທດ…

ອິນໂດເນເຊຍ ບັອກ “Yahoo-PayPal-Dota” ຂໍ້ຫາບໍ່ຂໍໃບອະນຸຍາດ

ອິນໂດເນເຊຍ ບັອກ “Yahoo-PayPal-Dota” ຂໍ້ຫາບໍ່ຂໍໃບອະນຸຍາດ

ວັນທີ 1 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ໃນວັນທີ 30 ສິງຫາຜ່ານມາ, ທ່ານ ເຊມູເອລ ອາບຣິຈານີ ປັນເກຣາປັນ ຫົວໜ້າດ້ານການປະຍຸກໃຊ້ຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານຂອງອິນໂດເນເຊຍ ລະບຸວ່າ: ລັດຖະບານອິນໂດເນເຊຍໄດ້ສັ່ງຫ້າມການເຂົ້າເຖິງ 8 ແພກຟອມອອນລາຍລາຍໃຫຍ່ເຊັ່ນ:…