ອິນໂດເນເຊຍ ສ້າງສະໜາມບິນ ໃນເມືອງຫລວງແຫ່ງໃໝ່

 

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 1 ພະຈິກ 2023 ຜ່ານມາ, ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ໄດ້ເຂົ້າຮ່ວມ ໃນພິທີ ວາງສີລະລຶກ ຂອງ ການກໍ່ສ້າງ ສະໜາມບິນ ແຫ່ງໃໝ່ “ນູຊັນຕາຣາ” ເມືອງຫລວງ ແຫ່ງໃໝ່ ຂອງປະເທດ. ໂດຍທ່ານ ໂຈໂກ ວິໂດໂດ ກ່າວວ່າ: ລັດຖະບານ ອິນໂດເນເຊຍໄດ້ຕັ້ງເປົ້າໝາຍ ເປີດນຳ ໃຊ້ງານສະໜາມ ບິນແຫ່ງໃໝ່ ຊຶ່ງມີ ເນື້ອທີ່ລວມ ຫລາຍກ່ວາ 300 ເຮັກຕາ ຢ່າງເຕັມຮູບແບບ ໃນເດືອນທັນວາ ປີ 2024.

ນອກນີ້ ທ່ານໂຈໂກ ວິໂດໂດ ຍັງກ່າວ ເນັ້ນໜັກວ່າ ສິ່ງອຳນວຍ ຄວາມສະດວກ ດ້ານການ ຂົນສົ່ງ ມີຄວາມຈຳເປັນ ຕໍ່ການ ສະໜັບ ສະໜູນ ໂຄງການຕ່າງໆ ສຳລັບ ເມືອງຫລວງ ແຫ່ງໃໝ່ ແລະ ການເຊື່ອມຕໍ່ ກັບ ພື້ນທີ່ ອື່ນໆ. ທັງນີ້ ອິນໂດເນເຊຍ ຍິນດີ ຕ້ອນຮັບ ບັນດາ ທຸລະກິດ ພາຍໃນ ປະເທດ ແລະ ຕ່າງປະເທດ ທີ່ເຂົ້າມາ ລົງທຶນ ກໍ່ສ້າງ ນູຊັນຕາຣາ ຊຶ່ງຖືເປັນ  ໂຄງການ ມູນຄ່າ ຫລາຍຕື້ ໂດລາສະຫະລັດ.