ກຽມຈິດໃຈເຂົ້າສົກຮຽນໃໝ່ ໃຫ້ມີຄຸນນະພາບ

ໂດຍ: ທ່ຽງທຳ
ເພື່ອນຜູ້ອ່ານທີ່ຮັກແພງ, ຫລາຍທ່ານຈະຮູ້ດີນຳກັນແລ້ວວ່າ: ສົກຮຽນໃໝ່ 2017-2018 ໄດ້ເລີ່ມຂຶ້ນແລ້ວໃນຕົ້ນເດືອນກັນຍານີ້ເໝືອນດັ່ງປາງບຸນໃຫຍ່. ສະເພາະຢູ່ນະຄອນຫລວງວຽງຈັນທຸກຢ່າງກໍຈະຢູ່ໃນຄວາມກຽມພ້ອມດີ ນັບທັງໂຮງຮຽນ, ຫ້ອງຮຽນ, ຄູ່ອາຈານ ແລະ ອຸປະກອນການສຶກສາຕ່າງກໍຈະບໍ່ມີບັນຫາໜັກໜ່ວງພໍປານໃດເມື່ອທຽບໃສ່ບັນດາເຂດແຂວງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ແລະ ເຂດຫ່າງໄກສອກຫລີກຄວາມພ້ອມດັ່ງກ່າວກໍອາດຈະມີໜ້ອຍ, ບາງໂຮງຮຽນກໍອາດຈະຢູ່ໃນການປົວແປງ ແລະ ກະກຽມຄວາມພ້ອມຕ່າງໆ ຕະຫລອດຮອດການຕອບສະໜອງຄູອາຈານຈະສັບຊ້ອນໃຫ້ໃຜໄປສອນຢູ່ເຂດພູດອຍຫ່າງໄກສອກຫລີກກໍປານດຶງຂາເຕົ່າ, ເວົ້າເລື່ອງອຸປະກອນການຮໍ່າຮຽນ ໂດຍສະເພາະແມ່ນປຶ້ມຕຳລາແບບຮຽນ-ແບບສອນຕ່າງໆກໍຢູ່ໃນສະພາບຂາດເຂີນ, ເບື້ອງໜຶ່ງກໍແມ່ນຂາດງົບເພື່ອຈະສະໜອງສິ່ງດັ່ງກ່າວໃຫ້ພຽງພໍ ແລະ ສ່ວນໜຶ່ງກໍແມ່ນຂອດການແບ່ງປັນກ່ອນຈະໄປຮອດເຂດນອກກໍຕ້ອງໄດ້ໃຊ້ເວລາ. ດັ່ງນັ້ນໃນຈຸດນີ້ຂະແໜງການກ່ຽວຂ້ອງເຮົາຕ້ອງໄດ້ເອົາໃຈໃສ່ເພື່ອເຮັດແນວໃດໃຫ້ຄຸນນະພາບການສຶກສາສົກຮຽນໃໝ່ນີ້ມີຄຸນນະພາບສູງຂຶ້ນ. ດັ່ງສານຂອງທ່ານນາຍົກລັດຖະມົນຕີ ທີ່ສົ່ງອວຍພອນສົກຮຽນໃໝ່ 2017-2018 ນີ້ວ່າ: ໃຫ້ທຸກພາກສ່ວນໃນສັງຄົມຈົ່ງເປັນເຈົ້າການຮ່ວມກັນກຽມຄວາມພ້ອມ ແລະ ອຳນວຍຄວາມສະດວກຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ໂດຍສະເພາະແມ່ນການສັບຊ້ອນບັນຈຸຄູອາຈານ, ກະກຽມສະຖານທີ່ຮໍ່າຮຽນ ແລະ ຕອບສະໜອງອຸປະກອນການສຶກສາຮໍ່າຮຽນ, ທີ່ພັກອາໄສຂອງຄູອາຈານ ແລະ ສິ່ງຈຳເປັນອື່ນໆ ເພື່ອເຮັດໃຫ້ການຮຽນ, ການສອນຕະຫລອດສົກຮຽນໃໝ່ນີ້ໄດ້ຮັບຜົນດີ. ພ້ອມນັ້ນກໍຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາ, ຄູອາຈານຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມບໍລິສຸດ, ຊື່ສັດ ແລະ ນ້ຳໃຈເສຍສະຫລະອັນສູງສົ່ງໃນການບຳລຸງກໍ່ສ້າງນັກຮຽນ-ນັກສຶກສາທີ່ເປັນກຳລັງແຮງຂອງຊາດໃຫ້ມີຄຸນນະພາບດີຂຶ້ນ.

