ທ່ານ Gabriel Attal ນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດຂອງຝຣັ່ງ ອາຍຸ 34 ປີ

ທ່ານ Gabriel Attal ລັດຖະມົນຕີກະຊວງສຶກສາທິການຂອງຝຣັ່ງ ອາຍຸ 34 ປີ ສ້າງປະຫວັດສາດໃນການກ້າວຂຶ້ນສູ່ຕໍາແໜ່ງນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດຂອງຝຣັ່ງ ພາຍຫລັງໄດ້ຮັບການສະເໜີຊື່ ແລະ ແຕ່ງຕັ້ງໂດຍປະທານາທິບໍດີ ເອັມມານູເອລ ມາຄຣົງ ໃນວັນທີ 9 ມັງກອນ.
ທ່ານ Gabriel Attal ສັງກັດພັກເຣເນສຊອງຂອງທ່ານ ມາຄຣົງ ໂດຍທ່ານໃຊ້ເວລາໃນເສັ້ນທາງການເມືອງປະມານ 1 ທົດສະວັດ ຈາກເດັກຝຶກງານຢູ່ກະຊວງສາທາລະນະສຸກ ສູ່ຕໍາແໜ່ງສູງສຸດອັນດັບ 2 ຂອງຝຣັ່ງ.
ການແຕ່ງຕັ້ງທ່ານມີຂຶ້ນທ່າມກາງຄວາມຫວັງໃນການຟື້ນຟູຄວາມນິຍົມຂອງລັດຖະບານ ມາຄຣົງ ໂດຍສະເພາະໃນກຸ່ມຄົນລຸ້ນໃໝ່ ແລະ ຕ້ານທານກະແສຄວາມນິຍົມຂວາຈັດຂອງພັກຝ່າຍຄ້ານທີ່ເພີ່ມຂຶ້ນ.
ທ່ານ Gabriel Attal ຂອບໃຈປະທານາທິບໍດີຝຣັ່ງສໍາລັບ “ຄວາມໄວ້ວາງໃຈ” ຂອງທ່ານ ແລະ ໃຫ້ຄໍາໝັ້ນວ່າ: ຈະ “ຄວບຄຸມຊະຕາກໍາຂອງປະເທດ” ແລະ “ປົດປ່ອຍປະສິດທິພາບຂອງຝຣັ່ງ”.
ໃນການກ່າວສູນທອນພົດຫລັງການສະເໜີຊື່, ທ່ານຍັງກ່າວເຖິງບັນຫາການສຶກສາ, ສະພາບເງິນເຟີ້, ການເປີດເສລີເສດຖະກິດຝຣັ່ງ ແລະ ການພັດທະນາເຍົາວະຊົນ ວ່າເປັນໜຶ່ງໃນພາລະກິດທີ່ມີຄວາມສໍາຄັນຂອງປະເທດ ແລະ ເນັ້ນວ່າ: ການສຶກສາເປັນ “ຫົວໃຈຫລັກແຫ່ງການຕໍ່ສູ້” ໃນພາລະກິດສໍາຄັນເຫລົ່ານີ້.
ໂດຍໜ້າທີ່ຕົ້ນຕໍໃນຖານະນາຍົກລັດຖະມົນຕີຂອງຝຣັ່ງ ຄືການຈັດຕັ້ງລັດຖະບານໃໝ່ ແລະ ຮັບຮອງການຜ່ານກົດໝາຍທີ່ຂັບເຄື່ອນວາລະນະໂຍບາຍຕ່າງໆຂອງປະທານາທິບໍດີ, ແຕ່ອໍານາດບໍລິຫານປະເທດສ່ວນຫລາຍຍັງຢູ່ນໍາປະທານາທິບໍດີ.
ທ່ານ Gabriel Attal ເກີດຢູ່ເມືອງ Clamart ນອກນະຄອນຫລວງປາຣີ ໃນປີ 1989, ພໍ່ເປັນຜູ້ອໍານວຍການສ້າງຮູບເງົາທີ່ປະສົບຜົນສໍາເລັດ ແລະ ມີເຊື້ອສາຍຕູນິຊີ-ຢິວ ເຊິ່ງເສຍຊີວິດໃນປີ 2015, ສ່ວນແມ່ເຮັດວຽກໃນອຸດສາຫະກໍາຮູບເງົາເຊັ່ນກັນ.
ເສັ້ນທາງການເມືອງຂອງທ່ານເລີ່ມຕົ້ນຈາກທ່ານ Marisol Touraine ອະດີດລັດຖະມົນຕີກະຊວງສາທາລະນະສຸກຂອງຝຣັ່ງ ໃນລັດຖະບານຂອງປະທານາທິບໍດີ ນາງ ຟຣອງຊົວ ອໍລອງ ເຊິ່ງເປັນແມ່ຂອງໝູ່ໃນຫ້ອງຮຽນດຽວກັນ ສະເໜີໃຫ້ທ່ານຝຶກງານຢູ່ກະຊວງສາທາລະນະສຸກໃນປີ 2012 ແລະ ໄດ້ຮັບເຂົ້າເຮັດວຽກໃນອາຍຸ 23 ປີ ເຊິ່ງໃນລະຫວ່າງນັ້ນທ່ານຍັງຮັບໜ້າທີ່ໃນສະພາທ້ອງຖິ່ນຂອງເທດສະບານແວນເວສ ນອກນະຄອນຫລວງປາຣີ.
ຈຸດປ່ຽນສໍາຄັນເກີດຂຶ້ນຫລັງຈາກທ່ານອອກຈາກພັກສັງຄົມນິຍົມ ແລະ ເຂົ້າຮ່ວມພັກ En Marche! ຂອງທ່ານ ມາຄຣົງ ເຊິ່ງຕໍ່ມາກາຍເປັນພັກເຣເນສຊອງ ແລະ ໄດ້ຮັບເລືອກເຂົ້າສູ່ສະພາໃນປີ 2017.
ໂດຍທ່ານ Gabriel Attal ຂຶ້ນເປັນຮອງລັດຖະມົນຕີກະຊວງສຶກສາທິການເມື່ອອາຍຸ 29 ປີ ແລະ ມີຄົນຮູ້ຈັກຫລາຍຂຶ້ນຈາກການຮັບຕໍາແໜ່ງໂຄສົກລັດຖະບານໃນໄລຍະວິກິດໂຄວິດ. ຈາກນັ້ນຈຶ່ງໄດ້ຮັບຕໍາແໜ່ງລັດຖະມົນຕີສໍານັກງົບປະມານລະຫວ່າງປີ 2022-2023 ເຊິ່ງເຮັດໃຫ້ທ່ານໄດ້ມີບົດບາດໃນນະໂຍບາຍປະຕິຮູບເງິນບໍານານທີ່ກາຍເປັນບັນຫາຂັດແຍ່ງຄັ້ງໃຫຍ່ຂອງທ່ານ ມາຄຣົງ.
ທ່ານ Gabriel Attal ຖືເປັນຜູ້ທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນລັດຖະບານຂອງທ່ານ ມາຄຣົງ ໂດຍຜົນສໍາຫລວດຈາກ Odoxa ເຊິ່ງໄດ້ເຜີຍແພ່ໃນອາທິດຜ່ານມາ ພົບວ່າກວ່າໜຶ່ງໃນສາມຂອງຜູ້ເຂົ້າຮ່ວມການສໍາຫລວດ ສະໜັບສະໜູນການແຕ່ງຕັ້ງທ່ານໃຫ້ເປັນນາຍົກລັດຖະມົນຕີ.
ອ້າງອີງ:

