ປາກິດສະຖານເຈລະຈາຂໍເງິນກູ້ຈາກ IMF ຫວັງກອບກູ້ເສດຖະກິດກ່ອນລົ້ມສະຫລາຍ

ປາກິດສະຖານເດີນໜ້າຈັດການເຈລະຈາຄັ້ງສຸດທ້າຍນໍາກອງທຶນການເງິນສາກົນ (IMF) ເພື່ອຂໍເງິນກູ້ມາຊ່ວຍຢັບຢັ້ງວິກິດເສດຖະກິດ ເຊິ່ງປັດຈຸບັນທະວີຄວາມຮຸນແຮງຂຶ້ນຈົນອາດເຖິງຂັ້ນລົ້ມສະຫລາຍ ທ່າມກາງຄວາມກັງວົນວ່າປາກິດສະຖານອາດຍ່າງຕາມຮອຍສີລັງກາທີ່ເສດຖະກິດພັງທະລາຍໄປກ່ອນໜ້ານີ້.

ປັດຈຸບັນ ປາກິດສະຖານມີເງິນໂດລາສໍາລັບການນໍາເຂົ້າສິນຄ້າເຫລືອຢູ່ບໍ່ພຽງພໍເຖິງ 1 ເດືອນ ແລະ ກໍາລັງຊອກຫາເພື່ອຊໍາລະໜີ້ຕ່າງປະເທດທີ່ຢູ່ໃນລະດັບສູງ.

ຄະນະຜູ້ແທນຈາກ IMF ມີກໍານົດເດີນທາງອອກຈາກປາກິດສະຖານໃນວັນທີ 9 ກຸມພາ ຫລັງໃຊ້ເວລາຫາລືນໍາລັດຖະບານເຖິງ 10 ວັນ ໂດຍມີເປົ້າໝາຍເພື່ອປົດລັອກເງິນທຶນສະໜັບສະໜູນຈາກຕ່າງປະເທດ ເຊິ່ງມີຄວາມສໍາຄັນຕໍ່ການຢູ່ລອດຂອງປາກິດສະຖານ.

ໂດຍອັດຕາເງິນເຟີ້ຕໍ່ປີຂອງປາກິດສະຖານເພີ່ມຂຶ້ນສູງເຖິງ 27% ໃນເດືອນມັງກອນ ເຊິ່ງເປັນລະດັບສູງສຸດນັບແຕ່ປີ 1975 ຫລື ໃນຮອບ 48 ປີ. ຂະນະທີ່ໃນອາທິດນີ້ເງິນຣູປີຫລຸດລົງສູ່ລະດັບຕໍ່າສຸດເປັນປະຫວັດຢູ່ລະດັບ 275 ຣູປີຕໍ່ 1 ໂດລາ ຫລຸດລົງຈາກລະດັບ 175 ຣູປີຕໍ່ 1 ໂດລາໃນປີຜ່ານມາ ເຊິ່ງສະຖານະການຄ່າເງິນດັ່ງກ່າວສົ່ງຜົນໃຫ້ປາກິດສະຖານຕ້ອງຊື້ ແລະ ຊໍາລະຄ່າສິນຄ້າແພງຂຶ້ນ.

ນັກວິເຄາະລະບຸວ່າ: ການຂາດເຂີນເງິນຕາຕ່າງປະເທດເປັນໜຶ່ງໃນບັນຫາຮີບດ່ວນທີ່ສຸດຂອງປາກິດສະຖານ ໂດຍຜ່ານມາລັດຖະບານຢູ່ເບື້ອງຫລັງການຄວບຄຸມອັດຕາແລກປ່ຽນຂອງທະນາຄານໄວ້ສູງເກີນຄວາມເປັນຈິງ ເຊິ່ງມີສ່ວນເຮັດໃຫ້ຂາດເງິນໂດລາໃນລະບົບ ຈົນຮອດທ້າຍເດືອນຜ່ານມາ ລັດຖະບານຈຶ່ງຍອມປ່ອຍໃຫ້ອັດຕາແລກປ່ຽນຫລຸດລົງ ເຊິ່ງສາມາດຊ່ວຍຂະແໜງທຸລະກິດໄດ້ບາງສ່ວນ, ແຕ່ພາລະພັດໄປຕົກຢູ່ນໍາປະຊາຊົນ ເນື່ອງຈາກການດໍາເນີນງານດັ່ງກ່າວສົ່ງຜົນໃຫ້ລາຄາສິນຄ້າ ແລະ ບໍລິການສູງຂຶ້ນ.

ເຊັ່ນດຽວກັບຫລາຍປະເທດ, ປາກິດສະຖານໄດ້ຮັບຜົນກະທົບຈາກການແພ່ລະບາດຂອງໂຄວິດ ແລະ ການຮຸກຮານອູແກຣນຂອງຣັດເຊຍ ເຊິ່ງຊຸກລາຄາພະລັງງານໃນຕະຫລາດໂລກໃຫ້ເພີ່ມສູງຂຶ້ນ ແລະ ເຮັດໃຫ້ປາກິດສະຖານເຊິ່ງຕ້ອງອາໄສການນໍາເຂົ້າເຊື້ອໄຟຟໍຊິລຈໍານວນຫລາຍພົບບັນຫາລາຄານໍ້າມັນແພງ.

ນອກຈາກນີ້, ປາກິດສະຖານຍັງຖືກຊໍ້າຕື່ມຈາກໄພທໍາມະຊາດ ໂດຍໃນປີຜ່ານມາ ປາກິດສະຖານຜະເຊີນເຫດການນໍ້າຖ້ວມໃຫຍ່ຄັ້ງຮຸນແຮງທີ່ສຸດໃນຮອບຫລາຍປີ ເຊິ່ງສະຫະປະຊາຊາດລະບຸວ່າສ້າງຄວາມເສຍຫາຍເປັນມູນຄ່າຫລາຍກວ່າ 1,6 ໝື່ນລ້ານໂດລາ, ເນື້ອທີ່ຂະໜາດໃຫຍ່ຂອງປາກິດສະຖານຈົມຢູ່ໃຕ້ນໍ້າ, ທຳລາຍເນື້ອທີ່ປູກຝັງ ແລະ ສົ່ງຜົນກະທົບຕໍ່ການຜະລິດອາຫານ ເຮັດໃຫ້ອາຫານຫລັກເຊັ່ນ: ເຂົ້າສາລີ ແລະ ຫອມບົ່ວໃຫຍ່ ມີລາຄາເພີ່ມສູງຂຶ້ນ.

ອ້າງອີງ:

https://www.bbc.com/news/world-asia-64449037