ກຳປູເຈຍຈັບກຸມຜູ້ນຳ ຝ່າຍຄ້ານໃນຂໍ້ຫາກະບົດ

ລັດຖະບານກຳປູເຈຍຖະແຫລງວ່າ: ທ່ານ ແກມ ໂສພາ ຜູ້ນຳຝ່າຍຄ້ານກຳປູເຈຍ ຖືກຈັບກຸມຕົວແລ້ວໃນເຊົ້າວັນທີ 3 ກັນຍານີ້ ຕາມຂໍ້ຫາເປັນກະບົດ. ຖືເປັນການດຳເນີນຄະດີທາງກົດໝາຍຫລ້າສຸດຂອງລັດຖະບານທີ່ມີຕໍ່ຜູ້ວິຈານຕໍ່ຕ້ານ ແລະ ກຸ່ມຝ່າຍຄ້ານທາງການເມືອງຂອງນາຍົກລັດຖະມົນຕີ ຮຸນເຊນ.
ການຈັບກຸມຜູ້ນຳຝ່າຍຄ້ານມີຂຶ້ນຢ່າງກະທັນຫັນ ພາຍຫລັງລັດຖະບານທ່ານ ຮຸນເຊນ ຈັບກຸມຝ່າຍຄ້ານທາງການເມືອງ, ກຸ່ມອົງການນອກພາກລັດ, ສື່ ແລະ ນັກວິຈານ ເພື່ອດຳເນີນຄະດີທາງກົດໝາຍໄປກ່ອນໜ້ານີ້ ໃນໄລຍະໃກ້ເຂົ້າສູ່ການເລືອກຕັ້ງທົ່ວໄປຂອງກຳປູເຈຍໃນປີໜ້າ. ຖະແຫລງການລັດຖະບານກຳປູເຈຍກ່າວຫາວ່າກຸ່ມຂອງທ່ານ ແກມ ໂສພາ ຜູ້ນຳຝ່າຍຄ້ານ ວາງແຜນສົມຮູ້ຮ່ວມຄິດຢ່າງລັບໆກັບຕ່າງປະເທດ ເພື່ອທຳລາຍປະເທດກຳປູເຈຍ ແລະ ກ່າວວ່າ: ໄດ້ຈັບກຸມທ່ານໃນເຊົ້າວັນທີ 3 ກັນຍາແລ້ວ ໂດຍລະບຸວ່າການກະທຳດັ່ງກ່າວຖືເປັນຂໍ້ຫາກະບົດຕໍ່ປະເທດ, ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດຕາມຂໍ້ກ່າວຫາ.

